ສະມາຊິກສະພາແຫ່ງຊາດ ສສຊ ເຂດ1 ລົງພົບປະກັບຜູ້ມີສິດເລືອກຕັ້ງ ເມືອງນາຊາຍທອງ ໃນວັນທີ 20 ສິງຫາ ຜ່ານມາ ທີ່ກອງພັນທະຫານຮາບ 513ນະຄອນຫຼວງວຽງຈັນ (ນວ).ໃຫ້ກຽດລົງພົບປະຄັ້ງນີ້ ໂດຍ ທ່ານ ເກດແກ້ວ ສີຫາລາດ ສະມາຊິກສະພາແຫ່ງຊາດ ຊຸດທີIX ປະຈໍາເຂດເລືອກຕັ້ງທີ1 ນວ ຮອງປະທານກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ພ້ອມດ້ວຍຄະນະ.ຈຸດປະສົງ ເພື່ອພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາແຫ່ງຊາດ ຊຸດທີIX ແລະ ສະພາປະຊາຊົນ ນວ ຊຸດທີ II.
ໃນພິທີ, ທ່ານ ພັນໂທ ອານຸສັກ ສຸທໍາມະວົງ ຫົວໜ້າການເມືອງກອງພັນທະຫານຮາບ 513 ໄດ້ຂຶ້ນລາຍງານໂດຍຫຍໍ້ບາງດ້ານ ວ່າ: ກອງພັນ 513 ແມ່ນກົມກອງໜຶ່ງທີ່ຂຶ້ນກັບ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີໜ້າທີ່ປັບປຸງ, ກໍ່ສ້າງກໍາລັງ ຮັບປະກັນກຽມພ້ອມສູ້ຮົບ, ອົບຮົມຫັດແອບ, ການທະຫານ, ການເມືອງ, ພະລາທິການ, ເຕັກນິກ, ມີໜ້າທີ່ປ້ອງກັນ ເຂດຍຸດທະສາດຈຸດສູງ ການຂຶ້ນ-ລົງ ຂອງຍົນ, ຕາມສາຍພູພະນັງ ຄື: ຈຸດສູງຖໍ້ານໍ້າ, ຖໍ້າແມງຈົງ, ກຳແພງເພັດ ແລະ ພູຮອກ, ປ້ອງກັນທາງລົດໄຟ ລາວ-ຈີນກໍຄືເສັ້ນທາງເລກທີ 13, ໃຫ້ມີຄວາມປອດໄພ 100%.ສະພາບຂອງກົມກອງນາຍ ແລະ ພົນທະຫານ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຮັບຮູ້ໄດ້ຕໍ່ແຜນນະໂຍບາຍຂອງ ພັກ-ລັດ ໂດຍຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທັບ, ຕິດພັນກັບ 4 ໜ້າທີ່, 26 ແຜນງານຂອງ ກະຊວງວາງອອກ, ໃຫ້ປະກົດຜົນເປັນຈິງ.
ການຈັດຕັ້ງປະຕິບັດວຽກງານ ໄລຍະ 1 ປີຜ່ານມາໜ້າທີ່ແມ່ນເຮັດໃຫ້ມີຄວາມສະຫງົບ, ກໍ່ສ້າງຮາກຖານການເມືອງ, ກຽມພ້ອມສູ້ຮົບ ນໍາໃຊ້ກຳລັງ-ກອບກູ້ໄພພິບັດ, ປັບປຸງກໍ່ສ້າງກໍາລັງ, ປັບປຸງກໍ່ສ້າງພັກ, ພະນັກງານ, ເອົາໃຈໃສ່ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ. ຄຽງຄູ່ກັນ ໄດ້ນໍາໃຊ້ກໍາລັງເຂົ້າປ້ອງກັນໂຄງການເສັ້ນທາງລົດໄຟ ລາວ-ຈີນ ເລີ່ມແຕ່ຊາຍແດນແຂວງວຽງຈັນ ຈົນຮອດສະຖານີ ຈໍານວນ 7 ຈຸດ, ປ້ອງກັນຝຶກຊ້ອມກອບກູ້ໄພພິບັດ ລາວ-ຈີນ ອ່າງນໍ້າຊ່ວງ, ເຂົ້າຮ່ວມສະກັດກັ້ນການບຸກລຸກດິນ ຂອງກອງບັນຊາການ ກໍຄືສະໜາມກອບກູ້ກັນປະເທດ (ອ່າງນໍ້າຫຸມ), ກະກຽມກໍາລັງກອບກູ້ໄພພິບັດ ຈາກທຳມະຊາດ ທີ່ອາດຈະເກີດຂຶ້ນ.