(ສພຊ)ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນສະບັບປີ 2015ຢູ່ເເຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ;ມີບັນດາການນຳຂັ້ນສູງ ແລະ ພະນັກງານຫຼັກແຫຼ່ງຂອງອົງການຈັດຕັ້ງພັກ-ລັດຂັ້ນແຂວງ, ເມືອງແລະ ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານການນຳຂັ້ນນຳພາ-ຄຸ້ມຄອງ ເຂົ້່າຮ່ວມ.
ຈຸດປະສົງກໍເພື່ອຕີລາຄາການໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມລັດຖະທໍາມະນູນ ຕິດພັນກັບການສ້າງສະຕິເຄົາລົບ ແລະ ປະຕິບັັດລັດຖະທຳມະນູນຢູ່ທົ່ວແຂວງໄຊຍະບູລີ;ການຜັນຂະຫຍາຍລັດຖະທຳມະນູນເປັນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນໃນໄລຍະຜ່ານມາຢູ່ແຂວງໄຊຍະບູລີ ທັງເປັນການເກັບກຳສັງລວມຄວາມເຫັນ, ຂໍ້ສະເໜີຕ່າງໆ ໃນການປະຕິບັດ ແລະ ການປັບປຸງລັດຖະທຳມະນູນ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນວ່າ: ເພື່ອເຮັດໃຫ້ການປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນຢູ່ແຂວງໄຊຍະບູລີ ໄດ້ຮັບໝາກຮັບຜົນ ແລະ ແທດເໝາະກັບສະພາບການຕົວຈິງຂອງທ້ອງຖິ່ນ, ຂໍໃຫ້ບັນດາທ່ານລົງເລິກຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໂດຍຕິດພັນກັບການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງບັນດາຂະແໜງການ, ອົງການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຮາກຖານ ເປັນຕົ້ນການສ້າງຄວາມຮັບຮູ້, ເຂົ້າໃຈທີ່ຖືກຕ້ອງຕໍ່ລັດຖະທຳມະນູນ ແລະ ກົດໝາຍ, ການສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຖັນແຖວພະນັກງານ-ລັດຖະກອນ, ສະມາຊິກພັກ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າຢູ່ພາຍໃນແຂວງ. ພ້ອມກັນນີ້, ກໍໃຫ້ສະເໜີຄຳຄິດຄຳເຫັນຕໍ່ການປັບປຸງລັດຖະທຳມະນູນ ໂດຍສະເພາະເນື້ອໃນໝວດວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງ ແລະ ຂັ້ນບ້ານ;ການປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຄົນບໍ່ມີສັນຊາດຢູ່ແຂວງໄຊຍະບູລີ.
ໃນກອງປະຊຸມ, ໄດ້ຮັບຟັງການສະເໜີບົດປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015ຈາກທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຊຶ່ງມີເນື້ອໃນສຳຄັນບາງຕອນວ່າ: ການປັບປຸງລັດຖະທຳມະນູນຄັ້ງນີ້ຈະສຸມໃສ່ຄົ້ນຄວ້າ, ປັບປຸງເນື້ອໃນໃຫຍ່ທີ່ສຳຄັນຈຳນວນໜຶ່ງຫາກບໍ່ແມ່ນປັບປຸງໝົດສະບັບ ເຊັ່ນ:1) ການກໍານົດບົດບາດນໍາພາຂອງພັກ;2) ຈຸດໝາຍສັງຄົມນິຍົມ; 3) ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ;4) ການກໍານົດທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບັນດາອົງການອຳນາດແຫ່ງລັດຂັ້ນສູນກາງ; 5) ການກໍານົດການແບ່ງຂັ້ນການປົກຄອງທ້ອງຖິ່ນ ເປັນຕົ້ນຂັ້ນຕາແສງລວມທັງການກໍານົດທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ສາຍພົວພັນສາຍຕັ້ງ ແລະ ສາຍຂວາງ ຂອງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ; 6) ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ກັບ ແຂວງ-ນະຄອນຫຼວງ,ລະຫວ່າງແຂວງ-ນະຄອນຫຼວງ ກັບ ຂັ້ນເມືອງ-ນະຄອນ, ຂັ້ນຕາແສງ ແລະ ຂັ້ນບ້ານ. ນອກຈາກເນື້ອໃນໃຫຍ່ດັ່ງກ່າວນີ້ແລ້ວ ອາດຈະຄົ້ນຄວ້າ, ປັບປຸງບາງເນື້ອໃນຍ່ອຍທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ.
ຈາກນັ້ນ, ຕົວແທນຈາກພາກສ່ວນຕ່າງໆ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຢ່າງກົງໄປກົງມາລວມທັງຂໍ້ສະເໜີຕ່າງໆຕໍ່ກັບການປັບປຸງເນື້ອໃນລັດຖະທຳມະນູນ.
(ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ)