ກອງປະຊຸມພົບປະ-ປຶກສາຫາລື ລະຫວ່າງ ສະມາຄົມທຸລະກິດ ກະສິກຳລາວໄດ້​ຈັດ​ຂຶ້ນ​ໃ​ນວັນທີ 20 ສິງຫາ ນີ້ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂດຍມີທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ມີຮອງປະທານ ແລະ ຄະນະບໍລິຫານສະມາຄົມ ພ້ອມດ້ວຍຕົວແທນຂອງກຸ່ມຜູ້ປະກອບການສວນຖົ່ວລຽນລາວ ແລະ ຄະນະນັກທຸລະກິດຜູ້ນຳເຂົ້າສິນຄ້າກະສິກຳ ຈາກ ສປ ຈີນເຂົ້າ​ຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ນຳສະເໜີບົດບາດ ຂອງສະມາຄົມທຸລະກິດກະສິກຳລາວ ທີ່ເປັນຕົວແທນຂອງຜູ້ປະກອບການກະສິກຳ ຊຶ່ງປະກອບມີຜູ້ປະກອບການທຸລະກິດກະສິກຳຫຼາຍຂະແໜງການ ປູກຝັງ, ລ້ຽງສັດ, ການປະມົງ, ການປຸງແຕ່ງສິນຄ້າກະສິກຳ ແລະ ຜູ້ສະໜອງປັດໄຈກະສິກຳຊຶ່ງກຸ່ມຜູ້ປະກອບການສວນຖົ່ວລຽນແມ່ນກຸ່ມໜຶ່ງທີ່ຂຶ້ນກັບສະມາຄົມທຸລະກິດກະສິກຳລາວ, ສປປ ລາວ ມີເນື້ອທີ່ທັງໝົດ 236.800 ກິໂລຕາແມັດ, ມີປະຊາກອນປະມານ 7 ລ້ານກວ່າຄົນ, ເມື່ອທຽບກັນລະຫວ່າງເນື້ອທີ່ໃສ່ປະຊາກອນເຫັນວ່າພວກເຮົາມີເນື້ອທີ່ກວ້າງໃຫຍ່ຫຼາຍເນື້ອ​ທີ່ດິນລາວຍັງມີຄວາມອຸດົມສົມບູນ, ມີແມ່ນ້ຳລຳເຊນ້ອຍ-ໃຫຍ່ຫຼາຍສາຍໃນທົ່ວປະເທດ, ໃນອະດີດປະເທດ ສປປ ລາວ ຖືວ່າຍັງມີຂໍ້ຫຍຸ້ງຍາກຫຼາຍຍັງບໍ່ອຳນວຍຄວາມສະດວກຕໍ່ການຄ້າຂາຍກັບສາກົນ,ໂດຍສະເພາະແມ່ນບໍ່ມີທາງອອກສູ່ທະເລເຮັດໃຫ້ສິນຄ້າກະສິກຳຂອງ ສປປ ລາວ ບໍ່ພົ້ນເດັ່ນ. ແຕ່ມາຮອດປັດຈຸບັນນີ້ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ໄດ້ລົງທຶນໃສ່ການສ້າງໂຄງລ່າງພື້ນຖານທີ່ສຳຄັນນັ້ນຄື: ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ສິນຄ້າຂອງສປປ ລາວ ມີທາງເຊື່ອມຈອດກັບຕະຫຼາດໃຫຍ່ ສປ ຈີນ, ນອກນີ້ລັດຖະບານກໍໄດ້ເອົາໃຈໃສ່ປັບປຸງບັນດານິຕິກຳ, ລະບຽບການທີ່ກ່ຽວຂ້ອງທີ່ມີລັກສະນະຊຸກຍູ້-ສົ່ງເສີມແກ່ພາກການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກສິນຄ້າກະສິກຳຢ່າງແຂງແຮງ, ມາຮອດປັດຈຸບັນ ລັດຖະບານ ສປປ ລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຳເລັດການເຈລະຈາການຊື້-ຂາຍສິນຄ້າກະສິກຳກັບ ສປ ຈີນ ໄດ້ຫຼາຍກວ່າ 33 ລາຍການແລ້ວ, ນັ້ນແມ່ນບາດກ້າວການເຕີບໃຫຍ່ຂອງວຽກງານການຜະລິດກະສິກຳເປັນສິນຄ້າຂອງ ສປປ ລາວ, ສຳລັບໝາກຖົ່ວລຽນລາວການຜະລິດເປັນສິນຄ້າສົ່ງອອກຍັງບໍ່ທັນພົ້ນເດັ່ນຍ້ອນບາງຂໍ້ຫຍຸ້ງຍາກດັ່ງກ່າວໃນໄລຍະຜ່ານມາ ແຕ່ປັດຈຸບັນຂະບວນການຜະລິດໝາກຖົ່ວລຽນເພື່ອເປັນສິນຄ້າກຳລັງມີທ່າກ້າວທີ່ແຂງແຮງ ແລະ ມີຄວາມເປັນມືອາຊີບ.
