ໃນວັນ​ທີ 14 ສິງຫາ​ ຜ່ານມາ ທີ່ໂຮງແຮມ Pan Pacific Singapore ໄດ້​ຈັດກອງປະຊຸມໂຕະ​ມົນລະຫວ່າງບັນດາທູດປະເທດອາຊຽນແລະປະເທດກຸ່ມ BRICS ປະຈໍາສິງກະໂປ ​(Roundtable between ASEAN and BRICS Heads of Mission) ໂດຍມີບັນດາທູດ, ຜູ້ຕາງໜ້າບັນດາສະຖານທູດຈາກປະເທດອາຊຽນ ແລະ ກຸ່ມ BRICS, ຜູ້ຊ່ຽວຊານ ແລະ ບັນດາແຂກຈາກພາກສ່ວນຕ່າງໆເຂົ້າຮ່ວມ 120 ທ່ານ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປພາຍໃຕ້ 3 ວາລະຄື: 1.​ ​ຍຸດ​ທະ​ສາດ​ໂລກ​ເພື່ອ​ການ​ຄ້າ​ແລະຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ຍືນຍົງ (Global Strategies for Sustainable Trade and Food Security); 2. ການດັດປັບພຶດຕິກໍາທາງການຄ້າໃຫ້ຍືນຍົງ (Aligning Sustainable Trade Practices) ແລະ 3. ສິ່ງທ້າທາຍໃນອະນາຄົດ ຂອງການຮ່ວມມື ໃຕ້-ໃຕ້ (Future Challenges and South-South Collaboration). ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາສິງກະໂປ, ໃນນາມປະທານ ASEAN 2024 ແລະ ທ່ານ Nikolay Rishatovich KUDASHEV ເອກອັກຄະລັດຖະທູດແຫ່ງ ສະຫະພັນຣັດເຊຍ ປະຈໍາ ສິງກະໂປ ໃນນາມປະທານ BRICS 2024 ໄດ້ຮັບກຽດຂຶ້ນກ່າວເປີດພິທີຢ່າງເປັນທາງການ ແລະ ປະກອບຄໍາເຫັນໃນວາລະທີ 1.
ບັນດາຜູ້ແທນກອງປະຊຸມ ໄດ້​ແລກປ່ຽນ​ຄວາມ​ຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ຕາມວາລະຂອງກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຄ້າທີ່ຍືນຍົງ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການກໍານົດນະໂຍບາຍ, ຍຸດທະສາດ ແລະ ມາດຕະການທີ່ມີປະສິດທິພາບ ແລະ ເປັນຮູບປະທໍາ ຮ່ວມກັນລະຫວ່າງບັນດາປະເທດຕ່າງໆໃນໂລກ ໂດຍສະເພາະ ການຮ່ວມມືລະຫວ່າງ ບັນດາປະເທດອາຊຽນ ແລະ ກຸ່ມ BRICS, ອົງການຈັດຕັ້ງພາກພື້ນ ແລະ ສາກົນອື່ນໆ ເພື່ອເພີ່ມທະວີການຜະລິດສະບຽງອາຫານ ແລະ ຮັບປະກັນດ້ານໂພຊະນາການ, ການປົກປ້ອງ ແລະ ຮັບປະກັນຕ່ອງໂສ້ການສະໜອງດ້ານສະບຽງອາຫານ ດ້ວຍຮູບການຕ່າງໆ, ການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ກໍຄື ຄວາມຕັດສິນໃຈທາງການເມືອງ ຂອງບັນດາປະເທດຕ່າງໆ ແລະ ອື່ນໆ ໂດຍຖືເປັນເງື່ອນໄຂພື້ນຖານເພື່ອຮັບປະກັນໃຫ້ແກ່ການຄ້າ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ທີ່ຍືນຍົງ, ໃນຂະນະດຽວກັນ ກໍເສີມຂະຫຍາຍການຮ່ວມມື ແລະ ການປະສານງານສາກົນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນອະນາຄົດລວມທັງໂດຍຜ່ານຂອບການຮ່ວມມື ໃຕ້-ໃຕ້ ເພື່ອປະກອບສ່ວນເຂົ້າໃນການບັນລຸວາລະ 2030 ຂອງອົງການສະຫະປະຊາຊາດ ກ່ຽວກັບ ການພັດທະນາແບບຍືນຍົງ ກໍຄື ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ຂອງບັນດາປະຊາຊາດ ໃນໂລກ. ໃນການປະກອບຄໍາເຫັນຕໍ່ກອງປະຊຸມ, ທ່ານ ແສງແກ້ວ ປວງປະດິດ ໄດ້ຍົກໃຫ້ເຫັນແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ສປປ ລາວ ທີ່ກ່ຽວຂ້ອງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 2021-2025, ຊຶ່ງສຸມໃສ່ການສ້າງລະບົບສະບຽງອາຫານທີ່ຍືນ ໂດຍຖືເອົາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ເປັນເປົ້າໝາຍຕົ້ນຕໍ; ການດໍາເນີນການປະຕິຮູບລະບົບສະບຽງອາຫານ ທີ່ກວມເອົາຫຼາຍຂົງເຂດເຊັ່ນ: ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ, ການສຶກສາ, ການຄ້າ, ການປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ ໃນເຂດຕົວເມືອງ ແລະ ຊົນນະບົດເພື່ອຮັບປະກັນສະບຽງອາຫານທີ່ປອດໄພ ແລະ ມີໂພຊະນາການສໍາລັບໝົດທຸກຄົນ, ຊຸກຍູ້ການຜະລິດສະບຽງອາຫານທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ໄດ້ຢ່າງພຽງພໍ, ຍົກສູງຊີວິດການເປັນຢູ່ໃຫ້ມີຄວາມເທົ່າທຽມ ແລະ ສ້າງຄວາມເຂັ້ມແຂງເພື່ອຕ້ານທານກັບຄວາມອ່ອນໄຫວ, ຄວາມສ່ຽງຈາກການກະທົບກະທັນຫັນ ແລະ ແຮງກົດດັນຕ່າງໆ ທີ່ອາດເກີດຂຶ້ນກັບລະບົບສະບຽງອາຫານ ຂອງ ສປປ ລາວ ເພື່ອເຮັດໃຫ້ລະບົບສະບຽງອາຫານຂອງ ສປປ ລາວ ມີຄວາມຍືນຍົງ.
ຄຽງຄູ່ກັບການຈັດກອງປະຊຸມໂຕະມົນຄັ້ງນີ້ ຍັງໄດ້ມີການຈັດງານວາງສະແດງກ່ຽວກັບອາຫານພື້ນເມືອງ ແລະ ເຄື່ອງດື່ມຂອງບັນດາປະເທດທີ່ເຂົ້າຮ່ວມ ເພື່ອເປັນການແລກປ່ຽນດ້ານວັດທະນະທໍາໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທາງດ້ານວັດທະນະທໍາແລະ ລົດຊາດອາຫານທີ່ຫຼາກຫຼາຍຂອງກັນແລະກັນ. ສະເພາະສະຖານທູດລາວເຮົາກໍໄດ້ນໍາເອົາຊາ ແລະ ກາເຟປາກຊ່ອງມາວາງສະແດງເພື່ອໃຫ້ແຂກໄດ້ດື່ມໄດ້ຊີມ ແລະ ເຫັນວ່າໄດ້ຮັບຄໍາຍ້ອງຍໍຊົມເຊີຍຈາກແຂກຈໍານວນຫຼາຍວ່າຊາແລະກາເຟລາວເຮົາແຊບ ແລະ ມີຄຸນນະພາບດີຫຼາຍ.
ຂ່າວ: ກະຊວງການຕ່າງປະເທດ