ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນ ນວ- ສະພາປະຊາຊົນ ແຂວງເງະອ່ານ ແຫ່ງ ສສຫວຽດນາມ ໃນວັນທີ 21ສິງຫານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.
ໃນການພົບປະຄັ້ງນີ້ ຕາງໜ້າສະພາປະຊາຊົນນວ ໂດຍທ່ານ ນາງລຳ​ພອຍ ​ສີ​ອັກ​ຄະ​ຈັນ ​ຄະ​ນະ​ປະ​ຈຳ​ພັກນວ ພ້ອມດ້ວຍຄະນະ, ສະພາປະຊາຊົນ ແຂວງເງະອ່ານ ນຳໂດຍ ທ່ານ ຫງວຽນນາມດິງ ກໍາມະການປະຈໍາພັກ ຮອງປະທານສະພາປະຊາຊົນ ແຂວງເງະອ່ານ ສສຫວຽດນາມ ພ້ອມດ້ວຍຄະນະ.
ໃນກອງປະຊຸມ, ທ່ານນາງລຳ​ພອຍ ​ສີ​ອັກ​ຄະ​ຈັນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນ ​ສະ​ພາ​ແຫ່ງ​ປະຊາຊົນ ແຂວງເງະອ່ານ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນວຊຶ່ງເປັນການສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືແບບຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ຂອງສອງຊາດ ລາວ-ຫວຽດນາມ,ຫວຽດນາມ-ລາວ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ດ້ວຍຄຸນນະພາບໃໝ່ຢ່າງແທ້ຈິງ. ປັດຈຸບັນເຖິງວ່າສະພາບສາກົນ ແລະ ພາກພື້ນຍັງຜັນແປໄປຢ່າງສັບສົນ, ສະພາບພາຍໃນປະເທດຍັງມີຄວາມຫຍຸ້ງຍາກ ແຕ່ຂ້າພະເຈົ້າຍັງເຊື່ອໝັ້ນວ່າການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ.
ໃນໂອກາດນີ້, ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາໂດຍຫຍໍ້ໃຫ້ກັນຊາບ ຊຶ່ງ​ທ່ານນາງລໍາພອຍ ສີອັກຄະຈັນລາຍງານບາງວຽກງານທີ່ພົ້ນເດັ່ນຂອງ ນວສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ຮັກສາໄດ້ຄວາມສະຫງົບປອດໄພ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ນວສະພາບເສດຖະກິດ ແມ່ນມີທ່າອ່ຽງຈະຂະຫຍາຍຕົວ 5,7% ຍອດລວມຜະລິດຕະພັນພາຍໃນ ປະມານ 43 ຕື້ກີບ ຊຶ່ງຂະແໜງກະສິກໍາ ລວມເອົາ 13%, ຂະແໜງອຸດສາຫະກໍາ ກວມເອົາ 48%, ຂະແໜງບໍລິການ ກວມເອົາ 39%.
ໃນໄລຍະປີ 2024 ນີ້, ນວ ພວມສຸມໃສ່ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອເປັນປະທານເຈົ້າພາບກອງປະຊຸມອາຊຽນ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45, ສ່ວນນວ ເອງ ແມ່ນຈະໄດ້ເປັນເຈົ້າພາບຈັດກອງປະຊຸມບັນດານະຄອນຫຼວງອາຊຽນ ແລະ ນະຄອນອາຊີ ຊຶ່ງສະພາປະຊາຊົນ ນວ ກໍໄດ້ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ໃນການກະກຽມບັນດາກອງປະຊຸມດັ່ງກ່າວ. ຄຽງຄູ່ກັນນີ້, ປີ 2024 ກໍເປັນປີເປີດການທ່ອງທ່ຽວລາວມີກິດຈະກຳຕ່າງໆໃນທົ່ວປະເທດຕະຫຼອດປີ ສະນັ້ນຂໍໃຫ້ສອງນະຄອນຫຼວງ ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນຫຼາຍຂຶ້ນ, ຂໍເຊີນຊວນປະຊາຊົນຫວຽດນາມ, ໂດຍສະເພາະປະຊາຊົນ ແຂວງເງະອ່ານ ມາຢ້ຽມຢາມທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ.ດ້ານການລົງທຶນ, ນະຄອນຫຼວງວຽງຈັນ ມີຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ທີ່ເປັນອົງການໜຶ່ງທຽບເທົ່າພະແນກ ເປັນໃຈກາງປະສານງານ, ອໍານວຍຄວາມສະດວກແກ້ວຽກງານພັດທະນາ ແລະ ການລົງທຶນພາຍໃນເຂດເສດຖະກິດ ຊຶ່ງຄຸ້ມຄອງ 5 ເຂດເສດຖະກິດພິເສດຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດລ່ອງແທງ-ວຽງຈັນ, ເຂດເສດຖະກິດດົງໂພສີ ແລະ ເຂດໂລຈິສຕິກ.
ບັນດາເຂດເສດຖະກິດພິເສດດັ່ງກ່າວນັ້ນ ໄດ້ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງນວ ກໍຄືການສ້າງລາຍຮັບ-ດຶງດູດການລົງທຶນຈາກຕ່າງປະເທດ. ນອກນີ້, ນວ ກໍາລັງພິຈາລະນາ ອະນຸມັດສ້າງເຂດເສດຖະກິດພິເສດເພີ່ມອີກ 2 ແຫ່ງ ຄື: ໂຄງການພັດທະນາເມືອງທັນສະໄໝ (Smart city), ປັດຈຸບັນຢູ່ຂັ້ນຕອນການພິຈາລະນາຂອງລັດຖະບານ ເພື່ອເຊັນສັນຍາການພັດທະນາໂຄງການແລະຢູ່ເມືອງປາກງື່ມ (ໂຄງການເຂດອຸດສາຫະກໍາສົ່ງອອກຜະລິດຕະພັນກະສິກໍາ ແລະ ເຂດພັດທະນາເຕັກໂນໂລຊີລະດັບສູງ).
