ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງ (ສພຂ) ຄໍາມ່ວນ ຊຸດທີ II ເປີດຂຶ້ນໃນວັນທີ 24 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄຳມ່ວນ, ມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນມີ ພິມມະສອນໄດ້ກ່າວວ່າ:ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງ ບັນຫາສໍາຄັນຂອງແຂວງ ປະກອບມີ: ບົດລາຍງານຂອງເຈົ້າແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024;ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ແຂວງຄຳມ່ວນ ໃນໄລຍະແຕ່ປີ 2021-2023,ການຈັດຕັ້ງປະຕິບັດວຽກງານດັ່ງກ່າວປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024;ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ທີ່ດິນກະສິກຳ ຢູ່ແຂວງຄຳມ່ວນ;ບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນແຂວງ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 7 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II.
ທ່ານ ບຸນມີ ພິມມະສອນ ຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາປະຊາຊົນ ຂັ້ນແຂວງ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ-ກົດໝາຍ ຂອງລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຕາມເງື່ອນໄຂຂອງແຂວງໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂ ທີ່ສອດຄ່ອງ ຕໍ່ບັນດາບັນຫາທີ່ສັງຄົມ ຍັງມີຄວາມເປັນຫ່ວງ, ບັນຫາຮີບດ່ວນ ແລະ ເຄັ່ງຮ້ອນ ຂອງສັງຄົມໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງ ຕໍ່ເນື້ອໃນທີ່ນຳມາພິຈາລະນາ ໃຫ້ມີຄຸນນະພາບ ກ້າວໄປເຖິງການຮັບຮອງ ໃນກອງປະຊຸມຄັ້ງນີ້ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ແທດຕົວຈິງ ທັງນີ້ກໍເພື່ອເຮັດໃຫ້ການພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງແຂວງ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ກອງຄຳ