​ຂ່າວ​ສານ​ຊີ​ອາ​ໄອ ລາຍງານໃນວັນທີ 20 ສິງຫາ ຜ່ານມາວ່າ: ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບຜູ້ນຳລັດຖະສະພາຕ່າງປະເທດທີ່ເຂົ້າຮ່ວມກິດຈະກຳລະນຶກສະພາປະຊາຊົນແຫ່ງຊາດຈີນເຂົ້າຮ່ວມສະຫະພັນລັດຖະສະພານານາຊາດຄົບຮອບ 40 ປີ ແລະ ກອງປະຊຸມສຳມະນາສະມາຊິກລັດຖະສະພາປະເທດພວມພັດທະນາຄັ້ງທີ 6.
ທ່ານສີຈິ້ນຜິງກ່າວວ່າ:ອົງການນິຕິບັນຍັດເປັນພາກສ່ວນສຳຄັນໃນສາຍພົວພັນລະຫວ່າງຊາດ, ມີຄວາມຮັບຜິດຊອບ, ມີຄວາມສາມາດເສີມຂະຫຍາຍບົດບາດທີ່ສ້າງສາຍພົວພັນລະຫວ່າງປະເທດແບບສະເໝີພາບ ແລະ ໄວ້ເນື້ອເຊື່ອໃຈກັນ ເປີດກວ້າງການຮ່ວມມືດ້ານການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຊຸກຍູ້ການແລກປ່ຽນແບບເປີດກວ້າງ ແລະ ກວມລວມ ຊຸກຍູ້ການບໍລິຫານໂລກຢ່າງຍຸຕິທຳ ແລະ ສົມເຫດສົມຜົນ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນເປັນສະມາຊິກຂອງ “ພາກໃຕ້ທົ່ວໂລກ” ຢ່າງສະເໝີຕົ້ນສະເໝີປາຍ, ຄວາມສາມັກຄີ ແລະ ການຮ່ວມມືກັບປະເທດພວມພັດທະນາຈຳນວນຫຼາຍເປັນພື້ນຖານທີ່ບໍ່ຫວັ່ນໄຫວຄອນແຄນໃນສາຍພົວພັນກັບຕ່າງປະເທດຂອງຈີນ. ຈີນບໍ່ສະແຫວງຫາຄວາມທັນສະໄໝທີ່ຢູ່ລອດດ້ວຍຕົນເອງພຽງລຳພັງປະເທດດຽວ, ຍິນດີຮ່ວມກັບບັນດາປະເທດ ຊຶ່ງລວມທັງປະເທດພວມພັດທະນາຈຳນວນຫຼາຍ, ຊຸກຍູ້ຄວາມທັນສະໄໝຂອງໂລກທີ່ພັດທະນາໂດຍສັນຕິ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.