ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈຳປາສັກ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກແລະ ການສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ທີ່ແຂວງຈຳປາສັກໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ,ຮອງເຈົ້າແຂວງໆຈໍາປາສັກ, ມີຄະນະພັກແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸປານີ ສີລີປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ລາຍງານ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນະເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງVIIIແລະ ແຜນພັດທະນາຂອງແຕ່ລະທ້ອງຖິ່ນຕົນ ຕິດພັນກັບ 2 ວາລະແຫ່ງຊາດໃນໄລຍະຜ່ານມາມີຜົນສຳເລັດຫຼາຍດ້ານໂດຍລວມແລ້ວທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜ້ກແໜ້ນ ສັງຄົມມີຄວາມສະຫງົບໂດຍພື້ນຖານ.ໃນ 3 ປີເຄິ່ງຜ່ານມາ, ເສດຖະກິດຂອງແຂວງມີທ່່າອ່ຽງຂະຫຍາຍຕົວດີຂຶ້ນ ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 108.054,54 ຕື້ກີບທຽບໃສ່ແຜນເທົ່າກັບ 83,06%,ອັດຕາເຕີບໂຕສະເລ່ຍໃນປີ 2022 ເທົ່າກັບ 5,95%,ໃນປີ 2023 ເທົ່າກັບ 5,63% ແລະ ຄາດຄະເນປີ 2024 ຈະໄດ້ 5,5%, ໃນປີ 2023 ສະເລ່ຍຕໍ່ຫົວຄົນ 2.446 ໂດລາ ແລະ ຄາດຄະເນປີ 2024 ຈະໄດ້ 2.481 ໂດລາ. ການລະດົມທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໄດ້ທັງໝົດ 35.937,64 ຕື້ກີບ,ລື່ນແຜນ 14%,ເກັບລາຍຮັບໄດ້ທັງໝົດ 6.947,58 ຕື້ກີບທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 1,68% ສະເພາະລາຍຮັບຂອງແຂວງປະຕິບັດໄດ້ 3.381,57 ຕື້ກີບ ລື່ນແຜນ 2,54% ແລະ ຄຸ້ມຄອງລາຍຈ່າຍປະຕິບັດໄດ້ 2.581,11 ຕື້ກີບ ລື່ນແຜນ 19%,ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ແລະ ປີ 2023 ສາມາດຈັດເກັບລາຍຮັບໄດ້ເກີນແຜນ.
ສຳລັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການສ້າງຜົນງານຂໍ່ານັບຮັບຕ້ອນ ບັນດາວັນບຸນໃຫຍ່ທີ່ສຳຄັນຂອງພັກ-ຂອງຊາດໃນປີ 2025 ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຄັ້ງທີXII ຂອງພັກຢ່າງເປັນຂະບວນຟົດຟື້ນແຂງແຮງ ແລະ ເບີກບານມ່ວນຊື່ນມາຮອດປັດຈຸບັນນີ້ແຂວງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ-ຊີ້ນໍາ ແລະ ໄດ້ມີການເຄື່ອນໄຫວຢ່າງແຂງແຮງ.
ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ເຜີຍແຜ່ບັນດານິຕິກໍາຕ່າງໆກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ຄື: ວັນສ້າງຕັ້ງພັກຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີເພື່ອໃຫ້ບັນດາການນໍາແຂວງກໍາໄດ້ ແລະ ນໍາໄປຈັດຕັ້ງປະຕິບັດ, ເຜີຍແຜ່, ແນະນໍາກ່ຽວກັບການກະກຽມຊຸກຍູ້, ແນະນໍາບົດປະກອບຄໍາເຫັນຂອງບັນດາຕົວແທນຈາກແຂວງຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເວົ້າສະເພາະແມ່ນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ.
ຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນຳພາຂອງຄະນະພັກແຂວງທຸກຂັ້ນ ທີ່ໄດ້ພ້ອມກັນສຸມໃສ່ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບໂດຍພື້ນຖານ ເຖິງຈະມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,ລາຄາສິນຄ້າແພງກໍຕາມ,ແຕ່ກໍສາມາດເຮັດໃຫ້ເສດຖະກິດຂອງແຂວງມີທ່າອ່ຽງຂະຫຍາຍຕົວດີຂຶ້ນຢ່າຕໍ່ເນື່ອງແລະ ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດນີ້ຄວນສຸມໃສ່ປຶກສາຫາລືແບ່ງຄວາມຮັບຜິດຊອບກັນຢ່າງລະອຽດບັນດາໜ້າວຽກໃດຕິດພັນກັບພາກສ່ວນໃດ ແມ່ນມອບໃຫ້ພາກສ່ວນນັ້ນຮັບຜິດຊອບຢ່າງລະອຽດ,ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອຮັບຜິດຊອບວຽກນີ້ໂດຍກົງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກັບກໍານົດເວລາ,ການຈັດຕັ້ງປະຕິບັດການກະກຽມສະເຫຼີມສະຫຼອງຕ້ອງຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນ ແລະ ເຮັດໃຫ້ມີຂະບວນການຟົດຟື້ນ, ມີບັນຍາກາດໂດຍຕິດພັນກັບກິດຈະກໍາທີ່ມີໃນຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ,ການສະເຫຼີມສະຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ,ນໍາໃຊ້ງົບປະມານຂອງແຂວງ.ການຄັດເລືອກເອົາບັນດາຕົວແບບດີເດັ່ນໃນຂົງເຂດການເມືອງ, ວັດທະນະທຳ-ສັງຄົມ,ປກສ-ປກຊ ແລະ ຂົງເຂດເສດຖະກິດ,ການເຮັດການຜະລິດທຸລະກິດທີ່ດີເດັ່ນດ້ວຍການນຳໃຊ້ພູມປັນຍາ, ນໍາໃຊ້ທ່າແຮງບົ່ມຊ້ອນກັບທີ່ເຂົ້າໃນການພັດທະນາ ແລະ ສາມາດເປັນບົດຮຽນໃຫ້ຊຸມຊົນ ເຂົາເຈົ້າເບິ່ງແລ້ວສາມາດນຳໄປເປັນບົດຮຽນໃນການພັດທະນາຕໍ່ໄປໄດ້. ຂ່າວ-ພາບ: ບຸນຕອມ