ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຕີລາຄາສູງ ຕໍ່ພຶດຕິກຳຕົວຈິງທີ່ສຳເລັດຜົນ ແລະ ຜົນງານອັນຍິ່ງໃຫຍ່ຂອງຈີນໃນການລົງເລິກການປະຕິຮູບຢ່າງຮອບດ້ານໃນຍຸກໃໝ່, ໂດຍລະບຸແຈ້ງ ທັງໃນໄລຍະປັດຈຸບັນ ແລະ ໄລຍະຍາວ ຊຶ່ງແມ່ນໄລຍະສຳຄັນທີ່ເປັນຂໍກຸນແຈ ໃນການຊຸກຍູ້ການສ້າງປະເທດ ໃຫ້ເຂັ້ມແຂງຢ່າງຮອບດ້ານ ແລະ ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງແຫ່ງຊາດອັນຍິ່ງໃຫຍ່ ດ້ວຍຄວາມທັນສະໄໝແບບຈີນ, ຕ້ອງວາງການປະຕິຮູບໃຫ້ຢູ່ຖານະທີ່ພົ້ນເດັ່ນກວ່າເກົ່າ,ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມຄວາມທັນສະໄໝແບບຈີນຢ່າງໜັກ ແໜ້ນ.
ຕາມຂໍ້ມູນຈາກຊີອາໄອ, ໃນກອງປະຊຸມຄົບຄະນະຄັ້ງນີ້, ໄດ້ມີການຈັດວາງຢ່າງເປັນລະບົບຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເນັ້ນໜັກການສ້າງໂຄງປະກອບເສດຖະກິດຕະຫຼາດແບບສັງຄົມນິຍົມທີ່ມີລະດັບສູງ, ປັບປຸງໂຄງປະກອບກົນໄກທີ່ຊຸກຍູ້ການພັດທະນາເສດຖະກິດດ້ວຍຄຸນນະພາບສູງ ໃຫ້ສົມບູນຂຶ້ນ, ສ້າງໂຄງປະກອບກົນໄກທີ່ສະໜັບສະໜູນການປະດິດສ້າງຮອບດ້ານ, ປັບປຸງລະບົບການບໍລິການເສດຖະກິດມະຫາພາກ ໃຫ້ສົມບູນຂຶ້ນ, ປັບປຸງໂຄງປະກອບກົນໄກການພັດທະນາແບບເຊື່ອມໂຍງ ລະຫວ່າງຕົວເມືອງ ກັບ ຊົນນະບົດ, ປັບປຸງໂຄງປະກອບກົນໄກການເປີດປະຕູສູ່ພາຍນອກ ຢ່າງມີລະດັບສູງໃຫ້ສົມບູນຂຶ້ນ, ປັບປຸງລະບົບລະບຽບການປະຊາທິປະໄຕ ປະຊາຊົນ ທົ່ວຂະບວນການ ໃຫ້ສົມບູນຂຶ້ນ, ປັບປຸງລະບົບການປົກຄອງດ້ວຍກົດໝາຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃຫ້ສົມບູນຂຶ້ນ, ລົງເລິກການປະຕິຮູບໂຄງປະກອບກົນໄກວັດທະນະທຳ, ປັບປຸງລະບົບການຮັບປະກັນ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ສົມບູນຂຶ້ນ, ລົງເລິກການປະຕິຮູບໂຄງປະກອບຄວາມສີວິໄລທາງລະບົບນິເວດ, ຊຸກຍູ້ລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ ໃຫ້ຫັນເປັນແບບທັນສະໄໝ, ລົງເລິກການປະຕິຮູບດ້ານການປ້ອງກັນປະເທດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກສູງລະດັບການນຳພາຂອງພັກກຳອຳນາດ ໃນການລົງເລິກການປະຕິຮູບ ຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.
ນອກຈາກນັ້ນ, ກອງປະຊຸມຄົບຄະນະຄັ້ງນີ້, ຍັງມີການຈັດວາງຢ່າງເປັນຮູບປະທຳ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແນໃສ່ລັກສະນະພິເສດ ແລະ ຄວາມຮຽກຮ້ອງຕ້ອງການພາຍໃນ ຂອງຄວາມທັນສະໄໝແບບຈີນ. ກອງປະຊຸມເຫັນວ່າ: ການເປີດປະຕູສູ່ພາຍນອກ ໄດ້ເປັນຂີດໝາຍຢ່າງຈະແຈ້ງຂອງຄວາມທັນສະໄໝແບບຈີນ, ຕ້ອງຢຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດ ທີ່ເປີດປະຕູ່ສູ່ພາຍນອກ, ຢຶດໝັ້ນຊຸກຍູ້ການປະຕິຮູບໂດຍຜ່ານການເປີດປະຕູສູ່ພາຍນອກ, ອີງໃສ່ທ່າແຮງທີ່ປະເທດຈີນ ເປັນຕະຫຼາດຂະໜາດໃຫຍ່, ຍົກສູງຄວາມສາມາດການປະເປີດປະຕູສູ່ພາຍນອກໃນການຮ່ວມມືສາກົນ, ສ້າງເປັນລະບົບເສດຖະ ກິດໃໝ່ ແບບເປີດປະຕູສູ່ພາຍນອກ ທີ່ມີລະດັບສູງກວ່າເກົ່າ. ຕ້ອງເປີດກວ້າງການເປີດປະຕູສູ່ພາຍນອກ ດ້ານລະບຽບການຢ່າງໝັ້ນທ່ຽງ, ລົງເລິກການປະຕິຮູບລະບົບການຄ້າກັບຕ່າງປະ ເທດ, ລົງເລິກການປະຕິຮູບລະບົບການຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການລົງທຶນຕໍ່ຕ່າງປະເທດ, ປັບປຸງການຈັດສັນການເປີດປະຕູສູ່ພາຍນອກຂອງເຂດແຄ້ວນໃຫ້ດີຂຶ້ນ, ປັບປຸງກົນໄກການຊຸກຍູ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.
ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນນະໂຍບາຍພື້ນຖານແຫ່ງຊາດຂອງຈີນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ເອີ້ນວ່າ: ນີ້ເປັນສິ່ງວິເສດສຳລັບຈີນຍຸກປັດຈຸບັນ ທີ່ຢ່ວງບາດກ້າວໃຫຍ່ ເພື່ອໃຫ້ທ່ວງທັນກັບຍຸກສະໄໝ ແລະ ເປັນເຄັດລັບສຳຄັນທີ່ຕັດສິນຄວາມທັນສະໄໝແບບຈີນ.
ໂດຍ: ສີວັນ