ຄະນະຜູ້ແທນຮົງກົງ ນໍາໂດຍ ທ່ານ ຈອນ ລີ (John Lee) ຫົວໜ້າຄະນະຜູ້ບໍລິຫານເຂດບໍລິ ຫານພິເສດ ຮົງກົງ ສປ ຈີນໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 28-30 ກໍລະກົດ ນີ້ ເພື່ອຮັດແໜ້ນການພົວພັນດ້ານເສດຖະກິດ ແລະ ການຄ້າ, ເພີ່ມທະວີການແລກປ່ຽນທາງວັດທະນະທຳ ແລະ ສຶກສາໂອກາດໃນການເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ຮົງກົງ ແລະ ລາວ ແລະ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) 12 ສະບັບ ກັບຝ່າຍລາວ ໃນຂົງເຂດສົ່ງເສີມການຄ້າ ແລະ ການລົງທຶນ, ການເງິນ, ເຕັກໂນໂລ ຊີການເງິນ, ການຂົນສົ່ງ ແລະ ໂລຈິສຕິກ ແລະ ການສຶກສາ ເພື່ອເປີດທາງກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ລະຫວ່າງ ຮົງກົງ, ລາວ ແລະ ພາກພື້ນອາຊຽນໂດຍລວມ.
ໃນໂອກາດຢ້ຽມຢາມ ສປປລາວຄະນະດັ່ງກ່າວໄດ້ໄປຢ້ຽມຢາມເຂດພັດທະນາ ກວມລວມໄຊເສດຖາ ແລະ ສະຖານີລົດໄຟ ນະຄອນຫຼວງວຽງຈັນ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການລົງທຶນ ແລະ ໂອກາດທາງທຸລະກິດໃນ ລາວ, ລວມທັງທ່າແຮງຂອງບໍລິສັດຕ່າງໆໃນຮົງກົງ ແລະ ຜົນກະທົບຂອງການຂະຫຍາຍແຜນລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” (BRI). ນອກຈາກນີ້, ຍັງໄດ້ຢ້ຽມຢາມໂຮງຮຽນມັດທະຍົມສົມບູນວຽງຈັນ ເພື່ອສົ່ງເສີມສາຍພົວພັນ, ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ມິດຕະພາບ ແລະ ການແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ລາວ-ຮົງກົງ; ໄດ້ພົບປະກັບຜູ້ບໍລິຫານ ແລະ ສະມາຊິກຄົນສຳຄັນຂອງສະພາການຄ້າທ້ອງຖິ່ນ ເປັນຕົ້ນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ແລະ ສະພາການຄ້າລາວ-ຈີນ (LCCC) ເພື່ອນໍາສະເໜີແຜນງານໃໝ່ດ້ານການພັດທະນາເສດຖະກິດຂອງຮົງກົງ ແລະ ຂໍ້ໄດ້ປຽບທີ່ບໍ່ຄືໃຜ ໃນຖານະເປັນຜູ້ເຊື່ອມໂຍງລະຫວ່າງຈີນ ແລະ ກຸ່ມປະ ເທດໃນເຂດໜຶ່ງແລວ ໜຶ່ງເສັ້ນທາງ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຄົ້ນຄວ້າກ່ຽວກັບການຮ່ວມມືທີ່ມີທ່າແຮງ ເພື່ອສະໜັບສະໜູນການເຕີບໂຕ SMEs ຂອງລາວໃນຂົງເຂດຕ່າງໆ ເຊັ່ນ: ການເງິນ, ການທະນາຄານ, ພະລັງງານທົດແທນ, ການລົງທຶນສີຂຽວ, ກະສິກໍາ ແລະ ປ່າໄມ້ ໂດຍນໍາໃຊ້ຄວາມຊ່ຽວຊານ ແລະ ການເຊື່ອມໂຍງດ້ານ ການຄ້າຂອງຮົງກົງ ເພື່ອຊ່ວຍສ້າງຂີດຄວາມສາມາດ, ຊອກຫາຄູ່ຮ່ວມມື ແລະ ຊອກຫາຕະຫລາດໃໝ່ໆ.
ທ່ານ ປີເຕີ ເຄ ເອັນ ແລມ (Peter K N Lam) ປະທານ ສະພາພັດທະນາການຄ້າຮົງກົງ(HKTDC)ໄດ້ກ່າວວ່າ: ການຢ້ຽມຢາມຂອງ ພວກເຮົາ ກໍເພື່ອຄົ້ນຫາໂອກາດ ແລະ ສ້າງການເຊື່ອມໂຍງທີ່ຈະເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍທາງດ້ານເສດຖະກິດໄດ້, ຄຽງຄູ່ກັບການຊຸກຍູ້ສົ່ງເສີມການຮ່ວມມືກັບຮົງກົງໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ດ້ວຍບົດບາດຜູ້ເຊື່ອມໂຍງລະດັບສູງນີ້, ຮົງກົງ ຈຶ່ງຈັດຢູ່ໃນຕໍາແໜ່ງທີ່ເໝາະສົມໃນການໃຫ້ຄວາມຊ່ວຍເຫຼືອ, ພັດທະນາບຸກຄະລາກອນ ແລະ ເສີມຂະຫຍາຍພື້ນຖານໂຄງລ່າງໃນຂະແໜງການຕ່າງໆໃນລາວ. ພວກເຮົາເຊື່ອໝັ້ນວ່າ ຍັງມີໂອກາດຫຼາຍຢ່າງເພື່ອກຽມພ້ອມສໍາລັບການເຕີບໂຕຮ່ວມກັນ. ຢ່າງໃດກໍຕາມ, ການຮ່ວມມືທີ່ພວກເຮົາໄດ້ເຫັນໃນລະຫວ່າງການ ຢ້ຽມຢາມຄັ້ງນີ້ ແມ່ນເປັນພຽງການເລີ່ມຕົ້ນເທົ່ານັ້ນ.
ເມື່ອ “ໜຶ່ງແລວ ໜຶ່ງເສັ້ນທາງ” (BRI) ກ້າວເຂົ້າສູ່ທົດສະວັດທີ 2 ທ່າມກາງການຮ່ວມມືໃນ ພາກພື້ນ ທີ່ໃຫຍ່ກວ່າທີ່ເອື້ອອໍານວຍໂດຍສັນຍາຕ່າງໆ ເຊັ່ນ: ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຮົງກົງ ຈະສືບຕໍ່ເສີມສ້າງບົດບາດເປັນຕົວເຊື່ອມຕໍ່ໃຫຍ່, ເຊື່ອມຕໍ່ຕະຫຼາດຈີນກວ້າງກວ່າກັບອາຊຽນ ແລະ ໂລກ.HKSAR ແລະ HKTDC ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ໃນວັນທີ 11-12 ກັນຍາ 2024 ທີ່ຮົງກົງ, ບັນດາບໍລິສັດຂອງລາວສາມາດເຊື່ອມຕໍ່ໃໝ່ ແລະ ຊອກຫາຄູ່ຮ່ວມທຸລະກິດໃໝ່.