ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ເປັນປະທານກອງປະຊຸມຊີ້ນຳກ່ຽວກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃນວັນທີ 23 ກໍລະກົດນີ້ ທີ່ຫ້ອງວ່າການແຂວງເຊກອງ,ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລກໍາມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງເຊກອງ, ບັນຄະນພັກແຂວງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການນໍາພາ-ຊີ້ນໍາການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ ສະໄໝທີ XI; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Xຂອງອົງຄະນະພັກແຂວງເຊກອງ,ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ທ້ອງຖິ່ນວາງອອກ ມີຜົນສຳເລັດຫຼາຍດ້ານດັ່ງນີ້:ຄະນະພັກທຸກຂັ້ນໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ-ປາຖະກະຖາມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ແລະ ສາກົນເປັນປົກກະຕິຕໍ່ເນື່ອງ ເຊັ່ນ: ວັນສ້າງຕັ້ງກອງທັບຄົບຮອບ 75 ປີ, ວັນເກີດປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ, ວັນສ້ງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ.ເຮັດໃຫ້ທົ່ວແຂວງເຊກອງ ມີສະຖຽນລະພາບດ້ານການເມືອງຢ່າງໜັກ
ແໜ້ນ ແລະ ມີຄວາມສະຫງົບທົ່ວປວງຊົນຮອບດ້ານ.
ສຳລັບການພັດທະນາເສດຖະກິດເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ລາຄານ້ຳມັນ, ລາຄາສິນຄ້າແພງ,ຄະນະພັກແຂວງພວກເຮົາກໍສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕດ້ານເສດຖະກິດ ໂດຍສະເລ່ຍ ຄື: ປີ 2023 ບັນລຸ 5,5%, ສະເລ່ຍ 3 ປີ ບັນລຸໄດ້ 4,2%,ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 917 ໂດລາ ໃນ 6 ເດືອນຕົ້ນປີ 2024 ບັນລຸ 6%.ການສ້າງຖານການຜະລິດ ເພື່ອທົດແທນການນໍາເຂົ້າ ຄື: ແຂວງສາມາດກຸ້ມຕົນເອງ ດ້ານໄຂ່, ຊີ້ນໝູ, ງົວ-ຄວາຍ ແລະ ພືດຜັກຈຳນວນໜຶ່ງ.ການເກັບລາຍຮັບເຂົ້າງົບປະມານ ບັນລຸໄດ້ 234,30 ຕື້ກີບ,ການນໍາເຂົ້າສິນຄ້າປະຕິບັດໄດ້ທັງໝົດ 1,14 ລ້ານໂດລາ, ການສົ່ງອອກສິນຄ້າບັນລຸໄດ້ 86,53 ລ້ານໂດລາ, ເຮັດໃຫ້ເກີນດຸ່ນການຄ້າ ປະມານ 85,39 ລ້ານໂດລາ, ການສົ່ງອອກສ່ວນຫຼາຍແມ່ນກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ ເຊັ່ນ: ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ, ພຶດຜັກ ແລະ ສັດໃຫຍ່ຈໍານວນໜຶ່ງ.ສະພາບການລົງທຶນລວມ: ໃນ 6 ເດືອນຕົ້ນປີ 2024ໄດ້ທັງໝົດ 320,26 ຕື້ກີບ, ໃນນັ້ນ: ການລົງທຶນຈາກງົບປະມານລັດໂດຍກົງ 63,30 ຕື້ກີບ, ທຶນຊ່ວຍເຫຼືອ ແລະ ກູ້ຢືມ 117,48 ຕື້ກີບ ຫຼື 5 ລ້ານໂດລາ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ(ລົງທຶນໃໝ່) 6,34 ລ້ານໂດລາ ຫຼື ເທົ່າກັບ 139,48 ຕື້ກີບ,ອັນພົ້ນເດັ່ນໂຄງການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 2 ໂຄງການໃຫຍ່ ເປັນຕົ້ນ: ໂຄງການພັດທະນາໄຟຟ້າພະລັງງານລົມ(ມູນຊູນວິນ) 600 MW ໄດ້ປະຕິບັດໂຄງການສໍາເລັດ ໂດຍລວມ 70%, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນລາວກໍຄືຄົນທ້ອງຖິ່ນໄດ້ 2.000 ກ່ວາຄົນ.ໂຄງການຂຸດຄົ້ນປຸງແຕ່ງແຮ່ຖ່ານຫີນເພື່ອສົ່ງອອກ ແລະ ສ້າງຕັ້ງໂຮງງານໄຟຟ້າຄວາມຮ້ອນຖ່ານຫີນຂອງບໍລິສັດພະລັງງານໄຟຟ້າເຊກອງຈຳກັດ(ກຸ່ມບໍລິສັດພອນສັກ)ນອກຈາກການຂຸດຄົ້ນປຸງແຕ່ງຖ່ານຫີນສົ່ງອອກສ້າງລາຍຮັບໃຫ້ລັດແລ້ວ ຍັງໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເຖິງ 3.000 ກ່ວາຄົນສັງລວມແລ້ວ, ທັງສອງບໍລິສັດ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ທັງເປັນກຳລັງຊຸກຍູ້ເສດຖະກິດ ຂອງແຂວງຂະຫຍາຍຕົວໄປຕາມທິດ ທີ່ໄດ້ກຳນົດໄວ້.
