(ສພຊ) - ໃນວັນທີ 16 ສິງຫາ ຜ່ານມາ, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ຄະນະ ໄດ້ເຄື່ອນໄຫວ ແລະ ຢ້ຽມຢາມກອງບັນຊາການທະຫານອາກາດ ໂດຍການຕ້ອນຮັບຂອງທ່ານ ພົຕ. ຄຳເຫຼັກ ແສງພະ ຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍການນຳ, ນາຍ ແລະ ພົນທະຫານໃນກອງບັນຊາການ ເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ແນໃສ່ເຮັດໃຫ້ພະນັກງານ-ລັດ ຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ເວົ້າລວມ, ເວົ້າສະເພາະວຽກງານຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ລວມທັງພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສສຊ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ເລິກເຊິ່ງກວ່າເກົ່າ.
ຫຼັງຈາກໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງກອງບັນຊາການທະຫານອາກາດ, ທ່ານ ຄຳຝອງ ແສງສະຫວ່າງ ສສຊ ປະຈຳເຂດເລືອກຕັ້ງທີ 1 ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກສ-ປກຊ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ ຊຸດທີ II. ທ່ານ ພົທ. ສຸວອນ ເລືອງບຸນມີ ກໍໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ຊຶ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 10 ມິຖຸນາ ຫາ 2 ກໍລະກົດ 2024 ລວມ 17 ວັນ ໄດ້ພິຈາລະນາ, ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍອອກເປັນມະຕິ 6 ສະບັບ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ຮ່າງກົດໝາຍວ່າດ້ວຍສະຫະກອນ; ກົດໝາຍປັບປຸງ 11 ສະບັບຄື: 1) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັດຈໄອວີ/ພະຍາດເອດ, 2) ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 3) ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, 4) ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 5) ກົດໝາຍວ່າດ້ວຍການທ່ອງທ່ຽວ, 6) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 7) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, 8.) ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, 9) ກົດໝາຍວ່າດ້ວຍສະພາແຫ່ງຊາດ, 10) ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 11) ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ວຽກງານສະພາແຫ່ງຊາດ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ 8. ຫຼັງຈາກນັ້ນ ໄດ້ຮັບຟັງບັນຫາ, ຂໍ້ສະເໜີ, ຄວາມຂັດຂ້ອງໝອງໃຈຈາກນາຍ-ພົນທະຫານ ຊຶ່ງບາງບັນຫາກໍໄດ້ຕອບກັບທີ່, ສ່ວນບັນຫາທີ່ກ່ຽວຂ້ອງກັບຫຼາຍພາກສ່ວນ ກໍຈະນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃນໂອກາດຕໍ່ໄປ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຮອບດ້ານທີ່ກອງບັນຊາການທະຫານອາກາດ ຍາດມາໄດ້ໃນໄລຍະຜ່ານມາ, ຕີລາຄາສູງຕໍ່ການປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດຕະຫຼອດມາ ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳຄະນະພັກ-ຄະນະນຳ ກໍຄືນາຍ ແລະ ພົນທະຫານ ຈົ່ງພ້ອມກັນຮັກສາຄວາມສາມັກຄີຮັກແພງເຊິ່ງກັນແລະກັນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດກົມກອງ ກໍຄືຄອບຄົວມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.
(ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ)