ກອງປະຊຸມ4 ພາກສ່ວນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIIໄດ້ຈັດຂຶ້ນ ໃນວັນທີ 21 ສິງຫານີ້ ຢູ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໂດຍການເປັນປະທານຮ່ວມຂອງ ທ່ານພົອ. ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ,ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ.ມີບັນດາທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ມີກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນທີ່4 ພາກສ່ວນໄດ້ພ້ອມກັນສະຫຼຸບຕີລາຄາ ແລະ ປະກອບຄຳເຫັນ ຕໍ່ການຈັດຕັ້ງຜັນປະຕິບັດບົດບັນທຶກກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI ນັບແຕ່ເດືອນກໍລະກົດ 2021 ເປັນຕົ້ນມາ ຊຶ່ງເຫັນໄດ້ວ່າ ເຖິງຈະມີຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ທົດສອບຫຼາຍດ້ານ, ແຕ່ທັງ 4 ພາກສ່ວນກໍສາມາດຍາດມາໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ໄດ້ສຸມໃສ່ປັບປຸງກົງຈັການຈັດຕັ້ງ, ສັບຊ້ອນພະນັກງານໃຫ້ແທດເໝາະກັບຕົວຈິງ, ສຶກສາອົບຮົມແນວຄິດ-ການເມືອງ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ ເປັນຢ່າງດີ; ໄດ້ສຸມໃສ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງນັບແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນ, ໄດ້ເອົາໃຈໃສ່ ປັບປຸງກົນໄກປະສານສົມທົບ ຊຶ່ງກັນ ແລະກັນ ແລະ ຮ່ວມກັບພາກສ່ວນອື່ນທີ່ກ່ຽວຂ້ອງ, ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນ ເພື່ອແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ, ສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກພັກ-ລັດ, ປະຊາຊົນລາວບັນດາເຜົ່າ ຕໍ່ການດໍາເນີນຄະດີຕາມຂະບວນຍຸຕິທໍາ ກໍຄື ລະບົບຍຸຕິທໍາ ຂອງ ສປປ ລາວ ຫຼາຍຂຶ້ນ.
ກອງປະຊຸມ ຍັງໄດ້ຕົກລົງເປັນເອກະພາບໃນບັນຫາກົດໝາຍ ແລະ ການດຳເນີນຄະດີທັງໝົດບັນຫາທີ່ເປັນບັນຫາສະເພະຂອງແຕ່ລະພາກສ່ວນ ແລະ ບັນຫາລວມຂອງ 4 ພາກສ່ວນ ທີ່ຕ້ອງໄດ້ພ້ອມກັນປະຕິບັດໃນຕໍ່ໜ້າ ໂດຍກຳນົດເປັນບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VII ແລະ ໄດ້ລົງນາມບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງໃນການປະສານງານ, ການແກ້ໄຂຄະດີໃຫ້ຖືກຕ້ອງ ແລະ ປະຕິບັດເປັນເອກະພາບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ.
ກອງປະຊຸມໄດ້ຮັບກຽດຢ່າງສູງໃນການຕ້ອນຮັບການເຂົ້າຮ່ວມ ແລະ ມີຄໍາເຫັນຊີ້ນໍາຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດຊຶ່ງໄດ້ນໍາເອົາຄວາມອົບອຸ່ນ,ຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນ ຈາກກົມການເມືອງສູນກາງພັກ ມາສູ່ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນໍາຂອງອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ ແລະ ກະຊວງຍຸດຕິທໍາ ທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການດໍາເນີນຄະດີຕາມຂະບວນຍຸຕິທໍາ ນັບແຕ່ຂັ້ນຕອນການສືບສວນ-ສອບສວນ, ການຕິດຕາມກວດກາ ແລະ ສັ່ງຟ້ອງຂຶ້ນສານ, ການພິຈາລະນາຕັດສິນຂອງສານ ແລະ ການປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນໍາ 4 ພາກສ່ວນ ຕ້ອງເອົາໃຈໃສ່ບາງດ້ານດັ່ງນີ້:
1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ (ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານ) ໃຫ້ມີນໍ້າໃຈຮັກຊາດ, ຮັກປະຊາຊົນ ແລະ ຮັກຄວາມຍຸຕິທໍາ ຢ່າງແທ້ຈິງ, ຮັກສາຈັນຍາບັນ, ຈັນຍາທໍາ, ຄວາມບໍລິສຸດສັດຊື່ ຕໍ່ພັກ, ຕໍ່ລັດ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ;
2. ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ແໜ້ນ ເພື່ອສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ. ພ້ອມກັນນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ ກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຕິດພັນກັບການປະຕິກົດລະບຽບຂອງພັກໃຫ້ຖືກຕ້ອງ ແລະ ເຂັ້ມງວດ; ສຸມໃສ່ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ;
3. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ສະບັບເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2021 ວ່າດ້ວຍການຍົກສູງປະສິດທິພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເປັນນິຕິກໍາ ແລະ ລະບຽບການທີ່ລະອຽດ, ຈະແຈ້ງ ແລະ ຊັດເຈນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ທັນກັບສະພາບການ;
4. ເອົາໃຈໃສ່ປັບປຸງແບບແຜນ, ກົນໄກປະສານງານໃນການດໍາເນີນຄະດີຢູ່ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນການດໍາເນີນຄະດີ, ປະຕິບັດຕາມກົດໝາຍກໍານົດ ຢ່າງເຄັ່ງຄັດ;
5. ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໃນສັງຄົມ ເພື່ອໃຫ້ປະຊາຊົນຮັບຮູ້-ເຂົ້າໃຈຕໍ່ກົດໝາຍ, ຍົກສູງສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ;
6. ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ ເພື່ອປົກປ້ອງສິດຜົນ ປະໂຫຍດອັນຊອບທໍາຂອງລັດ, ຂອງພົນລະເມືອງ; ຮັບປະກັນສິດເສລີພາບ ແລະ ຊິວິດຂອງພົນລະເມືອງຢູ່ໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທໍາ.
(ຂ່າວ: ອອປສ, ພາບ:ຕຸໄລເພັດ)