ຂ່າວສານຫວຽດນາມລາຍງານວ່າ: ໃນຮອບຊື້-ຂາຍວັນທີ 20 ສິງຫາ ຜ່ານມາ, ລາຄານ້ໍາມັນຂອງໂລກໄດ້ຫຼຸດລົງປະມານ 1% ເປັນລະດັບຕໍ່າສຸດໃນຮອບສອງອາທິດ, ຍ້ອນຄວາມກັງວົນກ່ຽວກັບການສະໜອງໃນຕາເວັນອອກກາງຫຼຸດລົງ.
ນອກຈາກ​ນີ້, ການ​ຫຼຸດ​ລົງ​ຂອງ​ຄວາມຕ້ອງການຈາກຕະຫຼາດ​ຈີນ ​ຍັງ​ສ້າງ​ຄວາມ​ກົດ​ດັນ​ຕໍ່​ຄວາມ​ຕ້ອງການ​ການ​ຊົມ​ໃຊ້​ນ້ຳມັນ​ເຊື້ອ​ໄຟ.
ຂ່າວລາຍງານວ່າ: ປິດຮອບຊື້-ຂາຍຄັ້ງນີ້, ລາຄານ້ຳມັນເບຣນ (Brent) ປະຈຳເດືອນຕຸລາ ຈະຫຼຸດລົງ 46 ເຊັນ (0,6%) ມາຢູ່ທີ່ 77,20 ໂດລາ/ບາເຣນ. ​ລາຄາ​ນ້ຳມັນ​ WTI ຂອງ​ອາ​ເມ​ຣິກາ ໃນ​ເດືອນ​ກັນຍາ​ ຈະ​ຫຼຸດ​ລົງ 33 ​ເຊັນ (0,4%) ລົງເປັນ 74.04 ໂດລາ/ບາ​ເຣນ. ລາຄານໍ້າມັນ WTI ຂອງເດືອນຕຸລາ ຫຼຸດລົງປະມານ 49 ເຊັນ ມາຢູ່ທີ່ 73,17 ໂດລາ/ບາເຣນ.
ທ່ານ ສະເວດລານາ ເທຣດຢາໂກວາ ນັກວິເຄາະຂອງບໍລິສັດຄົ້ນຄວ້າພະລັງງານ ແລະ ທີ່ປຶກສາ Rystad Energy (ບໍລິສັດວິເຄາະແຖວໜ້າໂລກ ສຳນັກງານໃຫຍ່ຢູ່ນອກແວ) ກ່າວວ່າ: ຕະຫຼາດນ້ໍາມັນຈະຍັງຄົງມີຄວາມອ່ອນໄຫວຫຼາຍຕໍ່ທຸກໆການພັດທະນາໃນພາກພື້ນ.
ດ້ານຜູ້ສະໜອງ, ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ແລະ ບັນດາ​ປະ​ເທດຄູ່ຮ່ວມມື (OPEC+) ​ເຊື່ອ​ໝັ້ນວ່າ​ຄວາມ​ຕ້ອງການ​ນ້ຳມັນ​ຂອງ​ໂລກ​ຈະ​ເຕີບ​ໂຕ​​ໃນ​ຫຼາຍ​ເດືອນ​ຕໍ່ໜ້າ. ຖ້າບໍ່ດັ່ງນັ້ນ, ຕະຫຼາດຈະມີຄວາມຫຍຸ້ງຍາກໃນການຮັບເອົາແຜນການຂອງອົງການນີ້ເພື່ອເພີ່ມການສະໜອງນັບຕັ້ງແຕ່ເດືອນຕຸລາ.