ໂດຍ: ບຸນອູ້ມ
ສູນ​ກາງ​ແນວລາວສ້າງຊາດ (ສນຊ) ແຕ່ລະຂັ້ນຈະໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດບັນດາທິດຊີ້ນໍາ ກໍຄືແຜນວຽກທີ່ໄດ້ກໍານົດໃນມະຕິ XI, ແຜນພັດທະນາແນວລາວສ້າງຊາດ, ໂດຍສະເພາະຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະມະຕິກອງປະຊຸມຄະນະກໍາມະການ ສນຊ ຄັ້ງທີ 3ສະໄໝທີ XI ເຂົ້າສູ່ພາກຕົວຈິງ.
ທ່ານນາງສີ​ພະ​ຈັນ​ ນັນ​ທະ​ວົງ​ສາກຳ​ມະ​ການ​ປະ​ຈຳ​ພັກປະ​ທານກວດ​ກາ​ພັກ​-ລັດຮອງ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ໄດ້​ໃຫ້​ສຳ​ພາດ​ຕໍ່ສື່ມວນຊົນເມື່ອບໍ່​ດົນ​ມາ​ນີ້​ວ່າ:ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2024,ການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນວຽກງານຊົນເຜົ່າ: ສືບຕໍ່​ສຶກສາອົບຮົມ, ປຸກລະດົມຂົນຂວາຍ ໃຫ້ປະຊາຊົນ 50 ຊົນເຜົ່າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ພ້ອມກັນເຊີດຊູເສີມສ້າງນໍ້າໃຈຮັກຊາດ, ມີຄວາມຮັກແພງ, ຊ່ວຍເຫຼືອຊຶ່ງກັນ ແລະກັນ ແລະມີສະຕິຄວາມຕື່ນຕົວທາງດ້ານການເມືອງ, ເປັນເຈົ້າການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8 ຂອງຄະນະບໍລິຫານງານສູນກາງພັກ,ໂດຍສະເພາະມະຕິ 04 ຂອງກົມການເມືອງສູນກາງພັກກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ລະບຽບກົດໝາຍ ແລະແຜນວຽກຈຸດສຸມ 6 ເດືອນທ້າຍປີ ຂອງລັດຖະບານ ແລະຂອງແນວລາວສ້າງຊາດ; ຕັ້ງ​ໜ້າປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ຊວນເຊື່ອປະຊາຊົນເຂົ້າຮ່ວມຢ່າງກວ້າງຂວາງຊຶ່ງ ສນຊ ໄດ້ຈັດຕັ້ງການລົງຮາກຖານໄລຍະສັ້ນ 6 ເດືອນ ແລະລົງຮາກຖານກັບທີ່ ເພື່ອຊ່ວຍໜູນວຽກງານແນວລາວສ້າງຊາດ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີຜົນສໍາເລັດ; ລົງເຄື່ອນໄຫວຊຸກຍູ້ຕິດຕາມ ແລະ ປະເມີນຜົນ ຂອງການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ ບັນດາແຂວງ, ນະຄອນຫຼວງ; ສືບຕໍ່ຕິດຕາມ, ຊຸກຍູ້ການເກັບກໍາສະຖິຕິຄອບຄົວ ແລະ ບ້ານທີ່ຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໃນ 6 ເດືອນທ້າຍປີ 2024;ສືບຕໍ່ປັບປຸງຂໍ້ຕົກລົງຮ່ວມມືດ້ານຂໍ້ມູນຊົນເຜົ່າ ລະຫວ່າງ ກົມຊົນເຜົ່າ ແລະ ສວນພຶກສາໃຫ້ສໍາເລັດ; ກະກຽມແຜນຝຶກອົບຮົມວຽກງານຊົນເຜົ່າຕາມໂຄງການຮ່ວມມື ລາວ-ຫວຽດນາມຢູ່ແຂວງຫົວພັນ; ສືບຕໍ່ຕິດຕາມແຜນຈັດກອງປະຊຸມພົບປະວຽກງານຊົນເຜົ່າຮ່ວມກັບ 10 ແຂວງທີ່ມີຊາຍແດນຕິດຈອດລະຫ່ວາງສປປ ລາວ ກັບ ສສ ຫວຽດນາມ ຢູ່ແຂວງສະຫວັນນະເຂດ.
ສະ​ເພາະຄະນະທີ່ປືກສາວຽກງານຊົນເຜົ່າ: ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ຫ່າງໄກສອກຫຼີກ ຢູ່ບັນດາແຂວງເປົ້າໝາຍວຽກງານສາສະໜາສືບຕໍ່ເກັບກໍາສະພາບສາສະໜາທີ່ເກີດຂຶ້ນຢູ່ບັນດາເມືອງ, ແຂວງໃນທົ່ວປະເທດ;ຄົ້ນຄວ້າອະນຸຍາດເຮັດໜັງສືຜ່ານແດນໃຫ້ພຣະສົງ-ສາມະເນນເດີນທາງໄປຕ່າງປະເທດ; ຕິດຕາມອົງການພຸດທະສາສະໜາ ແຫ່ງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມວຽກງານສາສະໜາທີ່ ສປ ຈີນ; ສືບຕໍ່ຂະຫຍາຍການຮ່ວມມືວຽກງານສາສະໜາ ກັບກົມກິດຈະການສາສະໜາ ແຫ່ງ ສປ ຈີນ; ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອເກັບກໍາສະຖິຕິຜູ້ເຊື່ອສາສະໜາ, ບັນດາສາສະນະສາຖານ ຂອງສາສະໜາຕ່າງ ໃນນະຄອນຫຼວງວຽງຈັນ; ສົມທົບກັບກົມວຽກງານຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ປັບປຸງການແບ່ງຄວາມຮັບຜິດຊອບ ລະຫວ່າງ ສນຊ ແລະ ກະຊວງພາຍໃນ ຕໍ່ວຽກງານສາສະໜາ; ສົມທົບກັບສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ຄົ້ນຄວ້າ ແລະ ຮຽບຮຽງປຶ້ມສາສະໜາ ຢູ່ ສປປ ລາວ.