ກອງປະຊຸມປະເມີນຜົນການປະຕິບັດລັດຖະທຳມະນູນສະບັບປັບປຸງປີ 2015 ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດຜ່ານມາທີ່ ແຂວງສະຫວັນນະເຂດໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດ,ມີທ່ານບຸນໂຈມອຸບົນປະເສີດເຈົ້າແຂວງສະຫວັນນະເຂດ, ມີປະທານສະພາປະຊາຊົນແຂວງ,ຮອງປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ-ເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຕີລາຄາການປະຕິບັດລັດຖະທຳມະນູນໃນໄລຍະ 9 ປີຜ່ານມາໃນຂອບເຂດທົ່ວປະເທດ ກໍຄືແຂວງສະຫວັນນະເຂດຍົກໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາທີ່ຕັ້ງຂຶ້ນ ທັງເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະສາມາດຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງໄດ້.
ທ່ານຮອງປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ: ເພື່ອເຮັດໃຫ້ການປະເມີນຜົນການປະຕິບັດລັດຖະທຳມະນູນຢູ່ແຂວງສະຫວັນນະເຂດ ໄດ້ຮັບໝາກຮັບຜົນ ແລະແທດເໝາະກັບສະພາບການຕົວຈິງຂອງແຂວງ, ສະເໜີໃຫ້ບັນດາທ່ານຈົ່ງລົງເລິກຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໂດຍຕິດພັນກັບການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງບັນດາອົງການ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຮາກຖານເປັນຕົ້ນການສ້າງຄວາມຮັບຮູ້, ເຂົ້າໃຈທີ່ຖືກຕ້ອງຕໍ່ລັດຖະທໍາມະນູນ ແລະ ກົດໝາຍ ຕິດພັນກັບການສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນຖັນແຖວພະນັກງານ-ລັດຖະກອນ, ສະມາຊິກພັກ,ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ. ພ້ອມກັນນີ້, ກໍໃຫ້ມີຄໍາຄິດຄໍາເຫັນຕໍ່ການປັບປຸງເນື້ອໃນຂອງລັດຖະທໍາມະນູນ ໂດຍສະເພາະການປັບປຸງໝວດວ່າດ້ວຍສະພາປະຊາຊົນຂັ້ນແຂວງ,ໝວດວ່າດ້ວຍອົງການປົກຄອງທ້ອງຖິ່ນ; ການປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດສະຫຼຸບການປະຕິບັດລັດຖະທຳມະນູນສະບັບປັບປຸງປີ 2015 ສະເໜີໂດຍທ່ານກອງແກ້ວມີວໍລະຈັກປະທານສະພາປະຊາຊົນແຂວງ; ຫຼັງຈາກນັ້ນ, ໄດ້ມີບັນດາຕາງໜ້າກຸ່ມວຽກງານຂົງເຂດອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແລະອົງການຈັດຕັ້ງມະຫາຊົນ; ຂົງເຂດສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການກວດສອບປະຈຳພາກກາງ 02; ຂົງເຂດອົງການປົກຄອງແຂວງ; ກຸ່ມເສດຖະກິດ, ຜູ້ປະກອບການ, ວິສາຫະກິດ ແລະ ທະນາຄານ; ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະບັນດາອົງການປົກຄອງນະຄອນ-ເມືອງທັງ 15 ເມືອງ-ນະຄອນໃນແຂວງສະຫວັນນະເຂດ.
ສັງລວມແລ້ວ, ຜ່ານການຈັດຕັ້ງກອງປະຊຸມປະເມີນການປະຕິບັດລັດຖະທຳມະນູນ ສະບັບປັບປຸງປີ 2015 ເຫັນວ່າບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບໃນການປະກອບຄຳເຫັນຕໍ່ບັນດາຂໍ້ເຈາະຈີ້ມຂອງຄະນະປັບປຸງລັດຖະທຳມະນູນລະດັບຊາດ ໂດຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນ ແລະ ຄວາມສຳຄັນໃນການປັບປຸງລັດຖະທຳມະນູນ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງສະພາບການແຫ່ງການພັດທະນາຂອງປະເທດເຮົາໃນໄລຍະໃໝ່, ໂດຍຍົກໃຫ້ເຫັນຄວາມຈຳເປັນໃນການປັບປຸງບາງມາດຕາໃນລະບົບການເມືອງ,ບາງມາດຕາວ່າດ້ວຍການປົກຄອງຂັ້ນທ້ອງຖິ່ນ ແລະ ສະພາປະຊາຊົນຂັ້ນທ້ອງຖິ່ນ ແລະ ໄດ້ມີຂໍ້ສະເໜີຈຳນວນໜຶ່ງທີ່ມີຜົນປະໂຫຍດໃຫ້ແກ່ການສືບຕໍ່ປັບປຸງລັດຖະທຳມະນູນສະບັບປີ 2015 ເພື່ອກ້າວໄປເຖິງການພິຈາລະນາຮັບຮອງເອົາໃນປີ 2025 ທີ່ຈະມາເຖິງນີ້.
ການມາຮ່ວມກອງປະຊຸມຄັ້ງນີ້ ທ່ານ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ຍັງໄດ້ໄປ ຢ້ຽມຢາມເມືອງຊົນນະບູລີ ແລະ ໄດ້ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການສຶກສາລວມມູນຄ່າ 20ລ້ານກວ່າກີບ ໃຫ້ແກ່ຄະນະພັກເມືອງ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນໃນພື້ນທີ່ກຸ່ມບ້ານຄຳປ່າແໜ, ຄະນະຍັງໄດ້ໄປຢ້ຽມຢາມເຂດພັດທະນາຂອງເມືອງຕື່ມອີກຈຳນວນໜຶ່ງ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