ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກອງບັນຊາການ ປກສ ແຂວງເຊກອງ ໂດຍມີທ່ານ ພັນເອກ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ທ່ານ ພົນຈັນຕະວາ ຫງວຽນດຶກຢຸງ ຫົວໜ້າກອງບັນຊາການ ປກສ ແຂວງກວາງນາມ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງໃນໄລຍະຜ່ານມາ, ຕີລາຄາສະພາບການ, ໝາກຜົນຂອງການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ປະຈຳປີ 2023, ໄດ້ສັງລວມຜົນສຳເລັດການຮ່ວມມືຮັບປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ພື້ນທີ່ທັງ 2 ແຂວງ ແລະ ຕາມເຂດຊາຍແດນ ແລະ ປຶກສາຫາລືຮ່ວມມືກັນໃນຕໍ່ໜ້າ, ຊຶ່ງ ປກສ 2 ແຂວງເຫັນດີສືບຕໍ່ຮ່ວມມືດ້ານວຽກງານຕ່າງໆ ເປັນຕົ້ນ ການຮ່ວມມືຮອບດ້ານໃນທຸກຂົງເຂດ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕ້ານອາຊະຍາກຳ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ເປັນຢ່າງດີເຂົ້າໃຈສະພາບ, ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມໝັ້ນຄົງ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ລະຫວ່າງສອງຝ່າຍ ພ້ອມທັງ ເພີ່ມທະວີການແລກປ່ຽນບົດຮຽນ ແລະ ສົມທົບກັນໃນການຕໍ່ສູ້, ປ້ອງກັນ ແລະ ຕ້ານກຳລັງສັດຕູ; ປະສານງານຄວບຄຸມຄົນເຂົ້າ-ອອກເມືອງ, ສະກັດກັ້ນການເຄື່ອນໄຫວຂ້າມຊາຍແດນຂອງກຸ່ມຄົນບໍ່ດີ ແລະ ອາຊະຍາກຳ. ພ້ອມກັນນັ້ນ, ຍັງໄດ້ສືບຕໍ່ຜັນຂະຫຍາຍແຜນການ ແລະ ບົດບັນທຶກການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ ລະຫວ່າງ ກະຊວງຕຳຫລວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ; ສົ່ງເສີມການໂຄສະນາເຜີຍແຜ່ ແລະ ສຶກສາກົດໝາຍ ແກ່ພົນລະເມືອງຂອງຕົນ; ສ້າງເງື່ອນໄຂສະດວກ ແລະ ປອດໄພໃຫ້ພົນລະເມືອງຂອງສອງປະເທດເດີນທາງໄປດຳເນີນທຸລະກິດ, ກວດພະຍາດ, ປິ່ນປົວພະຍາດ, ສຶກສາ; ເພີ່ມທະວີການເຄື່ອນໄຫວແລກປ່ຽນ, ຮ່ຳຮຽນ ແລະ ປະສົບການ ລະຫວ່າງ ບັນດາກົມຕຳຫລວດ ແລະ ທ້ອງຖິ່ນຂອງ 2 ແຂວງ ໂດຍສະເພາະຕຳຫລວດຊາຍແດນ ແລະ ທ້ອງຖິ່ນອ້າຍນ້ອງ.
ໃນໂອກາດນີ້, ກອງບັນຊາການ ປກສ ແຂວງກວາງນາມ ໄດ້ມອບເງິນຈຳນວນ 100 ລ້ານດົ່ງ ໃຫ້ກອງບັນຊາການ ປກສ ແຂວງເຊກອງ ກ່າວມອບໂດຍທ່ານ ພົນຈັດຕະວາ ຫງວຽນດຶກຢຸງ ແລະ ກ່າວຮັບໂດຍທ່ານ ພັນເອກ ຄໍາບານ ພົມມະນີວົງ.
ຂ່າວ-ພາບ: ສິບເອກ ກິທອງ ດອນກັນນ້ອຍ