ຂ່າວສານຫວຽດນາມລາຍງານ,ຫວ່າງບໍ່ດົນມາ​ນີ້, ຕຳຫຼວດ​ສິງກະ​ໂປ​ ລາຍງານໃຫ້ຮູ້​ວ່າ: ​ໃນ​ 2 ​ເດືອນຜ່ານມາ, ມີບັນດາຜູ້​ເຄາະ​ຮ້າຍ​ໄດ້​ສູນ​ເສຍ​ເງິນ​ຢ່າງ​ໜ້ອຍ 36 ລ້ານໂດລາ ຍ້ອນ​ຖືກຫຼອກ​ລວງ​ຈາກການ​ລົງທຶນ​ໃນ​ເພລັດຟອມກຸ່ມ​ສົນທະນາອອນລາຍ ​ແລະ ໃນ​ເຄືອ​ຂ່າຍ​ສັງຄົມອອນລາຍ.
ນັບ​ຕັ້ງ​ແຕ່​ເດືອນ​ກໍ​ລະ​ກົດ​​ຜ່ານ​ມາ​, ມີການ​ສໍ້​ໂກງ​ການ​ລົງ​ທຶນ​ທາງ​ດ້ານ​ການ​ເງິນທາງເຄືອຂ່າຍອິນເຕີເນັດ ຢູ່ ສິງກະໂປ 897 ກໍ​ລະ​ນີ.
ຂ່າວລະບຸວ່າ: ຜູ້ສໍ້ໂກງມັກຈະເອົາເຫຍື່ອເຂົ້າໃນກຸ່ມສົນທະນາໃນວິທີການສົ່ງຂໍ້ຄວາມ ເຊັ່ນ: ເທເລແກມ (Telegram)ຫຼື ສ້າງເປັນໝູ່ເພື່ອນກັບເຫຍື່ອໃນເພລັດຟອມເຄືອຂ່າຍສັງຄົມອອນລາຍ. ການປອມຕົວເປັນດາລາ ຫຼື ພະນັກງານຂອງບໍລິສັດທີ່ມີຊື່ສຽງ. ຜູ້ສໍ້ໂກງຈະສວມຮອຍເປັນສະມາຊິກກຸ່ມສົ່ງຂໍ້ຄວາມແບ່ງປັນການລົງທຶນທີ່ເຮັດກຳໄລໄດ້ດີ ແລະ ສົ່ງຮູບພາບໜ້າຈໍທີ່ພິສູດໃຫ້ເຫັນເຖິງຜົນກຳໄລເພື່ອຫຼອກລວງເຫຍື່ອ.
ຫຼັງຈາກທີ່ເຫຍື່ອຫຼົງເຊື່ອ ແລະ ຕິດຕໍ່ກັບຜູ້ສໍ້ໂກງ, ພວກເຂົາຈະໄດ້ຮັບແຜນການລົງທຶນຕ່າງໆ ແລະ ຂໍໃຫ້ສະໜອງຂໍ້ມູນສ່ວນຕົວເຊັ່ນ: ເລກບັນຊີທະນາຄານ, ຊື່ເຕັມ ແລະ ເບີໂທລະສັບ. ພວກເຂົາຍັງຖືກສັ່ງໃຫ້ໂອນເງິນລົງທຶນໃສ່ບັນຊີທະນາຄານ ແລະ PayNow (ເປັນລະບົບການຊຳລະເງິນລະຫວ່າງປະເທດໄດ້ແບບໂດຍທັນທີ).
ຜູ້ທີ່ຕົກເປັນເຫຍື່ອຈະຖືກຊັກຈູງໃຫ້ເຊື່ອວ່າການລົງທຶນນີ້ແມ່ນຄວາມຈິງເພາະວ່າພວກເຂົາຈະໄດ້ຮັບຜົນກໍາໄລທີ່ແທ້ຈິງໃນເບື້ອງຕົ້ນ. ເວັບໄຊການລົງທຶນ ຫຼື ແອັບພິເຄຊັນປອມ ຈະສະແດງຜົນກໍາໄລ "ເໝືອນຈິງ"ເພີ່ມຂຶ້ນ, ເຮັດໃຫ້ເຫຍື່ອມີຄວາມໝັ້ນໃຈແລະ ສືບຕໍ່ເພີ່ມເງິນເຂົ້າໃນການລົງທຶນ. ຜູ້ຕົກເປັນເຫຍື່ອຈະຮູ້ວ່າພວກເຂົາຖືກສໍ້ໂກງ ເມື່ອພົບວ່າບໍ່ສາມາດຖອນກໍາໄລໄດ້. ຫຼັງຈາກນັ້ນ, ຜູ້ສໍ້ໂກງຈະຫາຍຕົວໄປໂດຍບໍ່ມີຮ່ອງຮອຍ.
