ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງການໂດຍ​ລວມ​ ຂອງ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ ເພື່ອ​ຊຸກ​ຍູ້​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ. ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ ແມ່ນ​ເຄັດ​ລັບ​ອັນ​ສຳ​ຄັນ​ຂອງ​ພັກ ແລະ ປະ​ຊາ​ຊົນ​ ໃນ​ການ​ສ້າງ​ພາ​ລະ​ກິດ​ໃຫ້​ທັນ​ກັບ​ຍຸກ​ສະ​ໄໝ​ດ້ວຍ​ບາດ​ກ້າວ​ໃຫຍ່.
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ສະ​ໄໝ​ທີ Ⅺ ຂອງຈີນ ມີ​ລັກ​ສະ​ນະເປັນ​ຂີດ​​ໝາຍ​ຂອງຍຸກ​ສະ​ໄໝ ຊຶ່ງ​ໄດ້​ເລີ່ມ​ຕົ້ນ​ໄລ​ຍະ​ໃໝ່​ແຫ່ງ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ. ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ສະ​ໄໝ​ທີ XVIII ກໍ​ມີ​ລັກ​ສະ​ນະ ເປັນ​ຂີດໝາຍ​ຂອງ​ຍຸກ​ສະ​ໄໝ​ເຊັ່ນ​ດຽວກັນ ຊຶ່ງ​ໄດ້​ເລີ່ມ​ຕົ້ນ​ຄັ້ງ​ໃໝ່​ ແຫ່ງ​ການລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ການ​ອອກ​ແບບ ແລະ ຊຸກ​ຍູ້​ການ​ປະ​ຕິ​ຮູບ​ຢ່າງ​ເປັນ​ລະ​ບົບ, ເປັນ​​ອັນ​ດຽວ​ກັນ​ໃນ​ຍຸກ​ໃໝ່, ທັງ​ໄດ້​ເລີ່ມ​ສ້າງ​ສະ​ພາບ​ການ​ໃໝ່​ທັງໝົດ​ແຫ່ງ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ.
ສູນ​ກາງ​ພັກ​ທີ່​ມີ ​ສະ​ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ກາງ ໄດ້​ສາ​ມັກ​ຄີ ແລະ ນຳ​ພາ​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ​ທົ່ວ​ປວງ​ຊົນ​ຈີນ​ທັງ​ຊາດ, ໄດ້​ນຳ​ໃຊ້​ຄວາມ​ເປັນ​ເຈົ້າ​ການ​ຄັ້ງ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່ ຄວາມ​ກ້າ​ຫານ​ດ້ານ​ການ​ເມືອງ​ທີ່​ໃຫຍ່ຫຼວງ ແລະ ຄວາມ​ຮັບ​ຜິດ​ຊອບ​ທີ່​ແຮງ​ກ້າ ໂດຍ​ໄດ້​ບຸກ​ທະລຸແກ້​ໄຂ​ດ້ານ​ແນວ​ຄິດ ແລະ ທັບ​ມ້າງ​ອຸ​ປະ​ສັກ​ສິ່ງ​ກີດ​ຂວາງ​ຕ່າງໆ, ໄດ້​ກຳ​ຈັດ​ຂໍ້​ບົກ​ຜ່ອງ​ໃນ​​ໂຄງ​ປະ​ກອບ ແລະ ກົນ​ໄກ​ດ້ານ​ຕ່າງໆ ໂດຍ​ໄດ້​ບັນ​ລຸ​ການ​ຫັນ​ປ່ຽນ​​ດ້ານ​ການ​ປະ​ຕິ​ຮູບ​ຈາກ​ການ​​ທົດ​ລອງຢູ່ບາງ​ພາກ​ສ່ວນ ​ແລະ ການ​ບຸກ​ຜ່າພູ​ນ້ຳ​​ກ້ອນ ໄປ​ສູ່​ການ​ໂຮມ​​ເຂົ້າເປັນ​ລະ​ບົບ ແລະ ລົງ​ສູ່​ລວງ​ເລິກ​ຢ່າງ​ຮອບ​ດ້ານ.
ໂຄງ​ຮ່າງ​ລະ​ບຽບ​ການ​ຂັ້ນ​ພື້ນ​ຖານ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ສ້າງ​ຂຶ້ນ​ໂດຍ​ພື້ນ​ຖານ, ຫຼາຍ​ຂົງ​ເຂດ​ໄດ້​ບັນ​ລຸ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ, ການ​ສ້າງ​ລະ​ບົບ​ຄືນ​ໃໝ່ ແລະ ການ​ສ້າງ​​ຄວາມ​ເປັນ​ອັນ​ດຽວ​ກັນ​ຄືນ​ໃໝ່ ໄດ້​ສຳ​ເລັດ​ໜ້າ​ທີ່​​ການປະ​ຕິ​ຮູບ​ທີ່​ກຳ​ນົດ​​ໄວ້​ ຢູ່ໃນກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ ​ສະ​ໄໝ​ທີ XVIII ໂດ​ຍ​ລວມ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ລະ​ບອບລະ​ບຽບ​ການ​ດ້ານຕ່າງໆ​ຍິ່ງ​​ສົມ​ບູນ ຍິ່ງ​ເປັນ​ຮູບ​ເປັນ​ຮ່າງ ແລະ ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ພົ້ນ​ເດັ່ນ ເມື່ອ​ຮອດ​ໂອ​ກາດ​ການ​ສ້າງ​ຕັ້ງ​ພັກ​ຄົບ​ຮອບ 100 ປີ, ໄດ້​ສະ​ໜອງ​ການ​ຮັບ​ປະ​ກັນ​ດ້ານ​ລະ​ບອບລະ​ບຽບ​ການ​ທີ່​ແຂງ​ແຮງ​ ໃຫ້​ແກ່​ການ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ ໃຫ້​ສຳ​ເລັດ​ຜົນ​ ຢ່າງ​ຮອບ​ດ້ານ​ ແລະ ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ປີ​ເຫດ​ການ​ທີ 1 ຂອງ​ພັກ, ໄດ້​ຊຸກ​ຍູ້​ໃຫ້ປະ​ເທດ​ຈີນ​ ກ້າວ​ໄປ​ສູ່​ການ​​ອອກເດີນ​ທາງ​ຄັ້ງ​ໃໝ່​ ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ ຢ່າງ​ຮອບ​ດ້ານ.