ໃນວັນທີ 23 ກໍລະກົດນີ້, ທີ່ສະໂມສອນແຂວງຄຳມ່ວນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ພະນັກງານການນຳອາວຸໂສບຳນານ, ຕາງໜ້າພະແນກການ-ກົມກອງ, ບັນດາການນຳເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳໃບ ດຳລັດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ, ແມ່ນການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳສູງສຸດຂອງລັດເຮົາ ຊຶ່ງເປັນກົດໝາຍພື້ນຖານຂອງຊາດ. ຊຶ່ງລັດຖະທໍາມະນູນສະບັບທໍາອິດ ຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະປະກາດໃຊ້ຢ່າງເປັນທາງການໃນປີ 1991 ມາຮອດປັດຈຸບັນແມ່ນເປັນເວລາ 33 ປີ, ໃນໄລຍະຜ່ານມາກໍໄດ້ມີການປັບປຸງ 2 ຄັ້ງຄື: ການປັບປຸງປີ 2003 ແລະ ປີ 2015. ຊຶ່ງໄດ້ເປັນບ່ອນອີງແກ່ການສ້າງ ແລະປັບປຸງບັນດາກົດໝາຍ ເພື່ອເປັນເຄື່ອງມືຂອງລັດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ສ້າງເງື່ອນໄຂພື້ນຖານໃຫ້ແກ່ການສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍດີຂຶ້ນເທື່ອລະກ້າວ. ເຖິງຢ່າງໃດກໍຕາມ ຜ່ານການຈັດຕັ້ງປະຕິບັດຕົວຈິງ ຍັງມີບາງບົດບັນຍັດຂອງລັດຖະທຳມະນູນ ບໍ່ທັນສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ. ສະນັ້ນ ກົມການເມືອງສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນໃຫ້ທັນເວລາ ໂດຍໄດ້ວາງແຜນການປັບປຸງລັດຖະທຳມະນູນ ແຕ່ນີ້ຮອດກາງປີ 2025 ແລະ ຄາດວ່າຈະຖືກຮັບຮອງໃນທ້າຍປີ 2025 ພ້ອມທັງແຕ່ງຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ແລະ ຕາງໜ້າແຕ່ລະຂົງເຂດວຽກງານຕ່າງໆ ກໍໄດ້ປະກອບຄໍາຄິດເຫັນ ເພື່ອແນໃສ່ເຮັດໃຫ້ການປັບປຸງລັດຖະທຳທະນູນສະບັບໃໝ່ ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່. (ຂ່າວ-ພາບ: ກອງຄຳ)2322 6776