ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີອະດີດການນຳແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຮັບເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງສີ ເສົາສຸລິພົມ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະດຳເນີນເປັນເວລາ 2 ວັນ ແລະ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນພື້ນຖານຂອງແຂວງ ເປັນຕົ້ນບົດລາຍງານອົງການປົກ ຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2024; ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະຜ່ານມາ ຕາມມະຕິເລກທີ 47/ສພຂ.ຜລ, ລົງວັນທີ 31 ພຶດສະພາ 2021 ແລະ ລາຍງານຄືນການຈັດຕັ້ງປະຕິບັດມະຕິ 81/ສພຂ, ລົງວັນທີ 28 ທັນວາ 2023; ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນ ການເຄື່ອນໄຫວວຽກງານຮອດກອງປະຊຸມສະໄໝສາມັນເທື່ອທີ 8. ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາ ຊິກອົງການປົກຄອງແຂວງ ແລະ ຂອງພາກສ່ວນກ່ຽວຂ້ອງຈໍານວນ 18 ພາກສ່ວນຕໍ່ຄໍາຊັກຖາມຂອງຄະນະປະຈຳສະພາປະຊາຊົນແຂວງ ແລະ ຕໍ່ຄຳເຈາະຈີ້ມຂອງບັນດາສະມາຊິກສະພາປະຊາຊົນແຂວງ.
ໂອກາດນີ້, ທ່ານ ທອງສີ ເສົາສຸລິພົມ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ແລະ ຮັດກຸມ ບົນພື້ນຖານແນວທາງປ່ຽນແປງ ໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ໃນປັດຈຸບັນເພື່ອສ້າງຄວາມເປັນເອກະພາບສູງກັບເນື້ອໃນທີ່ຈະນໍາມາພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ໃຫ້ມີຄຸນນະພາບ ສາມາດນໍາໄປຈັດຕັ້ງໄດ້ຢ່າງເປັນຮູບປະທໍາຢ່າງແທ້ຈິງ.
ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ມີຕໍ່ການບໍລິຫານວຽກງານຂອງອົງການບໍລິຫານລັດ ໂດຍຜ່ານໂທລະສັບສາຍດ່ວນທີ່ບໍ່ເສຍຄ່າໃນໂມງລັດຖະການຕາມໝາຍເລກໂທລະສັບ 088156 ຫຼື ແຟັກ 088 210102. ຂ່າວ: ແສງຄຳ ສາລີວັນ