ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນປີ2015ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ23ກໍລະກົດນີ້,ທີ່ສະໂມສອນໃຫຍ່ແຂວງໄຊຍະບູລີໂດຍໃຫ້ກຽດເປັນປະທານຂອງທ່ານພົນໂທສຸວອນເລືອງບຸນມີກໍາມະການສູນກາງພັກຮອງປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານພົງສະຫວັນສິດທະວົງກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7, ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າອົງການຈັດຕັ້ງພັກ-ລັດອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ທ່ານພົນໂທສຸວອນເລືອງບຸນມີໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນທ່ານເພັງນິລັນຄໍາພັນເພັງຮອງເລຂາພັກແຂວງປະທານຄະນະສະມາຊິກສະພາແຫ່ງຊາດເຂດ7ປະທານສະພາປະຊາຊົນແຂວງໄດ້ຂຶ້ນສະເໜີບົດປະເມີນການຈັດຕັ້ງປະຕິບັດລັດຖະທໍາມະນູນສະບັບປີ2015ຊຶ່ງບາງຕອນທ່ານກ່າວວ່າ: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລະໄດ້ສ້າງຕັັ້ງເປັນປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ2ທັນວາປີ1975ອັນໄດ້ໄຂສັງກາດໃໝ່, ສັງກາດທີ່ປະເທດຊາດມີເອກະລາດແລະປະຊາຊົນບັນດາເຜົ່າໄດ້ມີອິດສະຫຼະພາບຢ່າງແທ້ຈິງ, ຊີວິດຂອງສັງຄົມໄດ້ຮຽກຮ້ອງໃຫ້ລັດຕ້ອງມີລັດຖະທໍາມະນູນແລະລັດຖະທໍາມະນູນແຫ່ງສປປລາວສະບັບທໍາອິດຈຶ່ງໄດ້ຖືກສ້າງຂຶ້ນໂດຍແມ່ນກອງປະຊຸມສະໄໝສາມັນຄັ້ງທີ6ຂອງສະພາປະຊາຊົນສູງສຸດຊຸດທີII ພິຈາລະນາຮັບຮອງເອົາໃນວັນທີ14ສິງຫາ1991ແລະປະກາດໃຊ້ໃນວັນທີ15ສິງຫາ1991ຕາມລັດຖະດໍາລັດຂອງປະທານປະເທດສະບັບເລກທີ55/ປທປທ, ລົງວັນທີ15ສິງຫາ1991ເນື້ອໃນລັດຖະທໍາມະນູນສະບັບນີ້ປະກອບມີ10ໝວດແລະ80ມາດຕາໂດຍໄດ້ກໍານົດລະບອບການເມືອງລະບອບເສດຖະກິດແລະສັງຄົມ, ສິດແລະພັນທະພື້ນຖານຂອງພົນລະເມືອງ; ສະພາແຫ່ງຊາດ; ປະທານປະເທດ; ລັດຖະບານ; ການປົກຄອງທ້ອງຖິ່ນ; ອົງການຕຸລາການ; ພາສາ, ອັກສອນ, ເຄືື່ອງໝາຍຊາດ, ທຸງຊາດ, ເພງຊາດແລະນະຄອນຫຼວງຊຶ່ງໄດ້ຮັບການຈັດຕັັ້ງປະຕິບັດແລະຜັນຂະຫຍາຍອອກເປັນກົດໝາຍແຕ່ລະຂົງເຂດວຽກງານແລະເປັນຂີດໝາຍປະຫວັດສາດໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ໃນປະເທດເຮົາເຮັດໃຫ້ການປົກປັກຮັກສາແລະສ້າງສາປະເທດຊາດໄດ້ດໍາເນີນຢ່າງຕໍ່ເນືື່ອງ. ຜ່ານການຈັດຕັັ້ງປະຕິບັດລັດຖະທໍາມະນູນສະບັບປີ1991ມາເປັນເວລາ12ປີເຫັນວ່າພວກເຮົາມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງເພືື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ. ສະນັັ້ນ, ໃນປີ2003ກອງປະຊຸມສະໄໝສາມັນເທືື່ອທີ3ຂອງສະພາແຫ່ງຊາດຊຸດທີV, ໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນສະບັບປັບປຸງຊຶ່ງປະກອບມີ11ໝວດແລະ98ມາດຕາເພີ່ມຂຶ້ນ1ໝວດຄື: ໝວດທີ3ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະເພີ່ມຂຶ້ນ18ມາດຕາໂດຍສະເພາະແມ່ນໃນໝວດທີ2ລະບອບເສດຖະກິດແລະສັງຄົມເພີ່ມຂຶ້ນ10ມາດຕາ. ການປັບປຸງລັດຖະທໍາມະນູນປີ2015ເພືື່ອເປັນການປັບປຸງລະບົບອໍານາດແຫ່ງລັດໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາແລະສ້າງສາປະເທດຊາດ, ການເຊືື່ອມໂຍງເສດຖະກິດກັບພາກພື້ນແລະສາກົນໃນໄລຍະໃໝ່ຈິຶ່ງໄດ້ປັບປຸງລັດຖະທໍາມະນູນສະບັບປີ2015ໃນປີ2003, ຊຶ່ງເປັນການປັບປຸງຄັັ້ງທີ2ແລະໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທືື່ອທີ10ຂອງສະພາແຫ່ງຊາດຊຸດທີVII, ຊຶ່ງປະກອບມີ14ໝວດແລະ119ມາດຕາ. ເພີ່ມຂຶ້ນ3ໝວດຄື: ໝວດທີ8ສະພາປະຊາຊົນທ້ອງຖິ່ນ, ໝວດທີ11ການກວດສອບແຫ່ງລັດແລະໝວດທີ12ຄະນະກໍາມະການເລືອກຕັັ້ງແລະ21ມາດຕາ. ການສ້າງ, ປະກາດໃຊ້ແລະປັບປຸງລັດຖະທໍາມະນູນສອງຄັັ້ງທີ່ຜ່ານມາເຮັດໃຫ້ນິຕິກໍາສູງສຸດຂອງປະເທດເຮົາມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ, ກາຍເປັນພາຫະນະພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ດີຂຶ້ນ, ສ້າງເງືື່ອນໄຂພື້ນຖານໃຫ້ແກ່ການສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນແລະເພືື່ອປະຊາຊົນເທືື່ອລະກ້າວແລະຕີລາຄາການຈັດຕັັ້ງປະຕິບັດລັດຖະທໍາມະນູນສະບັບປີ2015ລັດເຮົາໄດ້ສືບຕໍ່ການຜັນຂະຫຍາຍລັດຖະທໍາມະນູນສະບັບປີ2015ເປັນກົດໝາຍໃນຂົງເຂດຕ່າງໆຊຶ່ງມີຈໍານວນ139ສະບັບ, ໃນນີ້ຂົງເຂດເສດຖະກິດ61ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ36ສະບັບ, ຂົງເຂດການປົກຄອງແລະຍຸຕິທໍາ28ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ9ສະບັບແລະຂົງເຂດຕ່າງປະເທດ5ສະບັບ. ບັນດາກົດໝາຍເຫຼົ່ານັັ້ນໄດ້ກາຍເປັນເຄືື່ອງມືທີ່ໄດ້ການໄດ້ງານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ນັບມື້ເປັນລະບົບຄົບຊຸດຂຶ້ນເທືື່ອລະກ້າວ, ເປັນຫຼັກຄໍ້າປະກັນໃຫ້ແກ່ການປະຕິບັດແລະເສີມຂະຫຍາຍສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າແລະເປັນພື້ນຖານນິຕິກໍາຄໍ້າປະກັນການກໍາອໍານາດຂອງພັກເຮົາ. (ຂ່າວ+ພາບ: ບຸນທີ)