ຫວ່າງບໍ່ດົນມານີ້,​ ທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ຊີແນວ ໃນຖານະເປັນປະທານຄະນະກໍາມະການອາຊຽນ-ເຊີແນວ (ASEAN Committee in Geneva (ACG)) ໄດ້ນໍາພາກອງປະຊຸມຄະນະກໍາມະການອາຊຽນ-ເຊີແນວ ຄັ້ງທີ 2/2024 ດ້ວຍຜົນສໍາເລັດອັນຈົບງາມ ໂດຍມີບັນດາທູດອາຊຽນ ແລະ ຕີມໍເລັດສະເຕ ເຂົ້າຮ່ວມ
ທ່ານ ລັດສະໝີ ແກ້ວມະນີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່ຮ່ວມເຈລະຈາອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 22-27 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ ຜ່ານມາ ຊຶ່ງສະແດງອອກທັງທາງດ້ານປະລິມານກອງປະຊຸມ; ດ້ານເນື້ອໃນ, ໂດຍພິເສດ, ແມ່ນສາມາດອອກຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 (57th AMM Joint Communique); ດ້ານລະດັບການເຂົ້າຮ່ວມກອງປະຊຸມລ້ວນແຕ່ແມ່ນລະດັບລັດຖະມົນຕີຶຂື້ນເມືອ; ແລະຜົນກອງປະຊຸມຄັ້ງນີ້ເປັນການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 6-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສປປ ລາວ.
ພ້ອມນີ້, ກອງປະຊຸມຄະນະກໍາມະການອາຊຽນ-ເຊີແນວຄັ້ງທີ 2 ນີ້ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ຊຶ່ງສະແດງອອກໃນການອອກຖະແຫຼງການຮ່ວມອາຊຽນ, ການກ່າວຄໍາປາໄສສະໜັບສະໜູນຊຶ່ງກັນ ແລະ ກັນ ແລະ ການສະໜັບສະໜູນຜູ້ລົງສະໝັກຂອງກັນ ແລະກັນ ໃນຕໍາ
ແໜ່ງວ່າງຕ່າງໆຂອງຂອບການຮ່ວມມື ສປຊ. ນອກນີ້, ຍັງໄດ້ພ້ອມກັນກໍານົດທິດທາງໃນຕໍ່ໜ້າວຽກງານຂອງຕົນ ລວມທັງວຽກຂອບສິດທິມະນຸດ, ວຽກງານຫຼຸດຜ່ອນອາວຸດ, ວຽກຂອບການຮ່ວມມືດ້ານການຄ້າ ແລະ ການພັດທະນາ ສປຊ (UNCTAD), ວຽກຂອບອົງການຈັດຕັ້ງແຮງງານສາກົນ, ວຽກຂອບອົງການການຄ້າໂລກ ແລະ ອື່ນໆ.
ປະເທດສະມາຊິກອາຊຽນ ແລະ ຕີມໍເລັດສະເຕ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການເປັນປະທານຄະນະກໍາມະການອາຊຽນ-ເຊີແນວ ຂອງ ສປປ ລາວ, ເວົ້າລວມ, ເວົ້າສະເພາະແມ່ນຜົນສໍາເລັດຂອງກອງປະຊຸມຄະນະກໍາມະການອາຊຽນ-ເຊີແນວ ຄັ້ງທີ 2 ແລະ ໄດ້ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ລວມທັງການຈະຈັດກອງປະຊຸມຄະນະກໍາມະການອາຊຽນ-ເຊີແນວ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນຕົ້ນເດືອນ ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.