ກອງປະຊຸມເວທີເດັກອາຊຽນ ຄັ້ງທີ 8 (8th ACF) ພາຍໃຕ້ໃນຫົວຂໍ້: “ເດັກເປັນເຈົ້າການມີສ່ວນຮ່ວມໃນແຜນງານການປ່ຽນແປງດິນຟ້າອາກາດ ກ້າວໄປສູ່ການສ້າງຄວາມເຂັ້ມແຂງປະຊາຄົມອາຊຽນ” ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວຮອງປະທານຜູ້ປະຈໍາການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແຫ່ງ ສປປ ລາວ, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານຜູ້ຕາງໜ້າເຈົ້າໜ້າທີ່ອາວຸໂສດ້ານສະຫວັດດີການສັງຄົມ ແລະ ການພັດທະນາ, ຜູ້ຕາງໜ້າຈາກຄະນະກຳມະການວ່າດ້ວຍການສົ່ງເສີມ ແລະ ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ອາຊຽນ ທັງສິດທິແມ່ຍິງ ແລະ ສິດທິເດັກລວມທັງຜູ້ຕາງໜ້າເດັກ, ຜູ້ນຳພາເດັກ ຈາກ 10 ປະເທດອາຊຽນ ແລະ ຕີມໍແລັດສະເຕ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງຮູບແບບເຊິ່ງໜ້າ ແລະ ທາງໄກ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວວ່າ: ເພື່ອປະຕິບັດຄຳໝັ້ນສັນຍາໃນການຮັບປະກັນໃຫ້ເດັກມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຢ່າງເຕັມສ່ວນ, ບັນດາການນຳອາຊຽນ ໄດ້ຮັບຮອງ “ຖະແຫຼງການຮ່າໂນ້ຍ ກ່ຽວກັບການເພີ່ມທະວີສະຫວັດດີການ ແລະ ພັດທະນາແມ່ຍິງ ແລະ ເດັກອາຊຽນ ກໍຄືການຜັນຂະຫຍາຍສົນທິສັນຍາວ່າດ້ວຍສິດທິເດັກ ຊຶ່ງເປັນຈຸເລີ່ມຕົ້ນໃນການສ້າງຕັ້ງເວທີເດັກອາຊຽນ (ACF), ເພື່ອເປັນການເປີດໂອກາດໃຫ້ເດັກຈາກປະເທດສະມາຊິກອາຊຽນ ໄດ້ມີໂອກາດແລກປ່ຽນທັດສະນະ ແລະ ແນວຄວາມຄິດ ກ່ຽວກັບບັນຫາຕ່າງໆ ທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງເຂົາເຈົ້າ, ທັງເປັນການນຳເອົາຄວາມຄິດເຫັນກໍຄືສຽງຂອງເຂົາເຈົ້າ ນຳສະເໜີໃຫ້ການນຳທີ່ຕາງໜ້າໃຫ້ລັດຖະບານແຕ່ລະປະເທດໄດ້ຮັບຮູ້, ເຂົ້າໃຈຄວາມຕ້ອງການຂອງເດັກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນກັບເຂົາເຈົ້າ ໂດຍໃຫ້ເດັກໄດ້ມີສ່ວນຮ່ວມ ປະກອບສ່ວນແນໃສ່ຊຸກຍູ້, ສົ່ງເສີມ, ພັດທະນາ ແລະ ປົກປ້ອງພວກເຂົາເຈົ້າ; ເນື່ອງຈາກວ່າເປັນຊັບພະຍາກອນທີ່ສຳຄັນທີ່ເປັນອະນາຄົດຂອງຊາດປຽບເໝືອນດັ່ງເມັດພືດ ແລະ ເປັນໜໍ່ແໜງສຳຄັນ ທີ່ລັດຖະບານຕ້ອງການລົງທຶນເພື່ອສ້າງໃຫ້ເດັກໄດ້ຮັບການພັດທະນາທຸກດ້ານ ເພື່ອໃຫ້ເຂົາເຈົ້າເຕີບໂຕຢ່າງມີຄຸນນະພາບທາງຮ່າງກາຍ, ຈິດໃຈ ແລະ ຄວາມຮູ້ຄວາມສາມາດ ມີຄວາມພ້ອມທຸກດ້ານເພື່ອເປັນອະນາຄົດອັນແຈ່ມໃສຂອງປະເທດຊາດ ຂອງບັນດາປະຊາຊາດໃນຂົງເຂດພາກພື້ນອາຊຽນ ກໍຄືໃນທົ່ວໂລກໃນວັນຂ້າງໜ້າ.
