ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ (ສທໜ)ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານສະຫຼຸບຜົນງານໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານຂອງສະມາຄົມໃນໄລຍະ 1 ປີຜ່ານມາ 2023 ແລະ ເພື່ອວາງທິດທາງແຜນການໃນຕໍ່ໜ້າ ປີ2024ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມລາວພລາຊາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ ທີ4 ແຂວງອຸດົມໄຊ,ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພີມປະຊາຊົນ, ມີຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງເລຂາພັກເມືອງຈັນທະບູລີ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາສະມາຊິກບໍລິສັດມີດີ-ລາວ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ປຸກ ຕາມ່ອງ ປະທານ ສທໜ ເມືອງຈັນທະບູລີ ປະທານບໍລິສັດມີດີ-ລາວ ລາຍງານວ່າ:ໃນ 1 ປີ ຜ່ານມາ ຄະນະ ສທໜເມືອງຈັນທະບູລີ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມການຊີ້ນໍາ-ນໍາພາຂອງປະທານສະມາຄົມທີ່ລະບຸໄວ້ໃນແຜນວຽກຂອງແຕ່ລະອາທິດ, ແຕ່ລະເດືອນ ໂດຍໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະທ່ານ, ຕາມແຕ່ລະໜ່ວຍງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຊຶ່ງມີແຜນງານໂຄງການ ແລະ ກິດຈະກຳຢ່າງລະອຽດຕາມແຜນການທີ່ໄດ້ກຳນົດໄວ້ ເຮັດໃຫ້ມີຜົນສຳເລັດຫຼາຍວຽກງານເຊັ່ນ:ໄດ້ສ້າງຕັ້ງບໍລິສັດມີດີ-ລາວ ດໍາເນີນທຸລະກິດກ່ຽວກັບການເຮັດທຸລະກໍາ ທາງເອເລັກໂຕຣນິກ;ໄດ້ສ້າງຕັ້ງບໍລິສັດ PTL (ເດີພາວເວີອັອບໄລ) ດຳເນີນທຸລະກິດກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ; ສ້າງນັກທຸລະກິດໜຸ່ມໄດ້ 450 ທ່ານ; ໄດ້ຂົນຂວາຍສະມາຊິກສະມາຄົມນັກທຸລະກິດໜຸ່ມໄດ້ 20 ທ່ານຍິງ 0 ທ່ານ ເພື່ອນໍາສະເໜີຂັ້ນເທິງແຕ່ງຕັ້ງ;ສ້າງສູນຝຶກອົບຮົມວິຊາຊີບຂອງສະມາຄົມ 1 ສູນ (ຢູ່ທີ່ຫ້ອງການສະມາຄົມນັກທຸລະກິດໜຸ່ມ);ໄດ້ສ້າງໂຮງງານຜະລິດຢາສະໝຸນໄພ ຫຼື ຫ້ອງປຸງແຕ່ງຢາພື້ນເມືອງ1 ແຫ່ງ;ໄດ້ເຊັນMOUຮ່ວມມືກັບໂຮງງານຜະລິດໄສ້ອົ່ວແມ່ເອີຍ; ໄດ້ຈັດຊຸດຝຶກອົບຮົມກົດໝາຍທຸລະກິດ,ກົດໝາຍອາຍາ,ກົດໝາຍແພ່ງ ແລະ ກົດໝາຍການເສຍອາກອນພັນທະໃຫ້ລັດ ຂອງຜູ້ປະກອບການ ແລະ ໄດ້ມີການສ້າງຂະບວນການຄວາມສາມັກຄີແລກປ່ຽນບົດຮຽນຮ່ວມກັບນັກທຸລະກິດຫຼາຍໆທ່ານທັງພາຍໃນແລະ ຕ່າງປະເທດ. ສໍາລັບທິດທາງ ແລະ ແຜນການຕໍ່ໜ້າ ປີ 2024 ຈະສຶບຕໍ່ສ້າງແຜນການແລກປ່ຽນບົດຮຽນລະຫວ່າງ ສະມາຄົມກັບພະນັກງານຂອງລັດ ໃນການເຮັດວຽກເສີມສ້າງໃຫ້ມີລາຍໄດ້ເພີ່ມໃຫ້ແກ່ຕົນເອງ ແລະ ຄອບຄົວ; ສືບຕໍ່ສ້າງແຜນລົງໂຄສະນາເຜີຍແຜ່ແຜນຍຸດທະສາດຂອງສະມາຄົນໂດຍສະເພາະແມ່ນການຊື້-ຂາຍສິນຄ້າທາງອອນລາຍລະຫວ່າງສະມາຄົມ, ສະມາຊິກຂອງສະມາຄົມ ແລະ ປະຊາຊົນພາຍໃນເມືອງຈັນທະບູລີ, ວິທີການໂຄສະນາສິນຄ້າ ແລະ ວິທີການລົງທຶນເພື່ອເຮັດທຸລະກິດເປັນຂອງຕົນເອງ; ສືບຕໍ່ແນະນຳ ການເຮັດທະບຽນໃນການເຮັດທຸລະກິດ ເພື່ອຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ; ສືບຕໍ່ແນະນຳວິທີການຮ່ວມມືທາງດ້ານທຸລະກິດກັບຄົນຕ່າງປະເທດ; ສືບຕໍ່ຄຸ້ມຄອງສະມາຊິກສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເອງ ຢ່າງຖືກຕ້ອງຕາມລະບຽບກົດໝາຍ; ສືບຕໍ່ສ້າງຂະບວນການກິດຈະກໍາໃນບັນດາບໍລິສັດທີ່ຢູ່ໃນເຄືອຄ່າຍ ໂດຍສະເພາະ ບໍລິສັດເດີພາວເວີອັອບໄລ ແລະ ບໍລິສັດມີດີ-ລາວ ແລະ ຈະສືບຕໍ່ຂະຫຍາຍ, ສ້າງຕັ້ງບັນດາບໍລິສັດໃຫ້ຫຼາຍຂຶ້ນເທື່ອລະກ້າວ.
