ໃນວັນທີ 24 ກໍລະກົດນີ້ ກົມ 213 ໄດ້ຈັດພິທີປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຮອງຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະແນກການ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ-ເລື່ອນທຽບໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ສີຈັນ ບຸດວິເສດ ຫົວໜ້າຫ້ອງການເມືອງກົມ 213 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກົມ 213. ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ. ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ 24 ສະຫາຍ, ເລື່ອນທຽບຊັ້ນ 23 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກ 38 ສະຫາຍ, ເລື່ອນທຽບຊັ້ນ 29 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຊັ້ນ ຮ້ອຍໂທ 21 ສະຫາຍ, ເລື່ອນທຽບຊັ້ນ 3 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ໄດ້ມີຄຳເຫັນໂອ້ລົມວ່າ: ການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກົມ 213 ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານໃນກອງທັບ. ເວົ້າລວມ, ເວົ້າສະເພາະແມ່ນພະນັກງານຢູ່ກົມ 213, ພ້ອມທັງແມ່ນການປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ຕໍ່ຜູ້ທີ່ມີຜົນງານດີເດັ່ນທີ່ໄດ້ສຸມສະຕິປັນຍາເຫື່ອແຮງເຂົ້າໃນໜ້າທີ່ການເມືອງຂອງຕົນຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ-ເລື່ອນທຽບຊັ້ນໃໝ່ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ດຸໝັ່ນຊອກຮູ້ຮໍ່າຮຽນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍ. ຂ່າວ: ບິກໄຊ