ເວທີເດັກ ອາຊຽນ ໄດ້ຖືກຈັດຕັ້ງມາແລ້ວ 7 ຄັ້ງ ແຕ່ລະຄັ້ງກໍມີຕົວແທນເດັກຈາກບັນດາປະເທດໃນປະຊາຄົມອາຊຽນເຂົ້າຮ່ວມແລກປ່ຽນຄວາມຄິດເຫັນຮ່ວມກັນຕໍ່ບັນຫາທີ່ຕິດພັນກັບການດຳລົງຊີວິດຂອງພວກເຂົາເຈົ້າ ແລະ ໃນຄັ້ງນີ້ ເປັນຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ; ເວທີເດັກດັ່ງກ່າວ ແມ່ນເປັນເວທີສໍາຄັນຈັດຂຶ້ນສໍາລັບເດັກໃນພາກພື້ນອາຊຽນ ເພື່ອຊຸກຍູ້ສົ່ງເສີມສິດທິເດັກ ແລະ ເປັນເວທີເປີດໂອກາດໃຫ້ເດັກໃນອາຊຽນ ໄດ້ຮ່ວມກັນແລກປ່ຽນຄວາມຄິດເຫັນ, ສະເໜີຂໍ້ຄິດເຫັນ ແລະ ບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ; ນອກຈາກນັ້ນ, ຍັງເປັນການສະໜັບສະໜູນໃຫ້ເດັກ ໂດຍສະເພາະເດັກທີ່ດ້ອຍໂອກາດ ໃຫ້ໄດ້ຮັບການປົກປ້ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດ, ທຸກຂໍ້ສະເໜີຂອງເດັກຈາກເວທີເດັກອາຊຽນ ຈະຖືກນໍາສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາ (SOMSWD), ກອງປະຊຸມລັດຖະມົນຕີອາຊຽນດ້ານສະຫວັດດີການສັງຄົມ ແລະ ການພັດທະນາ (AMMSWD) ກໍຄືຄະນະກຳມາທິການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກ (ACWC) ເພື່ອພິຈາລະນາຄວາມເປັນໄປໄດ້ ໃນການແກ້ໄຂບັນຫາທີ່ຕິດພັນກັບຕົວເດັກເອງ, ຍັງເປັນການຊຸກຍູ້ພາລະບົດບາດຂອງແຕ່ລະພາກສ່ວນ ໂດຍສະເພາະ ພໍ່ແມ່, ຊຸມຊົນ, ໂຮງຮຽນ, ຂົງເຂດການສຶກສາ, ລັດຖະບານ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນເອກະຊົນອື່ນໆທີ່ເຮັດວຽກກ່ຽວຂ້ອງກັບສິດທິເດັກ ໄດ້ເອົາໃຈໃສ່ໃນການສົ່ງເສີມສິດທິຂອງເດັກ ໂດຍໃຫ້ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຕາມສິດທີ່ເຂົາຄວນຈະໄດ້ຮັບ.
ເວທີເດັກອາຊຽນຄັ້ງນີ້,ເປັນເວທີ່ສຳຄັນທີ່ສຸດທີ່ພວກເຮົາຈະໄດ້ມາຮັບຮູ້ ແລະ ເຂົ້າໃຈບັນຫາການປ່ຽນແປງດິນຟ້າອາກາດທີ່ສົ່ງຜົນກະທົບຕໍ່ເດັກ ໂດຍຜ່ານການສົນທະນາແລກປ່ຽນຄວາມຄິດເຫັນຂອງເຂົາເຈົ້າ ລວມທັງແນວຄວາມຄິດກ່ຽວກັບການແກ້ໄຂບັນຫາໃນອະນາຄົດຂອງເຂົາເຈົ້າຈາກສິ່ງທ້າທາຍທີ່ເຂົາເຈົ້າຜະເຊີນຕໍ່ການປ່ຽນແປງດິນຟ້າອາກາດ ພ້ອມກັນນີ້ ລັດຖະບານແຕ່ລະປະເທດ ຕ້ອງຮັບປະກັນການປົກປ້ອງ ແລະ ສ້າງຄວາມປອດໄພໃຫ້ເດັກ ໂດຍສະເພາະສໍາລັບເດັກພິການ ແລະ ເດັກທີ່ອາໄສຢູ່ໃນເຂດມີຄວາມສ່ຽງ ຊຶ່ງພວກເຂົາແມ່ນມີຄວາມຕ້ອງການທີ່ຈະໄດ້ຮັບການພັດທະນາຄວາມສາມາດ ເພື່ອຮັບມືກັບສະພາບການປ່ຽນແປງດິນຟ້າອາກາດໃນຕໍ່ໜ້າ.
ຂ່າວ-ພາບຍຸພິນທອງ