ເພື່ອຫຼີກເວັ້ນການຕົກເປັນເຫຍື່ອຂອງການຫຼອກລວງການລົງທຶນອອນລາຍ, ຕໍາຫຼວດສິງກະໂປ ໄດ້ແນະນໍາໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ເພີ່ມ ຫຼື ຕັ້ງຄວາມປອດໄພ ເຊັ່ນ: ບໍ່ໃຫ້ຄົນແປກໜ້າເພີ່ມທ່ານເຂົ້າໃນກຸ່ມສົນທະນາ; ກໍານົດຂອບເຂດຈໍາກັດການເຮັດທຸລະກໍາທະນາຄານອອນລາຍ ແລະ ເປີດໃຊ້ການກວດສອບສອງປັດໄຈ. ຄວນຈະສັງເກດວ່າບໍ່ມີບໍລິສັດລົງທຶນທີ່ຖືກຕ້ອງຕາມກົດໝາຍບໍລິສັດໃດຈະເພີ່ມທ່ານເຂົ້າໃນກຸ່ມສົນທະນາເພື່ອແລກປ່ຽນກ່ຽວກັບໂອກາດການລົງທຶນ. ກວດສອບຄວາມຖືກຕ້ອງຂອງຂໍ້ມູນໂດຍການຖາມຄໍາຖາມຫຼາຍເທົ່າຈະທີ່ເປັນໄປໄດ້ ເພື່ອເຂົ້າໃຈໂອກາດການລົງທຶນ ແລະ ກວດສອບຊື່ສຽງຂອງບໍລິສັດ.
ECDCກຽມຄວາມພ້ອມຮັບມືກັບການລະບາດຂອງພະຍາດໝາກສຸກລີງ
ຂ່າວຕ່າງປະເທດລາຍາງນ ໃນວັນທີ 17 ສິງຫາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງສະຫະພາບເອີຣົບ (ECDC) ໄດ້ເຜີຍແຜ່ການປະເມີນຄວາມສ່ຽງກ່ຽວກັບການລະບາດຂອງພະຍາດໝາກສຸກລີງ (Mpox), ໂດຍແນະນຳໃຫ້ເພີ່ມການກຽມຄວາມພ້ອມເພື່ອຮັບມືພາຍໃນສະຫະພາບເອີຣົບ (EU) ແລະ ເຂດເສດຖະກິດເອີຣົບ.
ECDC ຊຶ່ງມີສຳນັກງານຕັ້ງຢູ່ໃນປະເທດຊູແອດ ລະບຸວ່າ: ມີຄວາມເປັນໄປໄດ້ສູງທີ່ເອີຣົບ ຈະພົບຄົນເຈັບທີ່ເປັນພະຍາດໝາກສຸກລີງ ຈາກໄວຣັດ clade I ທີ່ເຂົ້າມາຈາກຕ່າງປະເທດຫຼາຍຂຶ້ນ ເຖິງແມ່ນວ່າຄວາມສ່ຽງໃນການລະບາດໃນສະຫະພາບເອີຣົບ ແລະ ເຂດເສດຖະກິດເອີຣົບຈະຍັງຄົງຕໍ່າຫຼາຍ, ແຕ່ຈຳເປັນຈະຕ້ອງກຽມຄວາມພ້ອມດ້ານການບົ່ງມະຕິພະຍາດທີ່ວ່ອງໄວ ແລະ ມາດຕະການຄວບຄຸມທີ່ມີປະສິດພາບ.
ECDC ຍັງແນະນຳໃຫ້ກຸ່ມປະເທດສະມາຊິກສະຫະພາບເອີຣົບ ແລະ ເຂດເສດຖະກິດເອີຣົບ ອອກຄຳແນະນຳດ້ານການເດີນທາງໃຫ້ບຸກຄົນທີ່ເດີນທາງໄປ ຫຼື ກັບຈາກພາກພື້ນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດນີ້.
ການປະເມີນຄວາມສ່ຽງສະບັບດັ່ງກ່າວ ເກີດຂຶ້ນຫຼັງຈາກສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາຟຣິກາ (Africa CDC) ປະກາດການລະບາດຂອງພະຍາດໝາກສຸກລີງໃນອາຟຣິກກາ, ທາງດ້ານຫ້ອງການຄວາມໝັ້ນຄົງກໍລະນີສຸກເສີນດ້ານສາທາລະນະສຸກພາກພື້ນທະວີບ ແລະ ອົງການອະນາໄມໂລກ (WHO) ໄດ້ປະກາດໃຫ້ພະຍາດໝາກສຸກລີງເປັນກໍລະນີສຸກເສີນທາງສາທາລະນະສຸກລະຫວ່າງປະເທດ ໃນອາທິດຜ່ານມາ.