ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ແອນໂທນີ ບຣິນແກັນ(Antony Blinken) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສອາເມຣິກາເມື່ອວັນທີ 27 ກໍລະກົດຜ່ານມາໃນໂອກາດເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57ທີ່ ສປປ ລາວເປັນເຈົ້າພາບ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຊົມເຊີຍ ແລະ ຕີລາຄາການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຕະຫຼອດ 69 ປີ ຜ່ານມາມີທ່ວງທ່າ ແລະ ບັນຍາ ກາດອັນດີ ພ້ອມທັງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືແບບກວມລວມ (Comprehensive Partnership) ແລະ ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ເປັນຕັ້ນ: ຂະແໜງສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ສະກັດກັ້ນຢາເສບຕິດ, ວຽກງານເກັບກູ້ລະເບີດ, ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ ແລະ ອື່ນໆ. ສອງຝ່າຍຍັງໄດ້ປຶກສາຫາລືການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າເປັນຕົ້ນວຽກງານການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດ ແລະ ອື່ນໆ. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈເປັນຕົ້ນ ການຮ່ວມມືໃນຂອບ ອາຊຽນ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ໂດຍສະເພາະ ແມ່ນບົດບາດ ຂອງ ສອາເມຣິກາ ໃນພາກພື້ນອາຊີ-ປາຊີຟິກ ກໍຄືການຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ-ສອາເມຣິກາ.ສອາເມຣິກາ ຢືນຢັນສະໜັບສະໜູນບົດບາດຄວາມເປັນແກນກາງຂອງອາຊຽນໃນພາກພື້ນ ແລະ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ກໍຄຶການຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ-ສະຫະລັດອາເມຣິກາ.
ຂ່າວ-ພາບ: ກະຊວງການຕ່າງປະເທດ