ກອງປະຊຸມສະໄໝສາມັນເທື່ອທີ7ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີII ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ24ກໍລະກົດນີ້,ທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງຮອງເລຂາພັກແຂວງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານພົງສະຫວັນສິດທະວົງກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໄຊຍະບູລີ, ທ່ານພົນໂທສຸວອນເລືອງບຸນມີກໍາມະການສູນກາງພັກຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7, ທ່ານລີເບີລີບົວປາວກໍາມະການສູນກາງພັກຄະນະປະຈໍາສະພາແຫ່ງຊາດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7ແຂວງໄຊຍະບູລີ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7, ສະພາປະຊາຊົນແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ນັກປະຕິວັດອາວຸໂສບໍານານ, ບັນດາອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນພ້ອມດ້ວຍອໍານາດການປົກຄອງນາຍບ້ານໃນເທດສະບານແຂວງ, ນັກທຸລະກິດແລະຜູ້ປະກອບການເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມທ່ານເພັງນິລັນຄໍາພັນເພັງຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງບາງຕອນໄດ້ກ່າວວ່າ: ໃນໄລຍະ6ເດືອນຜ່ານມາເປັນໄລຍະທີ່ສະພາປະຊາຊົນແຂວງຊຸດທີII ໄດ້ສືບຕໍ່ປະຕິບັດພາລະບົດບາດ, ສິດແລະໜ້າທີ່ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນແລະກົດໜາຍ; ຊຶ່ງຢູ່ໃນເງື່ອນໄຂສະພາບການຂອງສາກົນແລະພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນແລະຄາດຄະເນໄດ້ຍາກ, ມີທັງກາລະໂອກາດແລະສິ່ງທ້າທາຍຫຼາຍດ້ານ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາປະເທດຊາດກໍຄືແຂວງໄຊຍະບູລີພວກເຮົາເປັນຕົ້ນ: ວິກິດການທາງດ້ານເສດຖະກິດ-ການເງິນ, ບັນຫາໄພເງິນເຟີ້, ເງິນກີບອ່ອນຄ່າໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດແລະປະຊາຊົນບັນດາເຜົ່າຢູ່ພາຍໃນແຂວງໄຊຍະບູລີພວກເຮົາ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງໄດ້ປະສານສົມທົບກັບອົງການປົກຄອງແຂວງແລະບັນດາພາກສ່ວນທີ່ກ່ຽວຂ້ອງສ້າງຄວາມຕັດສິນໃຈ, ຜ່ານຜ່າຄວາມຫຍຸ້ງຍາກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກວິກິດການເສດຖະກິດ-ການເງິນ, ບັນຫາຢາເສບຕິດແລະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນງົບປະມານຂອງແຂວງ, ບັນດາມະຕິຂອງສະພາແຫ່ງຊາດແລະມະຕິຂອງສະພາປະຊາຊົນແຂວງໃຫ້ບັນລຸຕາມຄາດໝາຍວາງໄວ້, ຮັບປະກັນເຮັດໃຫ້ແຂວງໄຊຍະບູລີສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນເປັນກ້າວໆ. ກອງປະຊຸມສະໄໝສາມັນເທື່ອທີ7ຂອງສະພາປະຊາຊົນແຂວງຊຸດທີII ຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຄື: ບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດຂອງແຂວງຕິດພັນກັບວາລະແຫ່ງຊາດໄລຍະ6ເດືອນຕົ້ນປີ2024ແລະທິດທາງແຜນການ6ເດືອນທ້າຍປີ2024; ບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ6ເດືອນຕົ້ນປີ2024ແລະແຜນການ6ເດືອນທ້າຍປີ2024; ບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ6ເດືອນຕົ້ນປີ2024ແລະທິດທາງແຜນການ6ເດືອນທ້າຍປີ2024; ບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາແລະທິດທາງແຜນການໃນຕໍ່ໜ້າຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງສະບັບເລກທີ11 /ສພຂ.ຊຍ, ລົງວັນທີ14ພຶດສະພາ2021;ຄົ້ນຄວ້າ, ພິຈາລະນາຮັບຮອງເອົາການປັບປຸງນິຕິກໍາໃຕ້ກົດໝາຍຈໍານວນ1ສະບັບ: ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງແລະການນໍາໃຊ້ທີ່ດິນກະສິກໍາ (ສະບັບປັບປຸງປີ2017). ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ6ຫາເທື່ອທີ7ແລະແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ8ຂອງສະພາປະຊາຊົນແຂວງຊຸດທີII; ໄດ້ພິຈາລະນາແລະຮັບຮອງເອົາມະຕິກອງປະຊຸມ4ສະບັບ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ6ເດືອນຕົ້ນປີ2024ແລະທິດທາງແຜນການ6ເດືອນທ້າຍປີ2024; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ6ເດືອນຕົ້ນປີ2024ແລະທິດທາງແຜນການ6ເດືອນທ້າຍປີ2024; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາແລະທິດທາງແຜນການໃນຕໍ່ໜ້າ. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ6ຫາເທື່ອທີ7ແລະແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ8ຂອງສະພາປະຊາຊົນແຂວງຊຸດທີII ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ຕາງໜ້າຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງເຂດທີ7, ຮັບຟັງການຊີ້ແຈງເພີ່ມເຕີມຈາກທ່ານເຈົ້າແຂວງແລະການຊີ້ແຈງຂອງພະແນກການ, ກົມກອງແລະພາກສ່ວນກ່ຽວຂ້ອງຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ, ຮັບຟັງຜົນການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງອົງການປົກຄອງແຂວງແລະການໃຫ້ຄະແນນຕໍ່ເປົ້າໝາຍທີ່ລາຍງານ, ຊີ້ແຈງແລະຕອບຄໍາຊັກຖາມໃນໄລຍະດຳເນີນກອງປະຊຸມ. ກອງປະຊຸມໃຊ້ເວລາ2ວັນເຄິ່ງຈຶ່ງສໍາເລັດ. (ຂ່າວ+ພາບ: ບຸນທີ)