ໂດຍ: ວັນເພັງ
ວຽກງານສາທາລະນະສຸກ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນໜຶ່ງວຽກງານທີ່ອົງການປົກຄອງເມືອງນາຊາຍທອງ ຖືຄວາມສຳຄັນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີບາດກ້າວດີຂຶ້ນຢ່າງຕໍ່ເນື່ອງ.
ໃນບົດສະຫຼຸບລາຍງານຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ວ່າ:ທົ່ວເມືອງມີໂຮງໝໍ1 ແຫ່ງ, ສຸກສາລາ 4 ແຫ່ງ, ຮ້ານຂາຍຢາ 82 ແຫ່ງ. ໃນນີ້,ຮ້ານຂັ້ນ 1 ມີ 22 ແຫ່ງ, ຮ້ານຂັ້ນ 2 ມີ 40 ແຫ່ງ, ຮ້ານຂັ້ນ 3 ມີ 20 ແຫ່ງ, ໄດ້ລົງກວດກາໜອນນໍ້າ, ທໍາລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ 134 ເທື່ອ ມີ 3.576 ຫຼັງຄາເຮືອນ, ພົບໜອນນໍ້າ 34 ຫຼັງຄາເຮືອນ ພາຊະນະທີ່ໄດ້ສໍາຫຼວດມີ 1.043 ພາຊະນະ, ພົບ 73 ພາຊະນະ, ອ່າງລ້ຽງປາຫາງນົກຍຸງທັງໝົດ1.074 ອ່າງ, ອ່າງທີ່ສາມາດເປັນທະນາຄານປາ ໄດ້ 16 ອ່າງ, ການປະຕິບັດການບໍລິການຄຸນນະພາບ 5 ດີ 1 ພໍໃຈ. ໃນນັ້ນ, 5 ດີມີ: ຮັບຕ້ອນດີ, ສະດວກດີ, ສະອາດດີ, ບົ່ງມະຕິ ຊັດເຈນ, ປິ່ນປົວດີໄວ ແລະ 1 ພໍໃຈ: ຄົນມາໃຊ້ບໍລິການເພີ່ງພໍໃຈ; ໄດ້ຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມພະຍາດ,ສັກຢາວັກຊິນໝາກແດງ ໃຫ້ເດັກນ້ອຍລຸ່ມ 1 ປີ ຈໍານວນ 54 ບ້ານ ສັກໄດ້ 2.021 ຄົນ ແລະ ສັກວັກຊິນມະເຮັງປາກມົດລູກລົງຕາມໂຮງຮຽນ ເຂັມ 1 ສັກໄດ້ 182 ຄົນ ແລະ ເຂັມ 2 ສັກໄດ້ 551 ຄົນ.ພ້ອມນັ້ນ, ໄດ້ມີການຈັດຕັ້ງປະຕິບັດ 11 ຕົວຊີ້ວັດ ຂອງກະຊວງສາທາລະນະສຸກວາງອອກຄື: ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຢູ່ໃນລະດັບຕໍ່າກວ່າ 4,8%;ອັດຕາເດັກນ້ອຍລຸ່ມ 5 ປີ ມີລວງສູງໄດ້ມາດຕະຖານໃຫ້ຢູ່ໃນລະດັບ ຕໍ່າກ່ວາ 18,3%; ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ໃຫ້ຫຼຸດລົງ ຍັງເຫຼືອ 12,6/1.000ຄົນຂອງເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຫຼຸດລົງ ຍັງເຫຼືອ 18,8/1.000ຄົນຂອງເດັກເກີດມີຊີວິດ; ອັດຕາການຕາຍຂອງແມ່ ໃຫ້ຫຼຸດລົງຍັງເຫຼືອ 27/100.000 ຄົນ;ອັດຕາເກີດມີແພດຊ່ວຍໃຫ້ໄດ້ 100%; ອັດຕາການສັກຢາກັນພະຍາດ ໃຫ້ໄດ້ 95,6% ຂຶ້ນໄປ.
ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2024 ວຽກງງານດັ່ງກ່າວ, ຈະສືບຕໍ່ຊຸກຍູ້ ແລະ ຄຸ້ມຄອງ ບັນດາຮ້ານຂາຍຢາ ແລະ ຄຣີນິກ ໃຫ້ຫັນເຂົ້າສູ່ລະບຽບການ, ລົງກວດແຫຼ່ງເພາະພັນຂອງໜອນນໍ້າຍຸງລາຍຕາມເຮືອນປະຊາຊົນ ພ້ອມແນະນໍາປະຊາຊົນໃຫ້ຊ່ວຍກັນປ້ອງກັນ ແລະ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ໃຫ້ ນັບມື້ຫຼຸດໜ້ອຍລົງເທື່ອລະກ້າວ, ເອົາໃຈໃສ່ປະຕິບັດ 5 ດີ 1 ພໍໃຈ, 8 ແຜນງານ ແລະ 11 ຕົວຊີ້ ຂອງກະຊວງສາທາລະນະສຸກວາງອອກ ໃຫ້ບັນລຸ, ມີປະສິດທິພາບ ພ້ອມເຝົ້າລະວັງພະຍາດຕາມລະດູການຢ່າງໃກ້ຊິດດ ແລະ ຕໍ່ເນື່ອງ.