ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 18 ສິງຫາ ຜ່ານມາຢູ່ແຂວງດັກລັກ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີປຸກລະດົມບັ້ນແຂ່ງຂັນ 500 ວັນ ກໍ່ສ້າງເສັ້ນທາງດ່ວນທີ່ມີຄວາມຍາວ 3.000 ກິໂລແມັດສຳເລັດ.
ຂ່າວລະບຸວ່າ: ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ ໃນທ່າມກາງບັນຍາກາດທົ່ວປະເທດພວມແຂ່ງຂັນຢ່າງຟົດຟື້ນ ມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ສູ້ຊົນປະຕິບັດສຳເລັດເປົ້າໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໂດຍໄວ, ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ, 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ.
ໃນພິທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ປຸກລະດົມບັ້ນແຂ່ງຂັນ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກລົງທຶນ, ຄະນະຄຸ້ມຄອງໂຄງການ.... ສືບຕໍ່ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບສູງສຸດ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ, ສູ້ຊົນປະຕິບັດໂຄງການໃຫ້ຮັບປະກັນດ້ານຄຸນນະພາບ, ຄວາມຄືບໜ້າ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ, ເພື່ອການພັດທະນາປະເທດຊາດເຂັ້ມແຂງ.