ເມືອງວັງວຽງ ແຂວງວຽງຈັນ, ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ຂຶ້ນໃນວັນທີ 24 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງວ່າການເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນຈັນ ມາລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ. ມີບັນດາທ່ານຮອງເລຂາພັກເມືອງ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ບຸນຈັນ ມາລາວົງ ໄດ້ຜ່ານຮ່າງບົດປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 (ໄລຍະ 2015-2025) ຊຶ່ງໄດ້ຍົກໃຫ້ເຫັນເຖິ່ງສະພາບລວມໃນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປລາວ, ໂດຍສະເພາະລັດຖະທຳມະນູນ ສະບັບທຳອິດ, ການປັບປຸງລັດຖະທຳມະນູນ ປີ 2003, ການປັບປຸງລັດຖະທຳມະນູນ ປີ 2015, ແລະ ໄດ້ຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ສະປັບປີ 2015, ຕີລາຄາດ້ານດີ-ຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີພາໃຫ້ມີດ້ານດີ ແລະ ດ້ານອ່ອນ, ບົດຮຽນຖອດຖອນໄດ້ ແລະ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ສະປັບປີ 2015 ໃນຕໍ່ໜ້າ, ຈຸດປະສົງ, ລະດັບຄາດ
ໝາຍ, ເນື້ອໃນ, ທິດຊີ້ນຳ, ວຽກຈຸດສຸມ ແລະ ຜົນໄດ້ຮັບ, ກອງປະຊຸມໄດ້ແບ່ງກຸ່ມເພື່ອຄົ້ນຄ້ວາປະເມີນການຈັດຕັ້ງລັດຖະທຳມະນູນ ແຫ່ງ ສປປ ລາວ, ໄດ້ແບ່ງອອກເປັນ 4 ກຸ່ມຄື: ກຸ່ມການເມືອງ-ການປົກຄອງ ,ກຸ່ມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມເສດຖະກິດ ແລະ ຜູ້ປະກອບການວິສາຫະກິດ ແລະ ກຸ່ມວັດທະນະທຳ - ສັງຄົມ, ກອງປະຊຸມໄດ້ສະຫຼຸບສັງລວມການປະກອບຄຳຄິດ-ຄຳເຫັນຂອງຜູ້ແທນກອງປະຊຸມ ແລະ ໄດ້ຮັບຟັງການມີຄຳເຫັນໂອ້ລົມ ຂອງທ່ານ ທ່ານ ບຸນຈັນ ມາລາວົງ ວ່າ:ທັງນີ້ກໍ່ເພື່ອເຮັດໃຫ້ການປັບປຸງລັດຖະທຳມະນູນ ສະບັບປີ 2015 ມີປະສິດທິພາບ, ປະສິດທິຜົນ, ແລະ ສໍາເລັດຜົນທັນຕາມກຳນົດເວລາ ຂອງຄະນະກໍາມະການລະດັບຊາດ ປັບປຸງລັດຖະທຳມະນູນ.(ຂ່າວ:ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວັງວຽງ)