ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 25 ປີ (22/8/1999-22/8/2024) ແລະ ມອບ-ຮັບ ຫຼຽນໄຊແຮງງານຊັ້ນ 1 ຂອງລັດຖະບານແຫ່ງ ສປປລາວ, ໃນວັນທີ 15 ສິງຫາຜ່ານມາ ທີ່ທະນາຄານດັ່ງກ່າວ, ມີບັນດາການນໍາພັກ, ລັດຂອງລາວ, ຄະນະນໍາທະ ນາຄານແຫ່ງ ລັດຫວຽດນາມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງລາວ ພ້ອມດ້ວຍບັນດາແຂກຖືກເຊີນ ເຂົ້າຮ່ວມ.
ປີ 1999, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຍົກສູງການພົວພັນການຄ້າ ແລະ ການລົງທຶນ ໃຫ້ສົມ ກັບການພົວພັນສາມັກຄີມິດຕະພາບພິເສດ ຫວຽດນາມ-ລາວ, ລັດຖະບານ ຫວຽດນາມ ໄດ້ຕົກລົງເລືອກ ເອົາທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ລັດຖະບານລາວ ໄດ້ເລືອກເອົາທະ ນາຄານການຄ້າຕ່າງປະເທດລາວ (BCEL) ແມ່ນ 2 ທະນາຄານທຸລະກິດແຫ່ງລັດ ອັນດັບໜຶ່ງ ຂອງ ສອງປະເທດ ເພື່ອປະຕິບັດຮ່ວມທຸລະກິດປະກອບທຶນສ້າງຕັ້ງທະນາຄານຮ່ວມທຸລະກິດ ລາວ - ຫວຽດນາມ (LaoVietBan) ຊຶ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 22/6/1999, ຢູ່ນະຄອນຫຼວງ ວຽງຈັນ, ເປັນການສ້າງຂີດໝາຍປະຫວັດສາດທີ່ສໍາຄັນ, ແມ່ນການຮ່ວມທຸລະກິດທະນາຄານ ຄັ້ງທໍາອິດ ທີ່ມີການເຄື່ອນໄຫວຢູ່ຕ່າງປະເທດຂອງຂະແໜງທະນາຄານຫວຽດນາມ.
ການກໍາເນີດເກີດຂຶ້ນຂອງທະນາຄານ LaoVietBan ບໍ່ສະເພາະແຕ່ເປັນນິຕິກໍາດ້ານການເງິນ-ທະນາຄານ ໃນການຈັດຕັ້ງສິນເຊື່ອຢູ່ ລາວ ເທົ່ານັ້ນ, ແຕ່ຫາກຍັງແມ່ນຫົວໜ່ວຍຮ່ວມທຸລະກິດພິເສດ ອີກດ້ວຍ, ທັງເຄື່ອນໄຫວທຸລະກິດ ທັງປະຕິບັດໜ້າທີ່ການເມືອງເປັນ “ຂົວຕໍ່” ລະຫວ່າງ 2 ພື້ນຖານເສດ ຖະກິດ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບພິເສດ ລະຫວ່າງ ສອງຊາດ.