ໂດຍອີງໃສ່ໜ້າທີ່ການເມືອງ ຂອງກົມກອງ ແລະ ຖືເອົາເນື້ອໃນຂໍ້ແຂ່ງຂັ້ນ ຮັກຊາດ ແລະ ພັດທະນາ, ຕິດພັນກັບ 4 ໜ້າທີ່ໃຫຍ່, 26 ແຜນງານ, ທີ່ຄະນະພັກກະຊວງວາງອອກຢ່າງກວ້າງຂວາງ.ໄດ້ເພີ່ມທະວີຊີ້ນໍາວຽກງານປັບປຸງກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ມີຄຸນທາດການເມືອງໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ຈັດຕັ້ງເຊື່ອມຊຶມຂໍ້ກຳນົດກົດລະບຽບ, ຂອງພັກ ປະຕິບັດຕາມ 5 ຫຼັກການ 3 ທິດນໍາ, ເພື່ອຍົກສູງຄວາມຮູ້ຄວາມສາມາດທິດສະດີ ຕິດພັນກັບພາກປະຕິບັດຕົວຈິງ ໃນນັ້ນຍັງໄດ້ປະເມີນຄຸນທາດການເມືອງ ຂອງສະມາຊິກພັກ-ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 4 ໜ່ວຍພັກ,ໄດ້ເອົາໃຈໃສ່ ຕິດຕາມຊຸກຍູ້ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ສະຫະພັນແມ່ຍິງ ຮັບຮູ້ແລະ ເຂົ້າໃຈ, ເຄື່ອນໄຫວຕາມພາລະບົດບາດຂັ້ນຂອງຕົນ ເປັນກໍາລັງແຮງ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ມີສະຕິໃນການກຽມພ້ອມສູ້ຮົບ ເຂັ້ມງວດ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ສ້າງຂະບວນການຕ່າງໆ ຢ່າງເປັນຂະບວນການຟົດຟື້ນ.
ເພື່ອປະຕິບັດຕາມທິດຊີ້ນໍາ ຂອງກົມໃຫຍ່ ພະລາທິການ ກໍຄື ຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ວາງອອກຄື: ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເຮັດໃຫ້ກົມກອງດີຂຶ້ນເທື່ອລະກ້າວ.ໄລຍະຜ່ານມາ ກົມກອງຂອງພວກເຮົາໄດ້ສຸມໃສ່ ການປູກພືດໃຫ້ໃບ-ໃຫ້ໝາກ ຄື: ລ້ຽງປາ ຈໍານວນ 7 ໜອງ, ປ່ອຍປາ 20.000 ໂຕ, ລ້ຽງສັດ 4 ຂາ, ງົວ 16 ໂຕ, ແບ້ 22 ໂຕ, ແລະ ສັດປີກ 645 ໂຕ, ປູກມັນຕົ້ນລວມທັງກອງພັນ, ກອງຮ້ອຍ, ທັງໝົດ 8 ເຮັກຕ້າ, ປູກຕົ້ນໄມ້ອຸດສະຫະກຳ 100 ຕົ້ນ, ຕົ້ນໄມ້ໃຫ້ໝາກ 120 ຕົ້ນລວບລວມທັງໝົດຮັບຈາກການປູກ62.880.000 ກີບ, ຮັບຈາກການລ້ຽງ 75.722.000 ກີບ,ຮັບຈາກການບໍລິການ 34.500.000 ກີບລວມ173.102.000 ກີບ.
ຈາກນັ້ນ, ຍັງໄດ້ສະເໜີຕໍ່ສສຊ ວ່າ: ໃຫ້ແກ້ໄຂບັນຫາທີ່ປະຊາຊົນບຸກລຸກດິນປ່າສະຫງວນ ແລະ ສະເໜີໃຫ້ກວດກາລົດບັນທຸກໜັກທີ່ແລ່ນຜ່ານເສັ້ນທາງກອງພັນ 513 ຊຶ່ງເຮັດໃຫ້ເສັ້ນທາງເພ.
ຂ່າວ: ແສງຈັນ, ຂໍ້ມູນ: ສະພາ ນວ)