ການນຳແຂວງອັດຕະປືນຳໂດຍສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆອັດຕະປື ພ້ອມຄະນະເຂົ້າວາງພວງມາລາ ແລະ ຂຽນປຶ້ມໄຫວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູ ຈ້ອງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໃນວັນທີ 26 ກໍລະກົດ 2024 ທີ່ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ພາກໃຕ້ຂອງລາວ, ນະຄອນປາກເຊ.
ເນື້ອໃນ ໃນປື້ມໄຫວ້ອາໄລ ໄດ້ລະບຸວ່າ:ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູ ຈ້ອງ ຜູ້ນຳທີ່ແສນເຄົາລົບຮັກ ຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ, ເປັນເພື່ອນມິດທີ່ສະໜິດແໜ້ນ ຂອງພັກ-ລັດ ແລະ ປະຊາຊົນລາວ, ຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ, ແນວລາວສ້າງຊາດ ແລະ ປະຊາຊົນ ແຂວງອັດຕະປື ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມານະໂອກາດນີ້ດ້ວຍ.
ການຈາກໄປຂອງ ສະຫາຍ ຫງວຽນ ຝູ ຈ້ອງ ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຄືຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການສູນເສຍຜູ້ນໍາປະຕິວັດທີ່ໂດດເດັ່ນ, ອົງອາດກ້າແກ່ນ, ຜູ້ສືບທອດທີ່ຈົງຮັກພັກດີຢ່າງເລິກເຊິ່ງ ຕໍ່ລັດທິມາກ-ເລນິນ ແລະ ແນວຄິດ ໂຮ່ຈີ່ມິນ, ນັກທິດສະດີທີ່ມີວິໄສທັດວິທະຍາສາດກວ້າງໄກ ເຊິ່ງຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງສະຫາຍ ໄດ້ມີຄຸນງາມຄວາມດີ ອັນດີເລີດ ຕໍ່ປະເທດຊາດ ແລະ ປະຊາຊົນຫວຽດນາມຢ່າງໃຫຍ່ຫຼວງ.
ຂ່າວ: ວິໄລສັກ ແກ້ວຫລວງໂຄດ