ໃນໂອກາດດັ່ງກ່າວ,ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳຂອງແຂວງທຸກຂັ້ນ ທີ່ໄດ້ພ້ອມກັນສຸມໃສ່ ເຮັດໃຫ້ທົ່ວແຂວງເຊກອງ ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ ແລະ ມີຄວາມສະຫງົບທົ່ວປວງຊົນຮອບດ້ານສາມາດຮັກສາການເຕີບໂຕດ້ານເສດຖະກິດ.
ການລົງມາເຮັດວຽກໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ບັນດານິຕິກໍາຕ່າງໆກ່ຽວກັບການກະກຽມສະເຫຼີມສະ
ຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ໃຫ້ບັນດາທ່ານການນໍາຂອງແຂວງເຊກອງກໍາໄດ້ ເພື່ອນໍາໄປຈັດຕັ້ງປະຕິບັດ.ເຜີຍແຜ່ແນະນໍາກ່ຽວກັບການກະກຽມຊຸກຍູ້,ບົດປະກອບຄໍາເຫັນຂອງບັນດາຕົວແທນຈາກແຂວງຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເວົ້າສະເພາະ ແມ່ນການກະກຽມກອງປະຊຸມໃຫ່ຍ 3 ຂັ້ນ ຂອງແຂວງເຊກອງ.
ທ່ານ ຄຳພັນ ເຜີຍຍະວົງ ຍັງໄດ້ມີທິດຊີ້ນຳສໍາລັບການກະກຽນສະເຫຼີມສະຫຼອງ 3 ວັນປະຫວັດສາດນີ້ ຄວນສຸມໃສ່, ປຶກສາຫາລື, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ,ບັນດາໜ້າວຽກໃດຕິດພັນກັບພາກສ່ວນໃດ ແມ່ນມອບໃຫ້ພາກສ່ວນນັ້ນຮັບຜິດຊອບຢ່າງລະອຽດ,ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງຂຶ້ນ ເພື່ອຮັບຜິດຊອບວຽກນີ້ໂດຍກົງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກັບກໍານົດເວລາ,ການຈັດຕັ້ງປະຕິບັດການກະກຽມສະເຫຼີມສະຫຼອງຕ້ອງຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນຂອງບັນດາສະຫາຍ ແລະ ເຮັດໃຫ້ມີຂະບວນການຟົດຟື້ນ, ມີບັນຍາກາດ ໂດຍຕິດພັນກັບກິດຈະກໍາທີ່ມີໃນຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ,ການສະເຫຼີມສະຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ,ນໍາໃຊ້ງົບປະມານຂອງແຂວງເອງ.
ສຳລັບການຄັດເລືອກເປົ້າໝາຍ ເພື່ອປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ.ຄວນເລືອກເອົາບັນດາຕົວແບບດີເດັ່ນໃນຂົງເຂດການເມືອງ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດປກສ-ປກຊ ແລະ ຂົງເຂດເສດຖະກິດ,ການເຮັດການຜະລິດທຸລະກິດທີ່ດີເດັ່ນ, ດ້ວຍການນຳໃຊ້ພູມປັນຍາ, ນໍາໃຊ້ທ່າແຮງບົ່ມຊ້ອນກັບທີ່ ເຂົ້າໃນການພັດທະນາ ແລະ ສາມາດເປັນບົດຮຽນໃຫ້ຊຸມຊົນ ເຂົາເຈົ້າເບິ່ງແລ້ວສາມາດນຳໄປເປັນບົດຮຽນໃນການພັດທະນາຕໍ່ໄປ.
(ຂ່າວ-ພາບ: ບຸນຕອມ).