ກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງຊາດເຊັ່ນ: ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024),ວັນຢຶດອຳນາດທົ່ວປະເທດ ຄົບຮອບ 79 ປີ ແລະ 49 ປີ ແລະ ເຜີຍແຜ່ເນື້ອໃນສຳຄັນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ຂຶ້ນໃນວັນທີ 19 ສິງຫານີ້ ທີ່ກະຊວງດັ່ງກ່າວ. ປາຖະກະຖາໂດຍ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕີທຳ,ມີບັນຮອງລັດຖະມົນຕີ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ໄພວີ ສີບົວລິພາ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ຖືກປະກາດໃຊ້ຢ່າງເປັນທາງການ ໂດຍລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ຊຶ່ງເປັນບາດລ້ຽວໃໝ່ໃນການຫັນໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາ.ລັດຖະທຳມະນູນ ປີ 1991 ມີ 10 ໝວດ,80 ມາດຕາ; ລັດຖະທຳມະນູນ ປີ 2003 ມີ 11 ໝວດ, 98 ມາດຕາ ແລະ ລັດຖະທຳມະນູນ ປີ2015 ມີ 14 ໝວດ ແລະ 119 ມາດຕາ. ຕະຫຼອດໄລຍະ 33 ປີທີ່ຜ່ານມາ, ລັດເຮົາໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໄດ້ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ,ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ ແລະ ຂົງເຂດການຕ່າງປະເທດ 5 ສະບັບ. ນີ້ແມ່ນການຂະຫຍາຍຕົວຂອງລັດຖະທຳມະນູນ ຈາກກົດໝາຍແມ່ມາເປັນກົດໝາຍລູກ ເຮັດໃຫ້ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບ, ຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ກາຍເປັນພາຫະນະແຫຼມຄົມປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນ ກໍຄືປະຊາຊົນລາວບັນດາເຜົ່າ. ຈາກນັ້ນ ທ່ານຍັງໄດ້ປາຖະກະຖາກ່ຽວກັບ ວັນຢຶດອຳນາດທົ່ວປະເທດ ຄົບຮອບ 79 ປີ ແລະ 49 ປີ.
ໃນຕອນທ້າຍຂອງພິທີ ທ່ານ ບຸນທາ ຊົງເຍີທ່າວ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ຂຶ້ນປາຖະກະຖາ ກ່ຽວກັບການເຜີຍແຜ່ເນື້ອໃນສຳຄັນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028.
ໃນການປາຖະກະຖາໃນຄັ້ງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈ,ເຫັນໄດ້ບົດບາດຄວາມສຳຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ເຂົ້າໃນພຶດຕິກຳຕົວຈິງເພື່ອຮັບໃຊ້ປະເທດຊາດ,ຮັບໃຊ້ປະຊາຊົນ,ເຮັດໃຫ້ສັງຄົມມີຄວາມສະຫງົບສາມັກຄີປອງດອງ,ມີປະຊາທິປະໄຕ,ຍຸຕິທຳ ແລະ ສີວິໄລ.
ຂ່າວ-ຮູບ: ບຸນຕອມ