ພາຍຫຼັງ 25 ປີ, ການເຕີບໃຫຍ່ ແລະ ຂະຫຍາຍຕົວ, ປັດຈຸບັນ LaoVietBan ລ້ວນແຕ່ ປະຕິບັດໄດ້ເປັນຢ່າງດີ ບົດບາດເປັນຂົວຕໍ່ໃນການຊໍາລະ, ການໂອນເງິນ ລະຫວ່າງ ສອງປະເທດ ດ້ວຍສະກຸນເງິນດົ່ງຫວຽດນາມ (VDN) ແລະ ເງິນກີບລາວ; ຮັກສາບົດບາດເປັນສູນກາງການຊໍາລະ, ລົບລ້າງຂໍ້ຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ ໃນການເຄື່ອນໄຫວການຊໍາລະສອງຝ່າຍ, ປະກອບສ່ວນຊຸກ ຍູ້ການຮ່ວມມືເສດຖະກິດ ສອງປະເທດພັດທະນາ. ຈາກທຶນຈົດທະບຽນເບື້ອງຕົ້ນ 10 ລ້ານໂດລາ, ມາຮອດປັດຈຸບັນ ຈໍານວນທຶນຈົດທະບຽນ LaoVietBan ໄດ້ເພີ່ມຂຶ້ນເປັນ 100 ລ້ານໂດລາ, ຍອດຈໍານວນສັບສິນ LaoVietBan ໄດ້ບັນລຸກວ່າ 19 ພັນຕື້ກີບ, ປະກອບສ່ວນໃຫ້ງົບປະມານລັດກວ່າ 1 ພັນຕື້ກີບ, ກາຍເປັນ 1 ໃນບັນດາທະນາຄານການຄ້າ ທີ່ມີຂະໜາດໃຫຍ່ທີ່ສຸດຢູ່ລາວ ໂດຍມີລະບົບ ສາຂາ, ຫ້ອງການບໍລິການກວ້າງຂວາງ, ທັນສະໄໝ ປະຈໍາຢູ່ 9 ຈຸດ ໃນຈໍານວນ 18 ແຂວງ, ນະຄອນຂອງລາວ ແລະ ມີພະນັກງານຫຼາຍກວ່າ 400 ຄົນ ໄດ້ຮັບການຝຶກອົບຮົມເປັນລະບົບ, ຜູ້ທີ່ມີບົດຮຽນປະສົບການ. LaoVietBank ໄດ້ເອົາໃຈໃສ່ເປັນພິເສດໃນການລົງທຶນເຕັກໂນໂລຊີ, ສະ ໜອງບັນດາຜະລິດຕະພັນບໍລິການທະນາຄານ ທີ່ມີລະບົບເຕັກໂນໂລຊີສູງ, ທັນສະໄໝເຊັ່ນ: LVB Digibank, eKYC, QRpay...., ສ້າງເງື່ອນໄຂສະດວກ ແລະ ບັນດາສິ່ງໄໝ່ໆ ໃຫ້ແກ່ລູກຄ້າ. ບໍພຽງແຕ່ປະຕິບັດໜ້າທີ່ທຸລະກິດເທົ່ານັ້ນ, LaoVietBank ຍັງຮັກສາໄດ້ບົດບາດ ແມ່ນທະນາຄານແຖວ ໜ້າ ໃນວຽກງານຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອປະຊາຊົນຜູ້ທີ່ມີສະພາບຄວາມຫຍຸ້ງຍາກ, ສະໜັບສະໜູນ ປະກອບອຸປະກອນພື້ນຖານດ້ານວັດຖຸທີ່ຈໍາເປັນ ໃນຂົງເຂດສາທາລະນະສຸກ, ການສຶກສາບໍາລຸງສ້າງ ແລະ ຟື້ນຟູໄພທໍາມະຊາດ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະ ມີຄວາມໝາຍສໍາຄັນ. ມາຮອດ ປັດຈຸບັນ, LaoVietBan ໄດ້ໃຫ້ການຊ່ວຍເຫຼືອສັງຄົມຢູ່ ລາວ ດ້ວຍມູນຄ່າຫຼາຍກວ່າ 100 ຕື້ກີບ.
ເພື່ອຮັບຮູ້ໄດ້ຄວາມພະຍາຍາມຂອງບັນດາພະນັກງານ-ລັດຖະກອນ ແຕ່ລະສະໃໝ LaoVietBan ໃນຕະຫຼອດ 25 ປີຜ່ານມາ, ພັກ ແລະ ລັດລາວ ໄດ້ມອບນາມມະຍົດ ແລະ ການຍ້ອງຍໍອັນສູງສົ່ງ ຈໍາ ນວນຫຼາຍໃຫ້ LaoVietBanພິເສດ, ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງ LaoVietBan ສືບຕໍ່ເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈາກລັດ ຖະບານແຫ່ງ ສປປ ລາວ.
ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ດ່າວ ມິງຕູ ຮອງຜູ້ອໍານວຍການໃຫຍ່ ທະນາຄານ ແຫ່ງລັດຫວຽດນາມ ໄດ້ກ່າວຮັບຮູ້ ແລະ ຕີລາຄາສູງ ກ່ຽວກັບບັນດາຜົນງານທີ່ໜ້າເພິ່ງພໍໃຈ ທີ່ບັນດາພະ ນັກງານແຕ່ລະສະໃໝ LaoVietBan ໄດ້ຮ່ວມກັນເພີ່ມພູນຄູນສ້າງ. LaoVietBan ລ້ວນແຕ່ນໍາໜ້າ ໃນຂົງເຂດການຮ່ວມມືດ້ານທະນາຄານ ລະຫວ່າງ ສອງປະເທດ, ປະຕິບັດໄດ້ເປັນຢ່າງດີ ບັນດາແຜນ ການ, ທິດທາງຂອງສອງພັກ, ສອງລັດ, ສອງລັດຖະບານ. ສະໜອງບັນດາການບໍລິການ ການເງິນທະນາ ຄານ ທີ່ສະດວກ, ທັນສະໃໝທີ່ສຸດໃຫ້ແກ່ລູກຄ້າ ໄດ້ຊົມໃຊ້...
ພ້ອມກັນນີ້, ສະຫາຍ ນາງ ຫວາດສະໜາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຄວາມພະຍາຍາມຢ່າງໃຫຍ່ຫຼວງ, ຜົນງານອັນ ຍິ່ງໃຫຍ່ ແລະ ການປະກອບສ່ວນທີ່ຕັ້ງໜ້າຂອງ LaoVietBan, ພ້ອມທັງຊີ້ນໍາ ບັນດາໜ້າທີ່ຂອງ LaoVietBan ຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າ ລວມມີ: ປະຕິບັດຍຸດທະສາດພັດທະນາທຸລະກິດໄລຍະປີ 2021-2025, ກໍານົດທິດປີ 2030, ເພີ່ມທະວີກໍາລັງຄວາມສາມາດການບໍລິຫານລະບົບ ແລະ ຍົກສູງຄຸນນະພາບສິນເຊື່ອ, ປ່ຽນແປງໃໝ່ ແລະ ໝູນໃຊ້ເຕັກໂນໂລຊີສູງ ໃນການເຄື່ອນໄຫວທະນາຄານ, ຍົກສູງກໍາລັງຄວາມສາມາດດ້ານການເງິນ...
ທະນາຄານ LaoVietBan ຈະສືບຕໍ່ສືບທອດ, ເພີ່ມທະວີເສີມຂະຫຍາຍບັນດາຄຸນຄ່າທຸລະກິດ, ວັດທະນະທໍາ ຊຶ່ງບັນດາພະນັກງານລຸ້ນກ່ອນຂອງ LaoVietBan ກໍ່ສ້າງ ໃນຕະຫຼອດ 25 ປີທີ່ຜ່ານມາ, ນັ້ນແມ່ນການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີສະໜິດແໜ້ນ, ສ້າງເຮືອນລວມອັນດຽວກັນ, ນໍາໜ້າປ່ຽນແປງໃໝ່, ແທດເໝາະ ແລະ ຜ່ານຜ່າຄວາມຫຍຸ້ງຍາກ ໃນການເຮັດທຸລະກິດ, ເດີນທາງ ຮ່ວມກັນ ແບ່ງປັນໃນການຮ່ວມມືກັບລູກຄ້າ, ເຫັນອົກເຫັນໃຈ ແບ່ງປັນ ແລະ ຄວາມຮັບຜິດຊອບກັບວົງ ຄະນາຍາດ ເພື່ອ LaoVietBan ກາຍເປັນນິຕິກໍາໜຶ່ງທີ່ທັນສະໄໝ ໃນແຖວໜ້າຂອງທະນາຄານຢູ່ລາວ, ປະກອບສ່ວນຢ່າງຕັ້ງໜ້າ ໃນການຮ່ວມມືເສດຖະກິດຂອງວິສາຫະກິດ ສອງປະເທດ, ການພັດທະນາ ຂອງລະບົບທະນາຄານລາວ ແລະ ການພັດທະນາເສດຖະກິດສັງຄົມ ຂອງປະເທດລາວ ທີ່ສວຍງາມ.