ວັນທີ24ກໍລະກົດນີ້ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການແຂວງຫຼວງພະບາງໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນແຫ່ງສປປລາວສະບັບປີ2015ໂດຍເປັນປະທານຂອງທ່ານກອງແກ້ວໄຊສົງຄາມກໍາມະການສູນກາງພັກຫົວໜ້າສະຖາບັນວິທະຍາສາດເສດຖະກິດແລະສັງຄົມແຫ່ງຊາດຮອງຫົວໜ້າອະນຸກໍາມະການເນື້ອໃນຄະນະກໍາມະການລະດັບຊາດປັບປຸງລັດຖະທຳມະນູນ, ມີການນຳຂອງແຂວງ, ຫົວໜ້າຮອງຫົວໜ້າພະແນກການຂັ້ນແຂວງ, ເຈົ້າເມືອງ-ເຈົ້ານະຄອນແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານກອງແກ້ວໄຊສົງຄາມໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ລັດຖະທໍາມະນູນສະບັບທໍາອິດຂອງສປປລາວໄດ້ຮັບການຮັບຮອງແລະປະກາດໃຊ້ຢ່າງເປັນທາງການໃນປີ1991, ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນເປັນເວລາ33ປີ, ໄດ້ມີການປັບປຸງ2ຄັ້ງຄື: ການປັບປຸງປີ2003ແລະປີ2015. ການຈັດຕັ້ງປະຕິບັດລັດຖະທໍາມະນູນສະບັບປີ2015ມາຮອດປັດຈຸບັນເປັນເວລາ9ປີຊຶ່ງໄດ້ເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງແລະປັບປຸງບັນດາກົດໝາຍເພື່ອເປັນເຄື່ອງມືຂອງລັດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ. ອີງຕາມຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການຂອງພັກໃນໄລຍະແຕ່ນີ້ຫາປີ2055, ຄະນະບໍລິຫານງານສູນກາງພັກສະໄໝທີXI ໄດ້ອອກມະຕິວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງແລະຮອບດ້ານໃນການນຳພາຂອງພັກ, ຕໍ່ມາກົມການເມືອງສູນກາງພັກໄດ້ອອກມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.ໂດຍໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງໄດ້ປັບປຸງລັດຖະທໍາມະນູນແຫ່ງສປປລາວສະບັບປີ2015ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກແລະລັດໃນໄລຍະໃໝ່, ເພື່ອຄົ້ນຄວ້າ, ປັບປຸງລັດຖະທຳມະນູນໃຫ້ທັນເວລາ, ກົມການເມືອງສູນກາງພັກໄດ້ອອກມະຕິວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນທັງໃນຂັ້ນສູນກາງແລະທ້ອງຖິ່ນ; ຈາກນັ້ນທ່ານວົງສະຫວັນເທບພະຈັນຮອງເລຂາບໍລິຫານງານພັກແຂວງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງເຂດ6 ປະທານສະພາປະຊາຊົນແຂວງຫຼວງພະບາງໄດ້ຂຶ້ນລາຍງານສະພາບການປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນແຫ່ງສປປລາວສະບັບປີ2015 ໃນທົ່ວແຂວງຫຼວງພະບາງໂດຍຍົກໃຫ້ເຫັນບັນດາຜົນສຳເລັດແລະບັນຫາຄົງຄ້າງທີ່ຈະສືບຕໍ່, ໂອກາດດຽວກັນຕາງໜ້າອົງການປົກຄອງແຂວງ, ບັນດາຂະແໜງການກ່ຽວຂ້ອງແລະບັນດາເມືອງ-ນະຄອນຫຼວງພະບາງໄດ້ພັດປ່ຽນກັນຂຶ້ນຄົ້ນຄວ້າປະກອບຄໍາເຫັນຕໍ່ເນື້ອໃນຂອງລັດຖະທໍາມະນູນໃຫ້ຄົບຖ້ວນສົມບູນແລະນໍາໃຊ້ໄດ້ຢ່າງສອດຄ່ອງກັບສະພາບການພັດທະນາໃໝ່.(ຂ່າວ: ຫຼວງພະບາງ)