ທ່ານ ເອລາວັນ ລາດປາກດີ ຕົວແທນຜູ້ປະກອບການສວນຖົ່ວລຽນລາວ ໄດ້ລາຍງານໃຫ້ຊາບວ່າ:ປັດຈຸບັນນີ້ໃນກຸ່ມທີ່ຢູ່ໃນສະມາຄົມມີ 170ສວນ ມີເນື້ອທີ່ທັງໝົດ 20.000ຮຕ ໃນນີ້ມີຈຳນວນໜຶ່ງທີ່ເລີ່ມເກັບກ່ຽວແລ້ວມີຈຳນວນ 10.000ກວ່າຕົ້ນ, ມີຜົນຜະລິດປະມານ 900 ໂຕນ, ເປົ້າໝາຍໃນປີ 2029ຄາດວ່າຈະເກັບກ່ຽວປະມານ 270.000ຕົ້ນ, ຄາດວ່າຈະເກັບກ່ຽວໄດ້24.300ໂຕນ ຄາດຄະເນມູນຄ່າ 155.520.000ໂດລາ. ໃນກຸ່ມຜູ້ປະກອບການຊາວສວນຖົ່ວລຽນລາວຍັງມີຜູ້ຊ່ຽວຊານກ່ຽວກັບການປູກ ແລະ ດູແລສວນຖົ່ວລຽນແບບມືອາຊີບ.
ທ່ານ ດວງດາວອນ ສຸລະຍະວົງສາ ຫຼື ອາຈານເນ້ ຖົ່ວລຽນລາວ ນັກວິຊາການທີ່ມີປະສົບການສູງ ເຮັດວຽກຕົວຈິງໃນການຜະລິດໝາກຖົ່ວລຽນເປັນສິນຄ້າສົ່ງອອກ ຊຶ່ງເຮັດວຽກຕົວຈິງຢູ່ປະເທດໄທເກືອບ 20ປີ ແລະ ໄດ້ກັບຄືນປະເທດມາເຮັດສວນໝາກຖົ່ວລຽນຢູ່ປະເທດລາວ ຈາກປະສົບການອັນຍາວນານການປະຕິບັດຕົວຈິງຢູ່ລາວເຫັນວ່າໄດ້ຜົນດີຈຶ່ງມີຄວາມໝັ້ນໃຈວ່າສິນຄ້າໝາກຖົ່ວລຽນລາວຈະເປັນສິນຄ້າປາຍແຫຼມທີ່ສຳຄັນໃນການສົ່ງອອກໄປຂາຍຢູ່ຕ່າງປະເທດເພື່ອນຳເອົາເງິນຕາເຂົ້າປະເທດໄດ້ເປັນຢ່າງດີ.
