ໃນວັນທີ 26 ກໍລະກົດ ຜ່ານມາທີ່ສະຖານທູດ ຫວຽດນາມ ປະຈໍາ ສປປ ລາວ ສະຫາຍ ໄພວີ ສີບົວລິພາກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຂຽນປຶ້ມໄວ້ອາໄລ, ເພື່ອສະແດງຄວາມໄວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາ ຂອງ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຜູ້ນໍາທີ່ສໍາຄັນຂອງ ສສ ຫວຽດນາມ, ສະຫາຍ ແມ່ນໜຶ່ງໃນບັນດາການນໍາຂອງ ສສ ຫວຽດນາມ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດແຕ່ລະໄລຍະ, ແຕ່ລະສະໄໝກອງປະຊຸມສູນກາງພັກກອມມູນິດຫວຽດນາມ ທີ່ຢຶດໝັ້ນແນວຄິດ ໂຮ່ຈິມິນ ເປັນພື້ນຖານສຳຄັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ການປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ, ການແກ້ໄຂຄວາມທຸກຍາກ, ການພັດທະນາເສດຖະກິດ, ການສ້າງສັງຄົມສາມັກຄີປອງດອງ ແລະ ຍຸຕິທຳ ເຮັດໃຫ້ບົດບາດຂອງ ສສ ຫວຽດນາມ ໄດ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.
ສະຫາຍ ຫງວຽນ ຝູຈ້ອງ ໄດ້ຈາກພວກເຮົາໄປແລ້ວ, ແຕ່ຜົນງານ, ຄຸນງາມຄວາມດີ, ຄວາມເປັນແບບຢ່າງຮອບດ້ານໃນການນຳພາ-ຊີ້ນຳ ທີ່ໄດ້ຮ່ວມກັບໝູ່ຄະນະກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກຄະນະບໍລິຫານງານສູນກາງພັກ ຜ່ານຜ່າ, ບຸກທະລຸບາດກ້າວທີ່ສຳຄັນ ເພື່ອຈຸດໝາຍກ້າວຂຶ້ນສັງຄົມນິຍົມຊຶ່ງແມ່ນອຸດົມການຂອງສອງພັກ ລາວ-ຫວຽດນາມ ຢຶດໝັ້ນຕະຫຼອດມາ, ນັ້ນແມ່ນຄວາມຊົງຈຳຂອງສະມາຊິກພັກ-ພະນັກງານ ຈະຈົດຈຳ, ສຶກສາຮໍ່າຮຽນເອົາແບບແຜນນຳພາ, ການດຳລົງຊີວິດ ເພື່ອສືບຕໍ່ພາລະກິດປະຕິວັດ, ທັງເຮັດໃຫ້ໄດ້ຮັບການພັດທະນາປ່ຽນແປງໃໝ່ ແລະ ຫັນເປັນທັນສະ
ໄໝ ຢ່າງບໍ່ຢຸດຢັ້ງ.
ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໜົມ ຜູ້ທີ່ຮັກຂອງພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ, ໃນທ່າມກາງຄວາມອາໄລອາວອນ ແລະ ໂສກເສົ້າເສຍໃຈນີ້ ຂໍໃຫ້ດວງວິນຍານ ຂອງສະຫາຍ ຫງວຽນຝູຈ້ອງ ຈົ່ງໄປສູ່ສຸຂະຕິ ດ້ວຍເທີ້ນ.
(ຂ່າວ-ພາບ: ໄໝສີສົດ ສິນພອນເພັດ)