ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງ (ສພຂ) ຫຼວງນ້ຳທາ ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 24 ກໍລະກົດ 2024 ຢູ່ແຂວງ ຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ປະທານສະພາປະຊາຊົນແຂວງ,ມີທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນໍ້າທາ,ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ທີ 3 ແຂວງຫຼວງນໍ້າທາ, ສະມາຊິກສະພາປະຊາຊົນແຂວງ, ມີການນຳແຂວງ-ເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳຟອງ ອິນມານີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາເນື້ອໃນສໍາຄັນເປັນຕົ້ນແມ່ນ ຮັບຟັງການລາຍງານໂດຍຫຍໍ້ ຂອງທ່ານເຈົ້າແຂວງ ກ່ຽວກັບບັນຫາພົ້ນເດັ່ນໃນການ
ຈັດຕັ້ງປະບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງແຂວງ;ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024;ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024;ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງ;ພິຈາລະນາ,ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ເທື່ອທີ 7ແລະ ແຜນການເຄື່ອນໄຫວວຽກງານຮອດ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ.
ພ້ອມນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງຂະແໜງການກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ຂອງສະພາປະຊາຊົນແຂວງ, ຈະໄດ້ຄົ້ນຄວ້າປະກອບຄໍາເຫັນ ແລະ ພິຈາລະນາ, ຮັບຮອງເອົາຫຼາຍເນື້ອໃນສໍາຄັນພື້ນຖານຂອງແຂວງ, ເພື່ອຮັບປະກັນໃຫ້ເນື້ອໃນມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້.
ຂ່າວ: ອຸ້ມ ສົມນໍວັນ