ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນໄດ້ນໍາພາຄະນະຜູ້ແທນຂັ້ນສູງຈາກພາກລັດ ແລະ ພາກທຸລະກິດ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 28-30 ກໍລະກົດ 2024, ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.
ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ ນີ້ ທີ່ ກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ຊຶ່ງຖືເປັນບາດກ້າວສໍາຄັນ ສໍາລັບການຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ຮົງກົງ ໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການທະນາຄານ, ການສຶກສາ, ການຄົມມະນາຄົມຂົນສົ່ງ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ສອງຝ່າຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ນັບແຕ່ມີການເປີດສາຍການບິນໂດຍກົງ ຈາກຮົງກົງ-ນະຄອນຫຼວງວຽງຈັນ(ຈໍານວນ 1 ຖ້ຽວ/ອາທິດ) ໃນວັນທີ 7 ພຶດສະພາ 2024 ຜ່ານມາ, ໄດ້ເຮັດໃຫ້ການໄປມາຫາສູ່ກັນສະດວກຂຶ້ນ ທັງປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ.
ໃນໂອກາດນີ້, ທ່ານສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມທາງການ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຂອງຮົງກົງ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ກັບ ຮົງກົງ ກໍຄື ການພົວພັນລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີບາດກ້າວໃໝ່ ແນໃສ່ນໍາເອົາຜົນປະໂຫຍດອັນຍືນຍົງມາສູ່ປະຊາຊົນສອງຊາດລາວ ແລະ ຈີນ ກໍຄື ຮົງກົງ, ພ້ອມທັງສະແດງຄວາມຍິນດີທີ່ເຫັນວ່າ ໃນໄລຍະການຢ້ຽມຢາມຄັ້ງນີ້, ຄະນະນັກທຸລະກິດຮົງກົງ ຍັງໄດ້ພົບປະກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງລາວ ລວມທັງພົບປະກັບພາກທຸລະກິດຂອງລາວ ຊຶ່ງຈະເປັນການເປີດໂອກາດ ແລະ ຊ່ອງທາງໃນການຮ່ວມມື ເພື່ອດໍາເນີນທຸລະກິດຮ່ວມກັນໃນອະນາຄົດ. ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຊີນຊວນນັກລົງທຶນຮົງກົງໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ນີ້.
ໃນໂອກາດດຽວກັນ, ທ່ານຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ຈະໃຫ້ຄວາມຮ່ວມມື ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ຈີນ ກໍຄື ຮົງກົງ.
ພາຍຫຼັງສໍາເລັດການພົບປະ, ທ່ານ ສະເຫຼີມໄຊ ກົມມະສິດແລະ ທ່ານ ຈອນ ລີກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ ຈໍານວນ 12 ສະບັບ ຊຶ່ງປະກອບມີການຮ່ວມມືດ້ານການສຶກສາ, ເສດຖະກິດ-ການຄ້າ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນດ້ານພາສີ ແລະ ອື່ນໆ, ເພື່ອເປັນກົນໄກຊຸກຍູ້ການຮ່ວມມືສອງຝ່າຍໃນຕໍ່ໜ້າ.
ໃນວັນດຽວກັນ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຂົ້າຮ່ວມງານລ້ຽງຮັບຮອງ ຈັດໂດຍ ທ່ານສະເຫຼີມໄຊ ກົມມະສິດ ແລະ ໄດ້ໄປຢ້ຽມຢາມມັດທະຍົມສົມບູນວຽງຈັນ, ເຂດພັດທະນາໄຊເສດຖາກວມລວມ ແລະ ສະຖານີລົດໄຟ ລາວ-ຈີນ ອີກດ້ວຍ.
ຂ່າວ-ພາບ: ກະຊວງການຕ່າງປະເທດ