ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກພາສີປະຈຳແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດນີ້ ໂດຍການເປັນປະທານຂອງສະຫາຍ ພູເມືອງ ແກ້ວຈັນທະລາ ເລຂາໜ່ວຍພັກ ຫົວໜ້າພາສີປະຈຳແຂວງ, ເປັນກຽດເຂົ້າຮ່ວມມີສະຫາຍ ສີສະຫວາດ ໄຊຍະວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກການເງິນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງຂອງໜ່ວຍພັກພາສີປະຈຳແຂວງ ໂດຍໄດ້ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກໃນສະໄໝທີຜ່ານມາ ຍົກໃຫ້ເຫັນຜົນງານການເຄື່ອນໄຫວຕະຫຼອດໄລຍະປີ 2020 ເປັນຕົ້ນມາ, ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນທຸກໆສະຫາຍໄດ້ສ້າງຜົນງານອັນໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນຈັດເກັບລາຍຮັບເຂົ້າງົບປະມານ. ຊຶ່ງໃນປີ 2020 ແຜນການເກັບລາຍຮັບທັງໝົດ 19 ຕື້ກີບ, ປະຕິບັດຕົວຈິງໄດ້ 29.53 ຕື້ກີບເທົ່າກັບ 155% ຂອງແຜນການປີ, ໃນປີ 2021 ແຜນການເກັບລາຍຮັບທັງໝົດ 19 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໄດ້ 13.55 ຕື້ກີບ ເທົ່າກັບ 71% ຂອງແຜນການປີ, ປີ 2022 ແຜນການເກັບລາຍຮັບທັງໝົດ 5.11 ຕື້ກີບ, ປະຕິບັດຕົວຈິງໄດ້ 60.62 ຕື້ກີບ ເທົ່າກັບ 1,186% ຂອງແຜນການປີ, ໃນປີ 2023 ແຜນການເກັບລາຍຮັບທັງໝົດ 20.6 ຕື້ກີບ, ປະຕິບັດຕົວຈິງໄດ້ 265.15 ຕື້ກີບ ເທົ່າກັບ 1,287% ຂອງແຜນປີ, ໃນປີ 2024 ແຜນການເກັບລາຍຮັບທັງໝົດ 38.7 ຕື້ກີບ, ປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ແລ້ວ 80.99 ຕື້ກີບ ເທົ່າກັບ 209% ຂອງແຜນການປີ ແລະ ຜ່ານບົດສຳຫຼວດການນໍາພາລວມຂອງຄະນະໜ່ວຍພັກ ຊຶ່ງໄດ້ຕີລາຄາການນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກໃນຊຸດທີ່ຜ່ານມາ ໂດຍສະເພາະດ້ານການນຳພາການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ການປັບປຸງແບບແຜນວິທີນໍາພາ ແລະ ວິທີເຮັດວຽກ, ການນຳພາປະຕິບັດພາລະບົດ ບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບ ຕະຫຼອດເຖິງການນຳພາວຽກງານ ປກຊ-ປກສ, ວຽກງານການຕ່າງປະ ເທດ, ວຽກງານການປັບປຸງ, ກໍ່ສ້າງພັກ-ພະນັກງານ, ການຕິດຕາມກວດກາພັກ, ອົງການຈັດຕັ້ງມະຫາຊົນໂດຍໄດ້ຕີລາຄາຄວາມຮັບຜິດຊອບຕໍ່ການແກ້ໄຂ ຜົນຂອງການດຳເນີນຊີວິດການເມືອງກາງສະໄໝຂອງໜ່ວຍພັກໄປພ້ອມກັບການຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ພູເມືອງ ແກ້ວຈັນທະລາ ເປັນເລຂາໜ່ວຍພັກ, ສະຫາຍ ວິລະປະຊາ ຫຼວງອາມາດ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ຈັນທະ ອ່ອນສີລິວົງ ເປັນກຳມະການ. ຂ່າວ-ພາບ: ກອງຄໍາ