ກອງປະຊຸມປິ່ນອ້ອມກ່ອນຈະເຂົ້າສູ່ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນ ຫຼັງປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນສປປລາວ ໂດຍໃຫ້ກຽດກ່າວຕ້ອນຮັບຂອງທ່ານນາງທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີບັນດາທ່ານຜູ້ຕາງໜ້າຄະນະກໍາມະການແມ່ຍິງອາຊຽນ(ACW), ຄະນະກໍາມາທິການອາຊຽນເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ (ACWC)ຈາກບັນດາປະເທດສະມາຊິກອາຊຽນ, ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງປິ່ນອ້ອມຂອງອາຊຽນ, ກອງເລຂາອາຊຽນ,ບັນດາຄູ່ຮ່ວມພັດທະນາ, ບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ-ອົງການ, ແຂວງ, ນະຄອນຫຼວງວຽງຈັນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງທໍາມາ ເພັດວິໄຊ ກ່າວວ່າ: ໃນຊຸມປີຜ່ານມາ, ໃນທົ່ວໂລກໄດ້ຮັບຮູ້ເພີ່ມຂຶ້ນກ່ຽວກັບ ວຽກງານການດູແລເບິ່ງແຍງ ເປັນວຽກທີ່ຂາດບໍ່ໄດ້, ຈໍາເປັນສໍາລັບການເປັນຢູ່ທີ່ດີຂອງຄອບຄົວ, ຄວາມສາມັກຄີປອງດອງໃນສັງຄົມແລະປະກອບສ່ວນສໍາຄັນເຂົ້າໃນການພັດທະນາແບບຍືນຍົງໃນຂົງເຂດອາຊີ-ປາຊີຟິກ;ໃນ​ປະຊາ​ຄົມ​ອາ​ຊຽນ, ໄດ້ຮັບຮູ້ກ່ຽວກັບວຽກງານການດູແລເບິ່ງແຍງເພີ່ມຂຶ້ນເຊັ່ນກັນ, ສະແດງອອກໃນຂອບວຽກງານຮອບດ້ານຂອງອາຊຽນຕໍ່ກັບວຽກງານເສດຖະກິດການດູແລເບິ່ງແຍງ ແລະຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງປະຊາຄົມອາຊຽນ ໃນການແກ້ໄຂບັນຫາ, ສິ່ງທ້າທາຍຕໍ່ແມ່ຍິງ ແລະ ເດັກຍິງທີ່ຕ້ອງແບກຫາບວຽກດູແລເບິ່ງແຍງ ແລະເຮັດວຽກໃນຄົວເຮືອນທີ່ບໍ່ໄດ້ຮັບຄ່າຈ້າງຊຶ່ງເປັນອຸປະສັກກີດຂວາງໃນການເຂົ້າເຖິງການຈ້າງງານ, ການມີວຽກເຮັດງານທໍາທີ່ໄດ້ຮັບຄ່າຈ້າງ ແລະສົ່ງຜົນກະທົບເຖິງຄວາມບໍ່ສະເໝີພາບຍິງ-ຊາຍ ໃນກໍາລັງແຮງງານ ແລະເປັນຂໍ້ຈໍາກັດດ້ານເສດຖະກິດຂອງແມ່ຍິງ ແລະເດັກຍິງໃນພາກພື້ນ; ເປົ້າໝາຍການພັດທະນາແບບຍືນຍົງ 2030, ຖະແຫຼງການປັກກິ່ງ ແລະ ແຜນປະຕິບັດງານ, ວິໄສທັດປະຊາຄົມອາຊຽນ 2025​ໄດ້ເນັ້ນ​ໜັກ​​ກ່ຽວ​ກັບ​ການສົ່ງເສີມຄວາມສະເໝີພາບ​ຍິງ-ຊາຍ, ການ​ປົກ​ປ້ອງ​ສັງຄົມ ​ແລະ ວຽກ​ງານ​ທີ່​ເໝາະ​ສົມ​ໂດຍ​ຮັບ​ຮູ້​ວ່າຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ​ຈະບໍ່​ສາມາດ​ບັນລຸ​ໄດ້ ຖ້າ​ບໍ່​ມີ​ການ​ແກ້ໄຂບັນຫາໃນເສດຖະກິດ​ການ​ດູ​ແລເບິ່ງແຍງ; ໃນ ສປປລາວ, ແມ່ຍິງ ແລະເດັກຍິງ ຕ້ອງແບກຫາບພາລະໃນວຽກການດູແລເບິ່ງແຍງ ແລະວຽກໃນຄົວເຮືອນທີ່ບໍ່ໄດ້ຮັບຄ່າຈ້າງ ຫຼາຍກວ່າຜູ້ຊາຍປະມານ 5 ເທື່ອ (ອີງຕາມການສໍາຫຼວດມູມມອງດ້ານບົດບາດຍິງ-ຊາຍ ກ່ຽວກັບວຽກງານດູແລທີ່ບໍ່ສົມສ່ວນທີ່ບໍ່ໄດ້ຮັບຄ່າຈ້າງ ໃນ ສປປລາວ ໂດຍທະນາຄານພັດທະນາອາຊີ)ແລະ ອີງຕາມຜົນການສໍາຫຼວດປະຊາກອນ ແລະພົນລະເຮືອນ ໃນປີ 2015 ຂອງສູນສະຖິຕິແຫ່ງຊາດ ຂອງລາວ, ໃຫ້ຮູ້ວ່າ 61% ຂອງແມ່ຍິງໃນໄວອອກແຮງງານ ແມ່ນເຮັດວຽກເປັນຜູ້ດູແລເບິ່ງແຍງໃນຄອບຄົວ ໂດຍບໍ່ໄດ້ຮັບຄ່າຈ້າງ, ກົງກັນຂ້າມ ເມື່ອທຽບກັບຜູ້ຊາຍ ແມ່ນກວມເອົາພຽງ 26%. ການເຮັດວຽກທີ່ບໍ່ສົມສ່ວນດັ່ງກ່າວໄດ້ເພີ່ມທະວີຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.(ອີງໃສ່ການວິເຄາະດ້ານບົດບາດຍິງ-ຊາຍ ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍ, UNICEF, UN Women ແລະ CARE).
ກອງປະຊຸມປິ່ນອ້ອມໃນມື້ທໍາອິດນີ້ເປັນກອງປະຊຸມທີ່ມີຄວາມສໍາຄັນຫຼາຍ,​ເປັນເວທີທີ່ເປີດໂອກາດໃຫ້ຜູ້ແທນທຸກທ່ານໄດ້ຮ່ວມກັນສົນທະນາ,ປຶກສາຫາລື-ແລກປ່ຽນບົດຮຽນແລະແບ່ງປັນວິທີການປະຕິບັດທີ່ດີລະຫວ່າງກັນໃນຫຼາຍຫົວຂໍ້ທີ່ກຽ່ວຂ້ອງກັບເສດຖະກິດການດູແລເບິ່ງແຍງ ລວມທັງການນໍາສະເໜີເນື້ອໃນຂອງຮ່າງຖະແຫຼງການອາຊຽນວ່າດ້ວຍການສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນທີ່ຍືນຍົງ ຫຼັງປີ 2025ກ່ອນຈະນໍາສະເໜີຕໍ່ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ທີ່ຈະເປີດຂຶ້ນໃນວັນທີ 23 ສິງຫາ 2024 ນີ້ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນທົ່ວພາກພື້ນອາຊຽນ.
ຂ່າວ-ພາບ: ວັນເພັງ