ກອງປະຊຸມອົງການປົກຄອງ ແຂວງບໍລິຄໍາໄຊ ເປິດກວ້າງ ຄັ້ງທີ 1 ປະຈໍາປີ 2024 ຈັດຂຶ້ນໃນວັນທີ 23 ກໍລະກົດນີ້, ທີ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ສອນທະນູ ທໍາມະວົງ ກຳມະການສູນການພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ, ຫົວໜ້າພະແນກການ, ກົມກອງ, ອົງການຈັດຕັ້ງ, ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມໃຈ ຄູນພະໄຊ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຊຶ່ງຕະຫຼອດໄລຍະ 6 ເດືອນຕົ້ນປີ 2024 ຜ່ານມາ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ຄາດຄະເນໄດ້ຍາກ, ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ການເພີ່ມຂຶ້ນຂອງລາຄາສິນຄ້າ, ບັນຫານໍ້າມັນເຊື້ອໄຟ ເຮັດໃຫ້ເກີດອັດຕາເງິນເຟີ້(26,15% ໃນເດືອນມິຖຸນາ) ພ້ອມນີ້ ຍັງໄດ້ຮັບຜົນກະທົບຈາກທຳມະຊາດ-ສິ່ງແວດລ້ອມ ເປັນຕົ້ນ ລົມພະຍຸ, ໄພພິບັດ, ການລະບາດຂອງພະຍາດຕ່າງໆ ແລະ ບັນຫາອື່ນໆ, ຊຶ່ງປັດໄຈດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນຢ່າງຫຼີກລ່ຽງບໍ່ໄດ້ ແລະ ເປັນສິ່ງທ້າທາຍ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ກໍຄືແຂວງບໍລິຄໍາໄຊ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມທຸກເງື່ອນໄຂ ແລະ ທ່າແຮງ ດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າ ຈຶ່ງສາມາດເຮັດໃຫ້ແຂວງ ຍັງຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ ເຖິງຈະມີຄວາມຫຍຸ້ງຍາກ ແຕ່ກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ວັດທະນະທໍາ-ສັງຄົມ ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາດີຂຶ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງບໍລິຄໍາໄຊ ມີຄວາມຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຢ່າງຖືກຕ້ອງ, ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ, ປະຊາຊົນ ມີການພັດທະນາຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.
ຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນ ຈາກບັນດາພະແນກການ, ກົມກອງທີ່ກ່ຽວຂ້ອງອີກຈໍານວນໜຶ່ງ ເປັນຕົ້ນ ການລາຍງານມາດຕະການແກ້ໄຂບັນຫາ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ການລາຍງານຜົນການຈັດຕັ້ງປະຕິບັດຕິດຕາມ, ຊຸກຍູ້, ສະກັດກັ້ນ ແລະ ແກ້ໄຂສິນຄ້ານອກລະບົບ, ການສ້ອມແປງບັນດາເສັ້ນທາງເທສະບານ, ທາງຫຼວງແຫ່ງຊາດ ແລະ ມາດຕະການຮັບມື ເພື່ອບໍ່ໃຫ້ເສັ້ນທາງຖືກຕັດຂາດໃນໄລຍະລະດູຝົນ ໂດຍສະເພາະ ເສັ້ນທາງຫຼວງແຫ່ງຊາດເລກ 8 ມາດຕະການແກ້ໄຂບັນຫາການລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ການບຸກລຸກເນື້ອທີ່ປ່າໄມ້ ທີ່ບໍ່ຖືກຕ້ອງຕາມລະບຽບ-ກົດໝາຍ ແລະ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ເລກທີ 11/ນຍ, ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ. ພ້ອມນີ້, ກອງປະຊຸມຍັງໄດ້ພິຈາລະນານິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ພິຈາລະນາຮັບຮອງ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕີລາຄືນຕໍ່ກັບການຈັດຕັ້ງປະຕີບັດວຽກງານ ໃນດ້ານຕ່າງໆຮ່ວມກັນ ເພື່ອຊອກຫາສາເຫດຈຸດອ່ອນຂໍ້ຄົງຄ້າງ ແລະ ວິທີແກ້ໄຂຢ່າງຊັດເຈນ ເພື່ອເປັນບົດຮຽນ ແກ່ການແກ້ໄຂວຽກງານໃນຕໍ່ໜ້າ.(ຂ່າວ-ພາບ: ວຽງສະຫວັນ)