ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ສິງຫາ ຜ່ານມາທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອພິຈາລະຈາ, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນດ້ວຍທຶນຂອງລັດ ຢູ່ວິສາຫະກິດ, ຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອາກອນການຈຳໜ່າຍພິເສດ (ສະບັບປັບປຸງ) ແລະ ກົດໝາຍອື່ນໆອີກບາງສະບັບ.
ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ລັດຖະບານມີຄວາມຕັດສິນໃຈສູງ ແລະ ເດັດດ່ຽວຜັນຂະຫຍາຍການກໍ່ສ້າງ, ບູລະນະລະບອບລະບຽບການໃຫ້ສົມບູນແບບຊຶ່ງເປັນໜຶ່ງໃນ 3 ບຸກທະລຸຍຸດທະສາດ; ຈັດກອງປະຊຸມຢ່າງຕໍ່ເນື່ອງ, ໃຫ້ການຊີ້ນຳເປັນປະຈຳ ແລະ ສ້າງຕັ້ງຄະນະຊີ້ນຳເພື່ອສຳຫຼວດກວດກາ, ແກ້ໄຂບັນດາສິ່ງທີ່ຄ້າງຄາທາງດ້ານນິຕິກຳ, ຜ່ານມານັ້ນ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນລະບຽບການບໍລິຫານ ແລະ ຄ່າທຳນຽມໃຫ້ແກ່ປະຊາຊົນ, ວິສາຫະກິດ. ສຳລັບຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ກົດໝາຍສະບັບນີ້ ປັບປຸງຕາມເນື້ອໃນຈິດໃຈ ເປີດກວ້າງຮາກຖານເກັບ, ເກັບຖືກຕ້ອງ, ເກັບຄົບຖ້ວນ ແລະ ທັນເວລາ, ຕ້ານການເກັບອາກອນໜ້ອຍກວ່າການກຳນົດ; ປ່ຽນແປງໃໝ່ນະໂຍບາຍດຶງດູດການລົງທຶນ ແລະ ສົ່ງເສີມການນຳໃຊ້ນະໂຍບາຍອາກອນ ໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ພ້ອມທັງຫຼຸດຜ່ອນລະບຽບການບໍລິຫານ, ຫຼຸດຜ່ອນການລົບກວນ, ແບ່ງຂັ້ນ ແຕ່ສຳຄັນທີ່ສຸດ ແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນເສຍອາກອນຢ່າງງ່າຍດາຍ ແລະ ວຽກງານການຄຸ້ມຄອງກໍງ່າຍດາຍກວ່າເກົ່າ. ກະແສເງິນເຂົ້າ-ອອກ ຕ້ອງນຳເຂົ້າລະບົບດີຈີຕອນໝົດ.