ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ສິງຫາ ຜ່ານມາ ວ່າ: ພີທີພີເອລເອັນ ອິນໂດເນເຊຍ (PLN) ບໍລິສັດການໄຟຟ້າຂອງລັດຖະບານອິນໂດເນເຊຍ ຮ່ວມມືກັບບໍລິສັດຊາອຸດິດ ອາຣັບບີ ພັດທະນາໂຮງໄຟຟ້າພະລັງງານແສງອາທິດແບບລອຍນ້ຳຂະໜາດ 60 ເມກະວັດ ບໍລິເວນອ່າງເກັບນໍ້າຊາກູລິງ ແຂວງຊະວາຕາເວັນຕົກ.
ຂ່າວລະບຸວ່າ: ໃນວັນທີ 18 ສິງຫາ ຜ່ານມາ, ທ່ານ ເອັດວິນ ນູກຣາຮາ ປຸຕຣາ ປະທານກຳມະການບໍລິຫານຂອງ PLN ກ່າວວ່າ: ໂຄງການນີ້ສຸມໃສ່ສ້າງຄວາມເຂັ້ມແຂງຂອງຂະແໜງທຸລະກິດພະລັງງານໝູນວຽນໃນອິນໂດເນເຊຍ ຫຼຸດຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະການປ່ອຍອາຍແກັສເຮືອນແກ້ວ.
ທ່ານ ເອັດ​ວິນ​ເຊື່ອ​ໝັ້ນ​ວ່າ: ​ໂຄງ​ການ​ນີ້​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ປ່ຽນ​ຜ່ານພະລັງງານ ແລະ ​ສະ​ໜັບ​ສະໜູນ​ເປົ້າ​ໝາຍ​ປ່ອຍ​ມົນ​ລະ​ພິດ​ເປັນ​ສູນ​ພາຍ​ໃນ​ປີ 2060, ໂດຍມີການ​ກໍາ​ນົດ​ການ​ດໍາ​ເນີນ​ງານໃນ​ເດືອນ​ມິ​ຖຸ​ນາ​ 2026ເພື່ອຈະກະ​ຕຸ້ນການລົງທຶນ ​ແລະ​ເສີມຂະຫຍາຍຄວາມສຳພັນ​ລະ​ຫວ່າງ​ອິນໂດເນເຊຍ ແລະ ຊາອຸດິດ ອາຣັບບີ.
ທັງນີ້, ອິນໂດເນເຊຍ ໄດ້ເປີດໂຮງໄຟຟ້າພະລັງງານແສງອາທິດແບບລອຍນ້ຳຊິຣາຕາ (Cirata) ຊຶ່ງມີຂະໜາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ດ້ວຍເນື້ອທີ່ 250 ເຮັກຕາ ໃນແຂວງຊະວາຕາເວັນຕົກ ໃນວັນທີ 9 ພຶດສະພາ 2023, ໂດຍໂຮງໄຟຟ້າແຫ່ງນີ້ໄດ້ຮັບເງິນລົງທຶນຈາກ Masdar ບໍລິສັດໃນສະຫະລັດອາຣັບ ເອມິເຣດ ແລະ ມີກຳລັງການຜະລິດສູງສຸດ 192 ເມກະວັດ.