ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ສິງຫາ ຜ່ານມາໜັງສືພິມ ເຍິນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ໄດ້ເປີດເວັບໄຊ ພິເສດ “ຫງວຽນຝູຈ້ອງເລຂາທິການໃຫຍ່ - ຜູ້ນຳທີ່ມີຄຸນສົມບັດ ແລະ ມີຄວາມເກັ່ງກ້າສາມາດຂອງພັກ”, ແລະ ງານວາງສະແດງພາບຖ່າຍກ່ຽວກັບທ່ານ ຫງວຽນຝູຈ້ອງ.
ຂ່າວລະບຸວ່າ, ເວັບໄຊດັ່ງກ່າວມີຊື່ວ່າ: http://nguyenphutrong.nhandan.vn, ໂດຍໄດ້ນໍາໃຊ້ບັນດາເຕັກໂນໂລຊີດ້ານສື່ມວນຊົນທີ່ທັນສະໄໝໃນພື້ນຖານດີຈີຕອນ, ດ້ວຍບົດຂຽນ, ພາບຖ່າຍ, ວິດີໂອ, ຜະລິດຕະພັນສື່ມວນຊົນປະເພດຕ່າງໆຫຼາຍກວ່າ 1.000 ຢ່າງ. ເວັບໄຊດັ່ງກ່າວ ມີບັນດາຄໍລຳຄື “ສານເພື່ອປະເທດຊາດ ເພື່ອປະຊາຊົນ”, “ຢຶດໝັ້ນເສັ້ນທາງທີ່ໄດ້ເລືອກ”, “ຄຳເຫັນການນຳ, ນັກຊ່ຽວຊານ”, ຄວາມຮັກແພງຕໍ່ທ່ານເລຂາທິການໃຫຍ່”, ເວັບໄຊພິເສດນີ້ ໄດ້ປະກອບສ່ວນຢັ້ງຢືນ, ແຜ່ຂະຫຍາຍຄຸນຄ່າບັນດາຜົນງານດ້ານທິດສະດີ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງພື້ນຖານວິທະຍາສາດ - ພຶດຕິກຳຕົວຈິງໃຫ້ແກ່ວິວັດການວາງກຳນົດແນວທາງ, ແຜນນະໂຍບາຍກໍ່ສ້າງ, ພັດທະນາປະເທດຊາດໃນໄລຍະປ່ຽນແປງໃໝ່ຂອງທ່ານ ຫງວຽນຝູຈ້ອງ; ແມ່ນຖານຂໍ້ມູນທີ່ສຳຄັນຮັບໃຊ້ວຽກງານຄົ້ນຄວ້າ, ຊອກຫາຂອງພະນັກງານ, ສະມາຊິກພັກ ແລະ ມະຫາຊົນເປັນຈຳນວນຫຼວງຫຼາຍ.