ໃນລະຫວ່າງວັນທີ 13-16 ສິງຫາ ຜ່ານມາ, ໂດຍປະຕິບັດຕາມທິດຊີ້ນໍາຂອງ ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດ ຕາມກວດກາຄ້າຍຄຸມຂັງ - ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ທັງເປັນຜູ້ຊີ້ນໍາວຽກງານໄອຍະການຮອບດ້ານຢູ່ ສອງແຂວງພາກເໜືອ ຊຽງຂວາງ ແລະ ຫົວພັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ຊຶ່ງມີທ່ານ ຄໍາຫຼ້າ ທໍາມະວົງ ເລຂາໜ່ວຍພັກ ຫົວໜ້າອົງການໄອຍະການປະຊາຊົນແຂວງຊຽງຂວາງ ແລະ ພະນັກງານຈໍານວນໜຶ່ງຮ່ວມຕິດຕາມເຮັດວຽກໃນຄັ້ງນີ້.
ຈຸດປະສົງ ການລົງເຄື່ອນໄຫວ ແລະ ເຮັດວຽກຂອງຄະນະຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມພິທີປະກາດແຕ່ງຕັ້ງພະນັກງານ ອົງການໄອຍະການປະຊາຊົນເຂດ ໄປປະຈໍາຢູ່ 2 ເມືອງຄື: ເມືອງພູກູດ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ຄື: ທ່ານ ສຸກສາຄອນ ພອນທະວີໄຊ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ I ປະຈໍາເມືອງພູກູດ ພ້ອມດ້ວຍພະນັກງານວິຊາການ 4 ທ່ານ ແລະ ປະກາດແຕ່ງຕັ້ງ ທ່ານ ຕຸ້ຍ ວົງກອງຄໍາ ຫົວໜ້າຂະແໜງຕິດຕາມກວດກາທົ່ວໄປ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງໜອງແຮດ ພ້ອມດ້ວຍພະນັກງານວິຊາການ 4 ທ່ານ. ໂດຍມີ ທ່ານ ຄໍາພາ ພິລາວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງພູກູດ ແຂວງຊຽງຂວາງທ່ານ ວັນໄຊ ກືຫວັງເນັ້ງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໜອງແຮດ ແຂວງຊຽງຂວາ ຫົວໜ້າພະແນກການຕ່າງໆ, ທະຫານ, ຕໍາຫຼວດອ້ອມຂ້າງເມືອງເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້.
ທ່ານ ບົວລີ ເພັດມີໄຊ ໄດ້ມີບາງຄໍາເຫັນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ທາງອໍານາດການປົກຄອງຂອງເມືອງ ທີ່ໄດ້ເອົາໃຈໃສ່ເອື້ອອໍານວຍຄວາມສະດວກຫຼາຍດ້ານເປັນຕົ້ນ ສະຖານທີ່ບ່ອນປະຈໍາການເຮັດວຽກ, ຫໍພັກ-ເຮືອນ ຄົວຂອງພະນັກງານ ແລະ ອື່ນໆ ຈາກນັ້ນ, ປະທານກອງປະຊຸມຍັງໄດ້ຊີ້ນໍາຕື່ມຕໍ່ຜູ້ມາປະຕິບັດໜ້າທີ່ໃໜ່ ຄວນເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໜາຍ ພ້ອມທັງຮັບປະກັນການປະຕິບັດໜ້າທີ່ ດ້ວຍຄວາມໂປ່ງໄສ, ຍຸຕິທໍາ ແລະ ຖືກຕ້ອງ ເພື່ອນໍາເອົາຜູ້ກະທໍາຜິດ ມາລົງໂທດຕາມກົດໝາຍ ແລະ ປົກປ້ອງສິດ, ຜົນປະໂຫດຍອັນຊອບທໍາ. ໃນໂອກາດດັ່ງກ່າວ ທ່ານ ບົວລີ ເພັດມີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ມອບເຄື່ອງຮັບໃຊ້ຫ້ອງການ, ງົບປະມານຮັບໃຊ້ບໍລິຫານ ແລະ ປຶ້ມກົດໝາຍຈໍານວນໜຶ່ງ ລວມມູນຄ່າ 65 ລ້ານກີບ/ເມືອງ ໃຫ້ແກ່ຫ້ອງການອົງການໄອຍະການປະຊາຊົນ ເຂດ I ປະຈໍາເມືອງພູກູດ ແລະ ອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງໜອງແຮດ ທີ່ສ້າງຕັ້ງຂຶ້ນໃໜ່ອີກດ້ວຍ.
(ຂ່າວ: ວົງເດືອນ ອອປສ)