ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ສິງຫາ ຜ່ານມາວ່າ: ກໍາປູເຈຍໄດ້ແນະນຳລະບົບຊໍາລະເງິນຜ່ານໂທລະສັບມືຖື ເພື່ອໃຫ້ນັກທ່ອງທ່ຽວສະແກນ ແລະ ຊຳລະເງິນທີ່ຮ້ານຄ້າຂາຍຍ່ອຍ ປະມານ 3,3 ລ້ານແຫ່ງ ທົ່ວປະເທດກຳປູເຈຍໄດ້.
ທ່ານ ຊີ ເຊລີ ຜູ້ວ່າການທະນາຄານກາງກໍາປູເຈຍ (NBC) ເປີດເຜີຍວ່າ: ແອັບພລິເຄຊັນ ນີ້ ຈະເປີດໂອກາດໃຫ້ນັກທ່ອງທ່ຽວຕ່າງປະເທດຊຳລະເງິນໄດ້ສະດວກຫຼາຍຍິ່ງຂຶ້ນ ຊຶ່ງຈະເຂົ້າມາຊ່ວຍກະຕຸ້ນຂະແໜງການທ່ອງທ່ຽວອີກດ້ວຍ.
ຜູ້ວ່າການທະນາຄານກາງກໍາປູເຈຍເປີດເຜີຍວ່າ: ແອັບພລິເຄຊັນ ນີ້ ຈະມີສ່ວນຊ່ວຍສົ່ງເສີມຂະແໜງການທ່ອງທ່ຽວໃນກໍາປູເຈຍ ໂດຍເປັນວິທີການຊຳລະເງິນທາງເອເລັກໂຕຣນິກ ທີ່ຊ່ວຍໃຫ້ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມກຳປູເຈຍສາມາດຊໍາລະຄ່າສິນຄ້າ ແລະ ການບໍລິການໄດ້ຢ່າງມີປະສິດທິພາບ ແລະ ສະດວກສະບາຍ ພຽງແຕ່ດາວໂຫຼດແອັບ “Bakong Tourists App” ແລະ ຕິດຕັ້ງໃນໂທລະສັບມືຖື ເມື່ອມາຮອດກຳປູເຈຍ ຈາກນັ້ນລົງທະບຽນສ້າງບັນຊີໂດຍໃຊ້ເອີເມລ.
ຜູ້ວ່າການທະນາຄານກາງກໍາປູເຈຍ ກ່າວຕື່ມອີກວ່າ: ນັກທ່ອງທ່ຽວຕ່າງປະເທດສາມາດຕື່ມເງິນໃນບັນຊີຜ່ານພັນທະມິດທາງທຸລະກິດ ແລະຈ່າຍເງິນໂດຍການສະແກນ KHQR Code ກັບກຸ່ມຮ້ານຄ້າຂາຍຍ່ອຍ ປະມານ 3,3 ລ້ານແຫ່ງທົ່ວປະເທດກຳປູເຈຍ.
ການທ່ອງທ່ຽວ ເປັນໜຶ່ງໃນສີ່ເສົາຄໍ້າຫຼັກທີ່ສະໜັບສະໜູນເສດຖະກິດຂອງກຳປູເຈຍໂດຍອີກສາມເສົາຫຼັກປະກອບດ້ວຍການສົ່ງອອກເສື້ອຜ້າ, ເກີບ, ສິນຄ້າເດີນທາງ, ຂະແໜງກະສິກຳ, ຂະແໜງການກໍ່ສ້າງ ແລະ ອະສັງຫາລິມະຊັບ.
ຂໍ້ມູນຈາກກະຊວງການທ່ອງທ່ຽວກຳປູເຈຍ ລະບຸວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ ກຳປູເຈຍຕ້ອນຮັບນັກທ່ອງທ່ຽວ 3,16 ລ້ານຄົນ ເພີ່ມຂຶ້ນເກືອບ 23% ເມື່ອທຽບກັບເວລາດຽວກັນຂອງປີຜ່ານມາ.
ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາກຳປູເຈຍຫຼາຍທີ່ສຸດ 5 ອັນດັບ ໄດ້ແກ່: ໄທ, ຫວຽດນາມ, ຈີນ, ລາວ ແລະ ສະຫະລັດອາເມຣິກາ.