ຈາກນັ້ນ, ທ່ານ ນາງລໍາພອຍ ສີອັກຄະຈັນ ຍັງໄດ້ແຈ້ງສະພາບການໂດຍຫຍໍ້ ສະພາປະຊາຊົນ ນວ ໃນໄລຍະຕົ້ນເດືອນກໍລະກົດ ຜ່ານມາໃຫ້ທີ່ປະຊຸມຊາບຕື່ມອີກວ່າ: ໄດ້ສໍາເລັດການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນວຊຶ່ງກອງປະຊຸມດັ່ງກ່າວໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສໍາຄັນພື້ນຖານ ຂອງນວ ເປັນຕົ້ນການພິຈາລະນາຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງນະຄອນຫຼວງ, ພິຈາລະນາຮັບຮອງເອົານິຕິກໍາ ແລະ ບັນຫາສໍາຄັນອື່ນໆ ຊຶ່ງໄດ້ອອກເປັນມະຕິກອງປະຊຸມ ທັງໝົດ 7 ສະບັບ ເພືື່ອເປັນບ່ອນອີງໃຫ້ອົງການປົກຄອງຈັດຕັ້ງປະຕິບັດ. ມາຮອດປັດຈຸບັນ ແມ່ນກ້າວເຂົ້າສູ່ການເຄື່ອນໄຫວປີທີ 3 ຂອງສະພາປະຊາຊົນ ນວ ຊຸດທີ IIຕະຫຼອດໄລຍະເວລາທີ່ຜ່ານມາ ໃນການຈັດຕັ້ງປະຕິບັດພາລະບົດບາດ ຂອງສະພາປະຊາຊົນຂັ້ນທ້ອງຖິ່ນ ໂດຍສະເພາະການປະຕິບັດ 3 ພາລະບົດບາດຫຼັກ ຄື: ດ້ານນິຕິກໍາ, ດ້ານການຕົກລົງບັນຫາສໍາຄັນ ແລະ ດ້ານການຕິດຕາມກວດກາ ຖືວ່າມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ. ສິ່ງສໍາຄັນແມ່ນພວກເຮົາໄດ້ຮັບການຊ່ວຍເຫຼືອທາງດ້ານບົດຮຽນ ແລະ ປະສົບການ ຈາກສະພາປະຊາຊົນ ຂອງ ສສ ຫວຽດນາມ ບໍ່ວ່າຈະເປັນ ສະພາປະຊາຊົນ ນະຄອນຫຼວງຮ່າໂນ້ຍ, ສະພາປະຊາຊົນ ນະຄອນໂຮ່ຈິມິນ.
ເພື່ອເປັນການສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືໃນຕໍ່ໜ້າໃຫ້ນັບມື້ນັບດີຂຶ້ນ ໂດຍສະເພາະໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ສະ​ພາ​ປະ​ຊາ​ຊົນ, ກໍຄື ສະພາປະຊາຊົນ ນວ ແລະ ສະພາປະຊາຊົນ ແຂວງເງະອ່ານ, ຂ້າພະເຈົ້າ ກໍຫວັງ​ຢ່າ​ງຍິ່ງວ່າ ໃນຕໍ່ໜ້າ ທັງສອງສະພາປະຊາຊົນ ຂອງພວກເຮົາຈະກ້າວໄປ ສູ່ການສ້າງບົດບັນທຶກວ່າດ້ວຍການຮ່ວມມື ເພື່ອສອງຝ່າຍພິຈາລະນາວຽກງານ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາສະເພາະ, ແລກປ່ຽນບົດຮຽນໃນວຽກງານສ້າງນິຕິກໍາ, ວຽກງານຕິດຕາມກວດກາ ແລະ ການຈັດຕັ້ງເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນທ້ອງຖິ່ນ ຈໍານວນຄະນະ 1ຄັ້ງ/ປີ, ສອງຝ່າຍພິຈາລະນາວຽກງານ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາສະເພາະ, ແລກປ່ຽນບົດຮຽນໃນວຽກງານສ້າງນິຕິກໍາ, ວຽກງານຕິດຕາມກວດກາ ແລະ ການຈັດຕັ້ງເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນທ້ອງຖິ່ນຈໍານວນຄະນະ 1ຄັ້ງ/ປີ,ສະພາປະຊາຊົນ ແຂວງເງະອ່ານ ຈະພິຈາລະນາຊ່ວຍເຫຼືອຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໄລຍະສັ້ນໃຫ້ແກ່ສະມາຊິກສະພາປະຊາຊົນ ນວ ຈໍານວນຄະນະ 15-20 ຄົນ/ຊຸດ 2 ຊຸດ/ປີ, ສອງຝ່າຍ ຄົ້ນຄວ້າບັນດາກົນໄກການປະສານງານ, ແບ່ງປັນບົດຮຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານສະເພາະໜ້າທີ່ໃນຂະບວນການຮ່ວມມື ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນເມືອງ ແລະ ວຽກງານອື່ນໆ.
(ຂ່າວ-ພາບ: ແສງຈັນ)