ໃນວັນທີ 15 ສິງຫານີ້ທີ່ສູນກາງແນວລາວສ້າງຊາດ(ສນຊ) ໄດ້ເຊື່ອມຊຶມບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024,ເປັນກຽດເຜີຍແຜ່ໂດຍທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ບັນດາທ່ານຫົວໜ້າກົມ, ຫ້ອງການ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ຕະຫຼອດຮອດພະນັກງານ-ລັດຖະກອນ ຂອງ ສນຊ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອເປັນການຜັນຂະຫຍາຍບົດໂອ້ລົມຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ທີ່ສໍາຄັນຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ I ປີ 2024 ທີ່ໄດ້ເປີດຂຶ້ນທ່າມກາງສະພາບແວດລ້ອມສາກົນ ມີການຜັນແປໄປຢ່າງສັບສົນ, ເຕັມໄປດ້ວຍສິ່ງທ້າທາຍທົດສອບຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດ-ການເງິນ ຂອງໂລກ; ຢູ່ພາຍໃນປະເທດ, ກຳລັງປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຊຶ່ງປັດຈຸບັນນີ້ ໄດ້ກາຍເປັນບັນຫາຫຼໍ່ແຫຼມ ທີ່ມີຜົນກະທົບຕໍ່ການນໍາພາຂອງພັກ ແລະ ລັດເຮົາ ໂດຍສະເພາະ ການຄຸ້ມຄອງ-ບໍລິຫານ ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ສະແດງອອກໃນສະພາບການປັ່ນປ່ວນ ຂອງອັດຕາແລກປ່ຽນເງິນຕາ, ເງິນກີບອ່ອນຄ່າ, ເງິນເຟີ້,... ເຮັດໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບຖີບຕົວສູງຂຶ້ນ ຢ່າງບໍ່ເຄີຍມີມາກ່ອນ ແລະ ອື່ນໆ ກອງປະຊຸມເທື່ອນີ້ ເພິ່ນໄດ້ເນັ້ນໃສ່ຫຼາຍບັນຫາທີ່ເປັນບັນຫາເຄັ່ງຮ້ອນເປັນຕົ້ນ: ການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດກັບເງິນກີບ,ເງິນເຟີ້, ສິນຄ້າລາຄາແພງຂຶ້ນ, ນະໂຍບາຍປະຢັດ, ການສ້າງເງື່ອນໄຂໃຫ້ມີການຜະລິດພາຍໃນ ແລະ ການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນຕ່າງປະເທດ ຍັງເປັນບັນຫາໃຫຍ່ຫຼວງ ແລະກໍເຕັມໄປດ້ວຍຄວາມທ້າທາຍ. ຕ້ອງມີວິທີເຮັດວຽກແບບບຸກທະລຸ, ແບບແຜນການບໍລິຫານຈັດການແບບໃໝ່ໃຫ້ເກີດຂຶ້ນ ເພື່ອຮັບມືກັບສະຖານະການ ທີ່ເປັນຢູ່ຄື: ທຸກໆນະໂຍບາຍ, ທຸກໆໜ້າວຽກ ທີ່ວາງອອກຕ້ອງຈັດໃຫ້ເປັນສ່ວນໆທີ່ຊັດເຈນ, ແທດຕົວຈິງ, ເຂົ້າໃຈງ່າຍ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ໂລດ; ທຸກໆວຽກທີ່ວາງອອກ ຕ້ອງແບ່ງງານໃຫ້ປະຕິບັດ ແລະ ມອບໝາຍໃຫ້ຈະແຈ້ງໜ່ວຍງານໃດຮັບຜິດຊອບ, ບຸກຄົນໃດຊີ້ນໍາ, ບໍ່ຄຸມເຄືອ, ບໍ່ລວມໆ ບໍ່ກະແຈກກະຈາຍ ຕ້ອງເຈາະຈົງ ອັນໃດໃຫ້ເປັນອັນນັ້ນ ເພື່ອບໍ່ໃຫ້ມີກໍລະນີໜິ້ງກັນໃນການຈັດຕັ້ງປະຕິບັດ ຫຼື ບໍ່ໃຫ້ມີກໍລະນີວຽກດຽວຍາດກັນເຮັດ ຫຼື ບາງວຽກບໍ່ມີຄົນເຮັດ ບໍ່ມີໜ່ວຍງານໃດເຮັດ ຫຼື ບໍ່ມີຜູ້ຮັບຜິດຊອບ. ເປັນຕົ້ນມອບວຽກ, ມອບຄວາມຮັບຜິດຊອບ, ມອບຄົນ ແລະ ມອບເງິນໄປພ້ອມກັນ; ການມອບວຽກ ຕ້ອງໃຫ້ມີລະດັບຄາດໝາຍ, ມີກໍານົດເວລາ ໃຫ້ສໍາເລັດມື້ໃດ-ໄລຍະໃດ, ໃຫ້ສະຫຼຸບລາຍງານເວລາໃດ-ລາຍງານໃຫ້ໃຜ, ຜູ້ຮັບລາຍງານຕ້ອງສັງເກດ-ຕີລາຄາສາເຫດ ທີ່ເຮັດໄດ້ ຫຼື ເຮັດບໍ່ໄດ້ ໃຫ້ຮູ້ໂລດ; ຜູ້ຊີ້ນໍາບັນຊາ, ຕ້ອງມີລະບອບກວດກາ ຢ່າງຕິດແທດ ກວດກາປົກກະຕິ, ກວດກາສຸກເສີນ, ກວດກາຕາມການສະເໜີຂອງປະຊາຊົນ, ຂອງມະຫາຊົນ ຫຼື ກວດກາຕາມການທັກທ້ວງ; ຖ້າມີຂໍ້ບົກຜ່ອງຜິດພາດ ຕ້ອງຮີບຮ້ອນແກ້ໄຂບໍ່ປະແຊ່ໄວ້ ແຕ່ຖ້າກວດເຫັນອັນດີ-ອັນເດັ່ນ ທີ່ພົ້ນຂຶ້ນ ຕ້ອງຍ້ອງຍໍຊົມເຊີຍ ແລະ ໃຫ້ຄ່າຕອບແທນຢ່າງທັນເວລາ, ຍ້ອງຍໍ ຕ້ອງເປີດເຜີຍ, ໂປ່ງໃສ, ມີປະຊາຊທິປະໄຕ.
ພ້ອມກັນນັ້ນ, ຍັງໄດ້ຮັບຟັງການຜ່ານມະຕິຕົກລົງ ວ່າດ້ວຍການສັບຊ້ອນບ່ອນປະຈໍາການຂອງພະນັກງານນໍາພາ-ຄຸ້ມຄອງຂັ້ນກົມ ສູນກາງແນວລາວສ້າງຊາດ ຈໍານວນ 3 ທ່ານ ແລະ ໄດ້ຜ່ານມະຕິຕົກລົງພະນັກງານຂັ້ນຮອງຫົວໜ້າພະແນກຂຶ້ນເປັນຫົວໜ້າພະແນກ 1 ທ່ານຕື່ມອີກ.
(ຂ່າວ-ພາບ:ສນຊ)