ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເປີດນໍາໃຊ້ໂຄງການພັດທະນາລະບົບການອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກຂຶ້ນໃນວັນທີ 15 ສິງຫາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງເຈົ້າຄອງນວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານໃຫ້ຮູ້ວ່າ: ການພັດທະນາລະບົບ ການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ ແລະ ການປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍແມ່ນການປັບປຸງກົນໄກ, ເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດດ້ານການທ່ອງທ່ຽວຢູ່ສປປ ລາວເພື່ອຍົກສູງຄຸນນະພາບ, ມາດຕະຖານ ແລະ ການບໍລິການຂອງພາກລັດໃຫ້ມີຄວາມທັນສະໄໝ, ສະດວກວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.
ລະບົບການອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ, ລະບົບເກັບກຳສະຖິຕິຂໍ້ມູນ ແລະ ລະບົບຖານຂໍ້ມູນທຸລະກິດການທ່ອງທ່ຽວຈະເປັນລະບົບໜຶ່ງທີ່ມີຜົນປະໂຫຍດຍາວນານ ແລະ ສ້າງໂອກາດທີ່ດີໃນການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ແລະ ສ້າງສາຍພົວພັນທີ່ດີ ລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ມີການຕິດຕໍ່ພົວພັນຊື້-ຂາຍຮ່ວມກັນຢ່າງບໍ່ມີພົມແດນ. ສະເພາະຢູ່ ສປປ ລາວ ກໍມີຄວາມຈຳເປັນຕ້ອງໄດ້ມີການປັບຕົວ ແລະ ດຶງດູດທ່າແຮງດັ່ງກ່າວມາໝູນໃຊ້ໃຫ້ແທດເໝາະກັບທ່າແຮງບົ່ມຊ້ອນ ທີ່ມີຢູ່ຂອງຕົນເພື່ອເຮັດໃຫ້ເສດຖະກິດຂອງປະເທດເຮົາ ທີ່ຍັງມີຄວາມຫຍຸ້ງຍາກໃນປັດຈຸບັນນີ້ໄດ້ມີທ່າແຮງອັນໃໝ່ທີ່ດີກວ່າເກົ່າ ເຖິງແມ່ນວ່າ ສປປ ລາວຈະເປັນປະເທດນ້ອຍ ແລະ ມີພົນລະເມືອງໜ້ອຍເມື່ອທຽບໃສ່ຫຼາຍປະເທດອ້ອມຂ້າງ ແຕ່ຍ້ອນຂໍ້ໄດ້ປຽບທາງດ້ານທີ່ຕັ້ງພູມສັນຖານ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງເຮັດໃຫ້ສປປ ລາວ ມີທ່າແຮງທາງດ້ານພະລັງງານ, ກະສິກຳ, ການທ່ອງທ່ຽວ ແລະ ການຄົມມະນາຄົມຂົນສົ່ງທາງບົກ ແລະ ປັດໃຈອື່ນໆ ຊຶ່ງສິ່ງດັ່ງກ່າວສາມາດສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ຄວາມສາມາດແຂ່ງຂັນໃນພາກພື້ນ ແລະ ສາກົນ. ສະນັ້ນ, ລັດຖະບານຈຶ່ງເຫັນວ່າມີຄວາມຈຳເປັນຕ້ອງໄດ້ສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນບັນດາຂະແໜງການຕ່າງໆຂອງພາກລັດ ແລະ ພາກທຸລະກິດເພື່ອຊຸກຍູ້ໃຫ້ເສດຖະກິດດີຈີຕອນ ຂອງປະເທດເຮົາມີການຂະຫຍາຍຕົວ ແນໃສ່ສ້າງສິ່ງອຳນວຍຄວາມສະດວກຮອບດ້ານບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດເພື່ອດຶງດູດການລົງທຶນ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງເສີມການຜະລິດສິນຄ້າພາຍໃນ, ສົ່ງອອກສິນຄ້າ, ການສ້າງວຽກເຮັດງານທຳ, ການກະຈາຍລາຍໄດ້ສູ່ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ.
ຂ່າວ-ພາບ: ຍຸພິນທອງ+ບຸນຕອມ