ທ່ານ ປຸກ ຕາມ່ອງ ໃຫ້ຮູ້ຕື່ມວ່າ:ສໍາລັບບໍລິສັດມີດີ-ລາວ ສ້າງຕັ້ງຂຶ້ນ ໃນວັນທີ 22ມີນາ 2023 ແລະ ໄດ້ເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່ ຂອງບໍລິສັດວາງອອກໃນແຕ່ລະໄລຍະຜ່ານມານີ້ ພາຍໃຕ້ລະບຽບກົດໝາຍວ່າດ້ວຍການລົງທຶນ ຂອງ ສປປລາວ, ລະບຽບ ແລະ ພັນທະຕ່າງໆຂອງພັກ-ລັດ ວາງອອກເປັນປົກກະຕິໂດຍມີຈຸດປະສົງເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນງານ ແລະ ກິດຈະກໍາ ຂອງ ສທໜເມືອງຈັນທະບູລີ ໃຫ້ຂະຫຍາຍຕົວເຕີບໃຫຍ່ຂຶ້ນເທື່ອລະກ້າວ. ສທໜເມືອງຈັນທະບູລີ ແລະບໍລິສັດມີດີ-ລາວ ມີສໍານັກງານໃຫຍ່ຕັ້ງຢູ່ບ້ານໜອງທາເໜືອເມືອງຈັນທະບູລີນວ ປັດຈຸບັນໄດ້ຂະຫຍາຍສາຂາບໍລິສັດ ຈໍານວນ6ແຂວງທົ່ວປະເທດຄື: ສາຂາແຂວງວຽງຈັນ, ແຂວງຫຼວງພະບາງ, ເມືອງລ້ອງຊານແຂວງໄຊສົມບູນ,ແຂວງອຸດົມໄຊ ແລະ ສາຂາແຂວງຫຼວງນໍ້າທາ. ຈາກນັ້ນ, ທ່ານ ປຸກ ຕາມ່ອງ ຍັງໄດ້ປະກາດແຕ່ງຕັ້ງ ທ່ານ ນາງພຸດທະສອນ ສະວິສຸກ ເປັນຮອງປະທານສະມາຄົມດັ່ງກ່າວ ແລະ ທ່ານ ຊິນນະເພັດ ສິງຂະປັນຍາ ເປັນ CEO ບໍລິສັດມີດີ-ລາວ.
ໃນໂອກາດນີ້, ທ່ານ ຄໍາໄຫຼ ສີປະເສີດ ຍັງໄດ້ໃຫ້ກຽດໂອ້ລົມໂດຍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດ ແລະ ຜົນງານຂອງ ສທໜ ແລະ ບໍລິສັດມີດີ-ລາວ ທີ່ໄດ້ປະກອບສ່ວນໃນການພັດທະນາ-ສ້າງສາພັດທະນາປະເທດຊາດໃນໄລຍະ 1 ປີຜ່ານມາ ທັງເນັ້ນໜັກໃຫ້ ສທໜ ເມືອງຈັນທະລີ ສືບຕໍ່ເຮັດວຽກງານດັ່ງກ່າວໃຫ້ມີຜົນສໍາເລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຂໍໃຫ້ທາງບໍລິສັດມີດີ-ລາວ ຢຶດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດຢ່າງເຂັ້ມງວດ.ຕອນທ້າຍງານ, ທາງສະມາຄົມນັກທຸລະກິດໜຸ່ມຕາງໜ້າໂດຍບໍລິສັດມີດີ-ລາວ ຍັງໄດ້ຈັດກິດຈະກໍາມອບລາງວັນຍອດຂາຍດີເດັ່ນ ໃຫ້ແກ່ຊິກຂອງບໍລິສັດດັ່ງກ່າວ.
(ຂ່າວ-ພາບ: ວັນເພັງ)