ທ່ານ ເຖົາ ຈ້ຽນ ນັກລົງທຶນຈາກ ສປ ຈີນ ໄດ້ມາລົງທຶນເຮັດສວນໝາກຖົ່ວລຽນຢູ່ ສປປ ລາວ ໄດ້ກ່າວວ່າ: ໄດ້​ນຳແນວພັນມາຈາກປະເທດມາເລເຊຍມາຕໍ່ກັບຕົ້ນໝາກຖົ່ວລຽນພື້ນເມືອງຂອງລາວ ​ຊຶ່ງຕົ້ນໝາກຖົ່ວລຽນໃນສວນເຫັນວ່າຄຸນນະພາບດີຫຼາຍ ທ່ານຍັງໄດ້​ກ່າວ​ຕື່ມ​ວ່າ: ທີ່ດິນຂອງລາວມີຄວາມເໝາະສົມໃນການປູກໝາກຖົ່ວລຽນເປັນສິນຄ້າ; ທ່ານ ຫວານຈີ່ນ ນັກທຸລະກິດຜູ້ນຳເຂົ້າສິນຄ້າກະສິກຳ ໂດຍສະເພາະໝາກຖົ່ວລຽນລາຍງານວ່າ: ຕາມໂຕເລກສະຖິຕິຂອງກົມໃຫຍ່ພາສີຂອງ ສປ ຈີນ ໃຫ້ຮູ້ວ່າ ໃນປີ 2022 ປະເທດຈີນນຳເຂົ້າໝາກຖົ່ວລຽນ 800.000ໂຕນ, ປີ 2023 ນຳເຂົ້າຈຳນວນ 1.300.000ໂຕນ, ສຳລັບປີ 2024ຕົ້ນປີນຳເຂົ້າປະມານ 1.400.000ໂຕນ ຄາດວ່າໝົດປີ 2024 ຈະມີສູງເຖິງ 2.300.000ໂຕນ; ຈາກສະຖິຕິເຫັນໄດ້ວ່າຄົນຈີນມີຄວາມນິຍົມບໍລິໂພກໝາກຖົ່ວລຽນສູງຂຶ້ນຢ່າງຕໍ່ເນື່ອງ. ສຳລັບປະເທດຈີນ ເຂດທີ່ສາມາດປູກໝາກຖົ່ວລຽນໄດ້ແມ່ນຢູ່ເຂດເກາະໄຫໜານ ປັດຈຸບັນນີ້ມີການປູກຫຼາຍສົມຄວນແຕ່ທຽບກັບຄວາມຕ້ອງການຂອງຕະຫຼາດແລ້ວຍັງບໍ່ພຽງພໍ ຊຶ່ງການນຳເຂົ້າສ່ວນຫຼາຍແມ່ນນຳເຂົ້າຈາກປະເທດໄທ, ມາເລເຊຍ, ຫວຽດນາມ. ທ່ານຍັງໄດ້ມີຄຳເຫັນວ່າໝາກຖົ່ວລຽນລາວມີໂອກາດສູງທີ່ຈະເຂົ້າໄປຂາຍຢູ່ປະເທດຈີນ ແຕ່ຜູ້ປະກອບການສວນຖົ່ວລຽນລາວຕ້ອງເອົາໃຈໃສ່ສ້າງມາດຕະຖານຕັ້ງແຕ່ການປູກ, ການບົວລະບັດ, ການປ້ອງກັນສັດຕູພືດ, ການເກັບກ່ຽວ, ການເກັບຮັກສາ, ການປຸງແຕ່ງ-ການຫຸ້ມຫໍ່ ແລະ ການຂົນສົ່ງ ແຕ່ລະຂະບວນການຕ້ອງມີມາດຕະຖານ ຜູ້ປະກອບການສວນຖົ່ວລຽນລາວເຖິງຈະຍັງໃໝ່ເມື່ອທຽບກັບຫຼາຍປະເທດ.
ຂ່າວ-ພາບ: ຮ​ສ​ສ