ຂ່າວຕ່າງປະເທດລາຍງານໃນວັນທີ 21 ສິງຫານີ້ວ່າ: ຜູ້ຊ່ຽວຊານຂອງອົງການອະນາໄມໂລກ ຢືນຢັນວ່າ: ພະຍາດໝາກສຸກລີງ ບໍ່ລະບາດຄືກັບໄວຣັດໂຄວິດ-19 ແລະ ສາມາດຢຸດຢັ້ງໄດ້ຫາກທຸກຄົນຮ່ວມມືກັນ.
ຂ່າວລະບຸວ່າ: ໃນວັນທີ 20 ສິງຫາຜ່ານມາ, ທ່ານ ຮັນຄລູ ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພື້ນເອີຣົບ ຢືນຢັນກັບນັກຂ່າວວ່າ: ການລະບາດຂອງເຊື້ອ Mpox ຫຼື ໝາກສຸກລີງ ຈະບໍ່ຄືກັບໂຄວິດ-19 ເພາະເຈົ້າໜ້າທີ່ຮູ້ຢ່າງຊັດເຈນວ່າ ຈະຄວບຄຸມການແຜ່ລະບາດຂອງພະຍາດນີ້ແນວໃດ.
ທ່ານ ຮັນຄລູ ຍອມຮັບວ່າ: ເຖິງຈະມີຄວາມກັງວົນເລື່ອງສາຍພັນຍ່ອຍຊະນິດໃໝ່ຂອງໄວຣັດນີ້ ແລະ ມີການປະກາດກໍລະນີສຸກເສີນດ້ານສາທາລະນະສຸກໂລກ ແຕ່ຫາກພວກເຮົາຮ່ວມມືກັນ ພວກເຮົາຈະສາມາດຮັບມືກັບ Mpox ແລະ ມີມາດຕະການເຂັ້ມງວດທັນການ ລວມເຖິງການຮັບຮອງວ່າວັກຊິນຈະເຂົ້າເຖິງພື້ນທີ່ທີ່ຕ້ອງການ.
ທ່ານ ຮັນຄລູ ກ່າວວ່າ: ໃນປີ 2022,Mpox ສາມາດແຜ່ລະບາດໄປທົ່ວໂລກໄດ້ໄວ, ແຕ່ພວກເຮົາ ກໍສາມາດຮັບມືກັບ Mpox ນໍາກັນທົ່ວທຸກພາກພື້ນ ແລະ ທະວີບຕ່າງໆ, ພວກເຮົາຈະເລືອກວາງລະບົບເພື່ອຄວບຄຸມ ແລະ ກຳຈັດ Mpox ທົ່ວໂລກ. ທັງນີ້, ໄວຣັດ Mpox ທີ່ກໍາລັງລະບາດຢູ່ໃນໂລກ ຊຶ່ງມີ 2 ສາຍພັນຄື: ສາຍພັນ Clade 1 ຊຶ່ງລະບາດໃນທະວີບອາຟຣິກາ ມາດົນນານຈົນກາຍເປັນພະຍາດປະຈຳທ້ອງຖິ່ນ. ເມື່ອອາທິດຜ່ານມາ, ກໍໄດ້ກວດພົບ ຢູ່ນອກທະວີບອາຟຣິກາ ເປັນຄັ້ງທຳອິດ ໂດຍສາຍພັນນີ້ກາຍພັນເປັນ Clade 1b ແລະ ກໍາລັງແຜ່ລະບາດຢ່າງໄວວາໃນຫຼາຍພື້ນທີ່ຂອງອາຟຣິກາ. ສ່ວນອີກສາຍພັນ Clade 2 ທີ່ລະບາດທົ່ວໂລກໃນປີ 2022 ເຮັດໃຫ້ມີຜູ້ຕິດເຊື້ອ 87.000 ກວ່າຄົນ ແລະ ເສຍຊີວິດ 140 ຄົນ.
ທ່ານ ຮັນຄລູ ຢືນຢັນວ່າ: ຂະນະນີ້, ເຈົ້າໜ້າທີ່ ຍັງໄດ້ຮັບລາຍງານພົບຜູ້ຕິດເຊື້ອ Clade 2 ໃໝ່ໃນເອີຣົບ ປະມານ 100 ຄົນ ເປັນປະຈຳທຸກເດືອນ. ຂະນະທີ່, ອົງການອະນາໄມໂລກ ແນະນຳໃຫ້ຜູ້ທີ່ຕ້ອງການເດີນທາງໄປເຂດທີ່ກຳລັງມີການລະບາດໃນອາຟຣິກາ ໃຫ້ສັກວັກຊິນກ່ອນເດີນທາງ ແລະ ບໍ່ແນະນຳໃຫ້ໃຊ້ໜ້າກາກອະນາໄມ ເນື່ອງຈາກພະຍາດໝາກສຸກລີງ ສາມາດຕິດຕໍ່ຜ່ານການສຳຜັດ.
ດ້ານສູນຄວບຄຸມ ແລະ ປ້ອງກັນພະຍາດ ແຫ່ງອາຟຣິກາ ລະບຸວ່າ: ພວກເຮົາ ມີແຜນການທີ່ຊັດເຈນ ໃນການຈັດຫາວັກຊິນ ຈຳນວນ 10 ລ້ານໂດສ ເພື່ອນຳໄປໃຊ້ໃນເຂດທີ່ກຳລັງມີການລະບາດ ໂດຍສາທາລະນະລັດ ປະຊາທິປະໄຕ ກອງໂກ (DRC) ກັບ ນີເຊຣີ ກຽມຈະເລີ່ມສັກຊິນໃຫ້ປະຊາຊົນກຸ່ມທີ່ມີຄວາມສ່ຽງສູງໃນອາທິດໜ້າ.
ບໍລິສັດ Bavarian Nordic, ບໍລິສັດ ພັດທະນາວັກຊິນ ເປີດເຜີຍວ່າ: ຈະສົ່ງ-ມອບ ເຕັກໂນໂລຊີການຜະລິດວັກຊິນຂອງພວກເຂົາໃຫ້ຜູ້ຜະລິດໃນອາຟຣິກາ ເພື່ອໃຫ້ສາມາດຜະລິດວັກຊິນໃນທ້ອງຖິ່ນໄດ້ໂດຍໄວ ເພື່ອເພີ່ມທັງປະລິມານ ແລະ ຫຼຸດຄ່າໃຊ້ຈ່າຍ.