ຂ່າວສານຫວຽດນາມລາຍງານວ່າ: ໃນຂະນະທີ່ທະນາຄານກາງອາເມຣິກາ (Fed) ກະກຽມສໍາລັບກອງປະຊຸມນະໂຍບາຍຕໍ່ໄປຂອງຕົນ, ນັກວິເຄາະຄາດຄະເນວ່າລາຄາຄໍາຈະເພີ່ມຂຶ້ນຫຼັງຈາກທໍາລາຍສະຖິຕິໃນປີນີ້.
ອີງ​ຕາມ​ການ​ຄາດ​ຄະ​ເນ, ລາ​ຄາ​ຂອງ​ໂລ​ຫະ​ນີ້​ອາດ​ຈະ​ສູງ​ເຖິງ 3.000ໂດລາ/ອອນ ໃນ 2025.
ຂ່າວລະບຸວ່າ: ອີງ​ຕາມ​ຂໍ້​ມູນ FactSet, ໃນ​ຕະ​ຫຼາດ​ອາເມຣິກາລາ​ຄາ​ຄໍາ​​ໃນຮອບ​ການ​ຊື້​-ຂາຍ​ລ້າສຸດຍັງ​ຄົງ​ທີ່ຢູ່ໃນລະດັບ​ສູງ​ສຸດ​2,508.14 ໂດ​ລາ/​ອອນ​​, ໃນ​ຂະ​ນະ​ທີ່​ລາ​ຄາ​ຄໍາ​ລ່ວງໜ້າ​ໄດ້​ເພີ່ມ​ຂຶ້ນ 0,16% ເປັນລະດັບສູງສຸດ 2,540.8 ໂດ​ລາ​/ອອນ​.
ທ່ານນາງ ສາບຣິນ ຊາວດູຣີ ຫົວໜ້າການວິເຄາະສິນຄ້າຂອງບໍລິສັດວິໄຈຕະຫຼາດ BMI, ຄາດຄະເນວ່າໃນປີ 2024, ລາຄາຄຳຈະເພີ່ມຂຶ້ນເປັນລະດັບສູງສຸດຫຼາຍຄັ້ງ ເພາະໂລຫະຊະນິດນີ້ຖືວ່າເປັນຊັບສິນທີ່ປອດໄພສະເໝີ. ຄຳ​ແມ່ນ​ສິນຄ້າ​ທີ່​ອ່ອນ​ໄຫວ​ຫຼາຍ​ຕໍ່​ສະຖານະ​ການ​ບໍ່​ໝັ້ນຄົງ, ປັດຈຸ​ບັນ​ພວມ​ຢູ່​ໃນ​ລະດັບ​ສູງ​ສຸດ​ເນື່ອງຈາກ​ປີ 2024 ​ແມ່ນ​ປີ​ແຫ່ງ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິກາ​ແລະ ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ​ເພີ່ມ​ຂຶ້ນ.
ອີກປັດໄຈອື່ນທີ່ເຮັດໃຫ້ລາຄາຄຳບໍ່ເພີ່ມຂຶ້ນຍ້ອນຄວາມເປັນໄປໄດ້ທີ່Fed ຈະຫຼຸດອັດຕາດອກເບ້ຍໃນເດືອນກັນຍາ.